ລັດຖະບານ ສະຫະພັນຣັດເຊຍ ໄດ້ຕົກລົງເຫັນດີໃຫ້ການຊ່ວຍເຫຼືອຈຳນວນ 2 ລ້ານໂດລາ ໃຫ້ແກ່ອົງການອາຫານໂລກ ແຫ່ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ), ເພື່ອເປັນເງິນທຶນໃນ ໂຄງການພັດທະນາລະບົບອາຫານໂຮງຮຽນແບບຍືນຍົງໃນ ລາວ.

ໂຄງການອາຫານໂຮງຮຽນ ໃນ ສ​ປ​ປ​ປ ລາວ ຊຶ່ງ​ປັດຈຸບັນມີນັກຮຽນເຖິງ 140.000 ຄົນ ໃນໂຮງຮຽນມັດທະຍົມ 915 ແຫ່ງ, ໃນ 8 ແຂວງຂອງ ສ​ປ​ປ ລາວ.

ລັດຖະບານ ສະຫະພັນຣັດເຊຍ ໄດ້ກ່າວວ່າ  “ພວກເຮົາຫວັງວ່າ ການມີສ່ວນຮ່ວມຂອງຣັດເຊຍ ໃນການຈັດຕັ້ງປະຕິບັດໂຄງການຂອງ ສປປ ລາວ ໃນຄັ້ງນີ້ ຈະຊ່ວຍປັບປຸງລະບົບການສຶກສາຊັ້ນມັດທະຍົມຕອນຕົ້ນຂອງ ສປປ ລາວ ໃຫ້ດີຂຶ້ນກວ່າເກົ່າ, ປັບປຸງສຸຂະພາບຂອງພົນລະເມືອງລາວຮຸ່ນໜຸ່ມ ແລະ ສະນັ້ນ, ຈຶ່ງໄດ້ຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອ ໃຫ້ລາວຫຼຸດພົ້ນອອກຈາກ “​ສະ​ຖາ​ນະ​ພາບປະ​ເທດ​ດ້ອຍ​ພັດ​ທະ​ນາ​” ໃນປີ 2026 ເປັນຕົ້ນໄປ, ພ້ອມ​ທັງ​ບັນ​ລຸ​ເປົ້າ​ໝາຍ​ໃນການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.”

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຕ້ອງຂໍຂອບໃຈ ທາງລັດຖະບານ ສະຫະພັນຣັດເຊຍ ທີ່ໄດ້ໃຫ້ການສະໜັບໜູນທາງດ້ານທຶນ ເພື່ອຊ່ວຍເຫຼືອໃນໂຄງການພັດທະນາລະບົບອາຫານໂຮງຮຽນແບບຍືນຍົງໃນລາວ ແລະ ວຽກງານດ້ານອຶ່ນໆຕະຫຼອດມາ

ຂໍ້ມູນຈາກ: ສະຖານທູດຣັດເຊຍ ປະຈໍາ ສປປ ລາວ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້