ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນໄລຍະນີ້ ກໍເປັນຊ່ວງລະດູໜາວ ເຊິ່ງຫຼາຍໆຄົນກໍມັກບໍ່ສະບາຍ ອາດຈະມີອາການເປັນຫວັດ, ເປັນໄອ, ເຈັບຄໍ  ຫຼື ສຸຂະພາບບໍ່ຄ່ອຍເເຂງເເຮງ ດັ່ງນັ້ນ, ໃນໜ້າໜາວນີ້ ເຮົາຈຶ່ງຕ້ອງເບິ່ງແຍງສຸຂະພາບຂອງໂຕເອງໃຫ້ແຂງແຮງເປັນພິເສດ. ມື້ນີ້ ອິນໄຊລາວໄດ້ນໍາເອົາ ເຄັດລັບດີໆ ໃນການເບິ່ງແຍງສຸຂະພາບໃນຊ່ວງໜ້າໜາວ ມາຝາກທຸກຄົນ.

1. ໃສ່ເສື້ອໜາໆ.

ຄວນເລືອກໃສ່ເສື້ອຜ້າ ທີ່ມີຄວາມໜາ ເພື່ອເພີ່ມຄວາມອົບອຸ່ນໃຫ້ກັບຮ່າງກາຍຂອງເຮົາ, ນອກຈາກການໃສ່ເສື້ອໜາໆແລ້ວ ການໃສ່ຖົງມື-ຖົງຕີນ ຍັງຊ່ວຍເພີ່ມຄວາມອົບອຸ່ນໃນຮ່າງກາຍເຮົາໄດ້ອີກດ້ວຍ. 

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2. ກິນອາຫານທີ່ມີປະໂຫຍດ.

ໃນຊ່ວງໜ້າໜາວ ອາການເປັນຫວັດ-ເປັນໄອ ຈະເກີດຂຶ້ນໄດ້ງ່າຍ ເເລະ ມັກຈະເປັນເກືອບທຸກຄົນ ດັ່ງນັ້ນ, ການປ້ອງກັນທີ່ດີທີ່ສຸດ ຄືການສ້າງພູມຄຸ້ມກັນທີ່ດີໃຫ້ຮ່າງກາຍ ດ້ວຍການກິນອາຫານໃຫ້ຄົບ 5 ໝູ່ ເປັນຕົ້ນແມ່ນຜັກ ແລະ ໝາກໄມ້ ເພາະວ່າ ຢູ່ໃນຜັກ ແລະ ໝາກໄມ້ ມີວິຕະມິນຫຼາຍຊະນິດ ທີ່ເຮັດໃຫ້ຮ່າງກາຍມີຄວາມເເຂງເເຮງ ສາມາດປ້ອງກັນບໍ່ໃຫ້ເປັນຫວັດ ເເລະ ຍັງມີສານປ້ອງກັນ ອະນຸມູນອິດສະຣະ ອີກດ້ວຍ ຈຶ່ງເຮັດໃຫ້ຮ່າງກາຍປ້ອງກັນເຊື້ອໂຣກຕ່າງໆໄດ້ເປັນຢ່າງດີ.

3. ດື່ມນໍ້າອຸ່ນແທນນໍ້າເຢັນ.

ດ້ວຍອາກາດທີ່ໜາວ ການດື່ມນໍ້າອຸ່ນຈຶ່ງເປັນສິ່ງທີ່ສໍາຄັນ ເພາະຈະຊ່ວຍບັນເທົາຄວາມໜາວໄດ້ດີ ອີກທັງນໍ້າອຸ່ນຍັງຊ່ວຍປັບສົມດຸນໃນຮ່າງກາຍຂອງເຮົາໄດ້ເປັນຢ່າງດີ ຫາກໃຜທີ່ມັກດື່ມນໍ້າເຢັນ ຄວນຫຼີກຫຼ່ຽງດື່ມ ເພາະນໍ້າເຢັນຈະເຮັດໃຫ້ເກີດອາການເຈັບຄໍໄດ້, ນອກຈາກນັ້ນ ກ່ອນນອນເຮົາຄວນດື່ມນົມ ຫຼື ນໍ້າອຸ່ນໆກ່ອນ ຈະຊ່ວຍເຮັດໃຫ້ເຮົານອນຫຼັບດີອີກດ້ວຍ.

4. ອອກກໍາລັງກາຍເປັນປະຈຳ.

ການອອກກໍາລັງກາຍໃນຊ່ວງໜ້າໜາວນີ້ ເປັນສິ່ງທີ່ດີຫຼາຍຕໍ່ຮາງກາຍ ໂດຍສະເພາະແມ່ນຊ່ວງຕອນເຊົ້າ ການອອກກໍງລັງກາຍອາດຈະເລືອກເປັນການຍ່າງ ຫຼື ແລ່ນເບົາໆກໍໄດ້ ເຊິ່ງຈະຊ່ວຍກະຕຸ້ນໃຫ້ຮາງກາຍໄດ້ຮັບຄວາມອົບອຸ່ນພາຍໃນ ແລະ ເຮັດໃຫ້ຮ່າງກາຍແຂງແຮງຂຶ້ນ.

5. ຄວນອາບນໍ້າອຸ່ນຫຼາຍກວ່ານໍ້າເຢັນ .

ການອາບນໍ້າອຸ່ນຈະຊ່ວຍປັບສົມດຸນອຸນຫະພູມໃນຮ່າງກາຍໃຫ້ເປັນປົກກະຕິໄດ້ດີ ແຕ່ກໍບໍ່ຄວນປັບນ້ຳໃຫ້ຮ້ອນເກີນໄປ ເພາະອາດເຮັດໃຫ້ຜິວເເຫ້ງ ແລະ ແຕກ ໄດ້ງ່າຍ.

ເລື່ອງຂອງສຸຂະພາບ ເປັນສິ່ງທີ່ສໍາຄັນຫຼາຍກັບທຸກຄົນ ດັ່ງນັ້ນສໍາລັບໃຜທີ່ຢາກມີສຸຂະພາບທີ່ດີ ເເລະ ເເຂງເເຮງຕະຫຼອດໃນຊ່ວງໜາໜາວ ກໍຄວນປະຕິບັດ ຕາມ 5 ເຄັດລັບນີ້ໄດ້ ຈະຊ່ວຍໃຫ້ເຮົາມີສຸຂະພາບທີ່ເເຂງເເຮງໄດ້ເເນ່ນອນ.

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້