ຂໍຂອບໃຈນຳຜູ້ສະໜັບສະໜູນ

ອົງການກາແດງ ແຫ່ງຊາດລາວ ແມ່ນການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ ລັດຖະທຳມະນູນ, ກົດໝາຍ ແລະ ເຈັດຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ, ມີພາລະບົດບາດ ໃນການສ້າງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທໍາໃນ ການຊ່ວຍເຫຼືອບັນເທົາທຸກ,ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ໃຫ້ສັງຄົມ, ການສົ່ງເສີມສຸຂະພາບຂັ້ນພື້ນຖານການປະຖົມພະຍາບານ; ການໂຄສະນາ ຂົນຂວາຍແຫຼ່ງທຶນ; ການສ້າງສະມາຊິກ ແລະ ອາສາສະໝັກກາແດງ, ການພົວພັນ ແລະ ຮ່ວມມືສາກົນ.

ອົງການກາແດງ ແຫ່ງຊາດລາວ ສ້າງຕັ້ງຂຶ້້ນວັນທີ 1 ມັງກອນ 1955, ໃນເມື່ອກ່ອນ ມີຊື່ວ່າ: “ສະພາກາຊາດລາວ” ເຊິ່ງມີສະມາຊິກທັງໝົດ 73 ທ່ານ; ຍິງ 02 ທ່ານ ມາຈາກພາກສ່ວນຕ່າງໆເຊັ່ນ: ພະນັກງານຈາກກະຊວງຕ່າງໆ, ແພດໝໍ, ນັກກົດໝາຍ, ນັກສັງຄົມສົງເຄາະ ເເລະ ໃນວັນທີ 23 ພຶດສະພາ 1957 ສະພາກາຊາດລາວ ໄດ້ຖືກຮັບຮູ້ຈາກ ຄະນະກໍາມະການ ກາແດງສາກົນ (ICRC) ເເລະ ໄດ້ເຂົ້າເປັນສະມາຊິກຂອງ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ໃນວັນທີ 25 ຕຸລາ 1957

ອົງການກາແດງແຫ່ງຊາດລາວ ໄດ້ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ 24 ທີ່ ນະຄອນ ນິວເດັນລີ, ປະເທດ ອິນເດຍ, ໃນເວລານັ້ນອົງການກາແດງທົ່ວໂລກ ມີພຽງ 80 ປະເທດ. ພາຍຫຼັງສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແຕ່ປີ 1976 – 1998 ໃສ່ຊື່ ສະພາກາແດງລາວ ແລະ ແຕ່ປີ 1998 ຈົນຮອດປັດຈຸບັນ ໄດ້ປ່ຽນຊື່ມາເປັນ ອົງການກາແດງລາວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຕະຫຼອດໄລຍະ 67 ປີຜ່ານມາ ໂດຍມີການຮ່ວມມືຈາກອົງການປະສານສົມທົບ ກໍ່ຄືບັນດາກະຊວງ, ອົງການ, ອຳນາດການປົກຄອງ ແລະ ຄູ່ຮ່ວມມືສາກົນ ຄະນະນຳອົງການກາແດງລາວ ແຕ່ລະໄລຍະ ແຕ່ລະສະໄໝ ໄດ້ປັບປຸງການຈັດຕັ້ງ ແລະ ພາລະບົດບາດຂອງຕົນ ເຮັດໃຫ້ວຽກງານກາແດງສາມາດປັບຕົວເຂົ້າກັບສະພາບການໃໝ່ ແລະ ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນ, ສາມາດໂຄສະນາດຶງດູດເອົາກຳລັງຂອງສັງຄົມ, ມະຫາຊົນ, ປະຊາຊົນ, ສ້າງອາສາສະໝັກຊາວໜຸ່ມກາແດງ ເຂົ້າຮ່ວມໃນຂະບວນການວຽກງານກາແດງ ໄດ້ໃນລະດັັບດີສົມຄວນ

ມາຮອດປັດຈຸບັນ ອົງການກາເເດງ ເເຫ່ງຊາດລາວ ທົ່ວປະເທດ ມີພະນັກງານທັງໝົດ 546 ຄົນ, ຍິງ 274 ຄົນ ເເລະ ສາມາດຂະຫຍາຍການຈັດຕັ້ງລົງຮອດທ້ອງຖິ່ນຮາກຖານໂດຍ ທົ່ວປະເທດມີ 17 ຫ້ອງການກາເເດງ ທີ່ປະຈໍາຢູ່ເເຕ່ລະແຂວງ , ມີ 1 ນະຄອນຫຼວງ ແລະ ກາແດງເມືອງ 56 ເມືອງ ເເລະ ໄດ້ເຄື່ອນໄຫວວຽກງານມະນຸດສະທຳຢ່າງຕັ້ງໜ້າ, ໄດ້ພັດທະນານິຕິກຳ ກ່ຽວຂ້ອງຫຼາຍສະບັບເປັນຕົ້ນ: ດຳລັດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ອົງການກາແດງລາວ, ກົດໝາຍວ່າດ້ວຍວຽກງານກາແດງລາວ, ແຜນຍຸດທະສາດວຽກງານກາແດງລາວ, ແຜນປະຕິບັດງານ 5 ປີ; ວຽກງານກາແດງລາວໄດ້ຊ່ວຍລັດຖະບານ ໃນການແກ້ໄຂບັນເທົາທຸກເບື້ອງຕົ້ນຜູ້ປະສົບໄພຕ່າງໆ, ສະໜອງເລືອດທີ່ປອດໄພ ຕໍ່ລົມຫາຍໃຈແກ່ຄົນເຈັບທີ່ຂາດເລືອດ, ຊ່ວຍກູ້ໄພຜູ້ເຄາະຮ້າຍຈາກອຸປະຕິເຫດ ຫຼື ໄພສຸກເສີນ ເເລະ ຕອນນີ້ ອົງການກາເເດງ ເເຫ່ງຊາດລາວ ສາມາດຂະຫຍາຍ ສູນບໍລິການເລືອດ ທົ່ວປະເທດຄື ສູນກາງ 1 ແຫ່ງ, ສູນເລືອດແຂວງ 17 ແຫ່ງ ແລະ ໜ່ວຍເກັບຮັກສາເລືອດ ຂັ້ນເມືອງ 31 ແຫ່ງ ສາມາດຕອບສະໜອງເລືອດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ກຳນົດໃຫ້.

ພາຍໃນປີ 2021 ທີ່ຜ່ານມານີ້, ວຽກງານທີ່ພົ້ນເດັ່ນ ໃນການສ້າງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທໍາໃນການຊ່ວຍເຫຼືອສັງຄົມມີດັົ່ງນີ້:

  • ຊ່ວຍເຫຼືອບັນເທົາທຸກ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ທັງໝົດ: 65 ເມືອງ, 420 ບ້ານ, 13.016 ຄອບຄົວ, 73.729 ຄົນ, ຍິງ 39.700 ຄົນ, ລວມມູນຄ່າ: 7.468.693.000 ກີບ;
  • ຂົນຂວາຍ ບໍລິຈາກເລືອດ ໄດ້ 57.979 ຖົງ;
  • ລະດົມທຶນປະກອບສ່ວນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ລວມມູນຄ່າ: 8.217.328.625 ກີບ, ມີຜູ້ໄດ້ຮັບຜົນປະໂຫຍດ ທັງໝົດ: 129.237 ຄົນ, ຍິງ 72.017 ຄົນ;
  • ຂົນຂວາຍການສະໜັບສະໜູນອຸປະກອນປ້ອງກັນຕົນເອງ, ອຸປະກອນການແພດ, ວັກຊີນ ແລະ ເຄື່ອງກວດຫາເຊື້ອ ໂຄວິດ-19 ແບບໄວ ຈາກກາແດງສາກົນ ແລະ ກາແດງເພື່ອນມິດ… ສະໜອງໃຫ້ ກະຊວງສາທາລະນະສຸກ ແລະ ປະຊາຊົນ ທີ່ຖືກຜົນກະທົບຈາກພະຍາດ ໂຄວິດ-19.

ຂໍ້ມູນຈາກ:Lao National Radio

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້