“ຜັກກະເດົາ” ເປັນພືດສະມຸນໄພພື້ນບ້ານຊະນິດໜຶ່ງ ທີ່ເກີດເອງຕາມທໍາມະຊາດ ແລະ ຍັງອຸດົມໄປດ້ວຍຄຸນຄ່າທາງຫຼັກໂພຊະນາການ ໂດຍສະເພາະ ໂປຣຕິນ, ເເຮ່ທາດ, ແລະ ວິຕາມິນ ທີ່ຈໍາເປັນຕໍ່ຮ່າງກາຍ, ມີສານຕ້ານອະນຸມູນອິດສະລະ ຊ່ວຍປິ່ນປົວຄວາມເຊື່ອມໂຊມຂອງເຊລສ່ວນຕ່າງໆໃນຮ່າງກາຍ.
ສ່ວນຫຼາຍຄົນຈະນໍາເອົາ ຜັກກະເດົາໄປກິນກັບອາຫານປະເພດຕ່າງໆ ໂດຍນຳເອົາໃບອ່ອນມາລວກ ຫຼື ກິນດິບກໍໄດ້ ເປັນຕົ້ນແມ່ນນຳມາກິນກັບ ລາບ, ກ້ອຍ, ປົ່ນ ເເລະ ອື່ນໆ.
ນອກຈາກນີ້, ຜັກກະເດົາ ຍັງເປັນຜັກທີ່ມີເເຄລຊ້ຽມສູງ ເປັນອັນດັບ 3 ຂອງບັນດາພືດຜັກຕ່າງໆ ແລະ ຍັງມີທາດເຫຼັກສູງເປັນອັນດັບ 4, ມີເສັ້ນໃຍອາຫານສູງເປັນອັນດັບ 3 ແລະ ມີ ເບຕາເເຄໂຣທີນ ສູງເປັນອັນດັບ 5 ໃນບັນດາຜັກທັງໝົດ.
ເຮົາມາເບິ່ງນຳກັນວ່າ ຜັກກະເດົາ ມີສັບພະຄຸນທາງຢາເເນວໃດແດ່?
1. ຊ່ວຍຂັບລ້າງສານພິດທີ່ຕົກຄ້າງໃນຮ່າງກາຍ.
ໃບກະເດົາ ເມື່ອນໍາມາຕົ້ມໃນນໍ້າຮ້ອນ ເຮົາສາມາດນໍາເອົານໍ້າຕົ້ມມາດື່ມໄດ້ ວັນລະ 2 ຄັ້ງ ຈະຊ່ວຍລ້າງພິດໃນກະເເສເລືອດ ເເລະ ກະຕຸ້ນໃຫ້ລະບົບການໄຫຼ່ວຽນຂອງເລືອດດີຂຶ້ນ.
2. ຊ່ວຍປິ່ນຫົວໂຣກຜິວໜັງ.
ສານເກດູມິນ (Gedunin) ແລະ ນິມໂບລິດີ (Nimbolide) ໃບ ແລະ ເມັດ ຂອງ ກະເດົາ ມີປະສິດທິພາບໃນການຕ້ານເຊື້ອຣາ ເເບັກທີເຣຍ ເເລະ ເຊື້ອໄວຣັສສູງ ບໍ່ວ່າຈະເປັນເຊື້ອຣາຕາມຕີນ, ເລັບມື, ເລັບຕີນ, ບາດແຜທີ່ເກີດຈາກໂຣກຜິວໜັງ, ຜື່ນຄັນ, ອີ່ສຸກອີ່ໃສ ແລະ ອື່ນໆ.
3. ຊ່ວຍຮັກສາໄຂ້ມາເລເຣຍ.
ສານເຄມີປະເພດ ລິໂມນອຍ (Limonoids) ໄດ້ເເກ່ ສານເກດູນິນ ເເລະ ນິມໂບລິດີ ໃນໃບ ແລະ ເມັດ ກະເດົາ ສາມາດຕ້ານເຊື້ອ (P.Falciparum) ເຊິ່ງເປັນເຊື້ອໄຂ້ມາເລເຣຍ ຊະນິດໜຶ່ງໄດ້ຢ່າງມີປະສິດທິພາບ.
4. ຊ່ວຍເຮັດໃຫ້ຍ່ອຍອາຫານໄດ້ໄວ.
ໃບຜັກກະເດົາ ສາມາດນໍາມາເຮັດອາຫານຫວ່າງໄດ້ ເປັນການກະຕຸ້ນໃຫ້ຮ່າງກາຍຜະລິດນໍ້າດີ, ເຮັດໃຫ້ກະເພາະຍ່ອຍອາຫານປະເພດໄຂມັນໄດ້ດີຂຶ້ນອີກດ້ວຍ.
5. ຊ່ວຍປິ່ນປົວສຸຂະພາບຊ່ອງປາກ.
ບໍາລຸງເເຂ້ວ ສ່ວນຫຼາຍຈະນິຍົມນໍາມາເຮັດເປັນສ່ວນປະສົມໃນຢາສີພັນທົ່ວໄປ ເເລະ ຊ່ວຍຮັກສາອາການຕິດເຊື້ອເເບັກທີເຣຍໃນຊ່ອງປາກ.
6. ຫຼຸດຄວາມສ່ຽງໃນການເກີດເນື້ອງອກ ເເລະ ໂຣກມະເຮັງ.
ໃນໃບ ເເລະ ເປືອກຂອງ ກະເດົາ ມີສານ (Polysaccharides) ແລະ ສານ (Limonoids) ທີ່ມີສັບພະຄຸນຊ່ວຍຫຼຸດຄວາມສ່ຽງໃນການເກີດເນື້ອງອກ ເເລະ ໂຣກມະເຮັງໄດ້ເປັນຢ່າງດີ.
7. ຊ່ວຍປິ່ນປົວໂຣກເບົາຫວານ.
ໂດຍຈະຊ່ວຍປ້ອງກັນການຜະລິດ ອິນຊູລີນ ແລະ ປັບສົມດຸນຄວາມຢາກອາຫານ.
8. ຂັບລ້າງສານພິດໃນກະເເສເລືອດ.
ເຮັດໃຫ້ມີປະລິມານເລືອດດີ ແລະ ໝຸນວຽນໃນຮ່າງກາຍຫຼາຍຂຶ້ນ.
9. ຊ່ວຍບໍາລຸງຫົວໃຈ.
ສາມາດນໍາເອົາສ່ວນໃບມາຕົ້ມເເລ້ວດື່ມ ວັນລະ 2 ຄັ້ງ ຈະຊ່ວຍລ້າງພິດໃນກະເເສເລືອດ ເເລະ ລະບົບການໄຫຼວຽນຂອງເລືອດໃຫ້ເປັນປົກກະຕິ.
ຜັກກະເດົາ ນອກຈາກຈະມີສັບພະຄຸນທາງການຢາເເລ້ວ ຍັງມີຄຸນປະໂຫຍດທາງດ້ານອາຫານອີກດ້ວຍ ແຕ່ເຖິງຢ່າງໃດກໍຕາມ ການຮັບປະທານອາຫານທີ່ດີ ເເລະ ຖືກຫຼັກ ຄວນຮັບປະທານອາຫານໃຫ້ຄົບ 5 ໝູ່ ເພື່ອສຸຂະພາບທີ່ດີຂອງເຮົາເອງ.
Hits: 3