ເຊື່ອວ່າຫຼາຍໆຄົນ ຄົງຈະຮູ້ ແລະ ຄຸ້ນເຄີຍກັນເປັນຢ່າງດີ ເຊິ່ງມີເກືອບທຸກພື້ນທີ່ໃນຂອບເຂດທົ່ວປະເທດຂອງລາວ ນັ້ນກໍຄືໝາກບົກ ຫຼື ໝາກກະບົກ ເປັນໝາກໄມ້ພື້ນບ້ານຊະນິດໜຶ່ງ ທີ່ຄົນສ່ວນໃຫຍ່ ນິຍົມນຳມາກິນຫຼິ້ນເນື່ອງຈາກມັນມີລົດຊາດຫອມ, ມັນ ແຖມມີຄຸນປະໂຫຍດຕໍ່ຮ່າງກາຍ ແລະ ສັບພະຄຸນທາງຢາທີ່ດີຕໍ່ສຸຂະພາບອີກດ້ວຍ.

ໝາກບົກ ມີສັບພະຄຸນຫຼາຍຢ່າງ ໂດຍສະເພາະ “ແກ່ນ” ຂອງມັນ ຊ່ວຍບຳລຸງສະໝອງ, ຊ່ວຍບຳລຸງຫົວໃຈ, ຊ່ວຍປິ່ນປົວລິດສະດວງ, ຊ່ວຍບັນເທົາອາການຫອບຫືດ, ຊ່ວຍໃຫ້ຄວາມອົບອຸ່ນແກ່ຮ່າງກາຍ ແລະ ຊ່ວຍໃຫ້ຈະເລີນອາຫານ.

ສຳລັບ ໝາກບົກອ່ອນ ສາມາດໃຊ້ເປັນຢາລະບາຍໄດ້ ໂດຍການນໍາເອົາ ໝາກບົກອ່ອນປະມານ 1 ກໍາມື ນໍາມາຕົ້ມປະສົມກັບ ເກືອ ແລະ ໝາກເຜັດເລັກນ້ອຍ ແລ້ວຮັບປະທານ ອາທິດລະຄັ້ງ ( ຫາກໃຊ້ຫຼາຍຈະມີລິດເປັນຢາຖ່າຍ). ພ້ອມດຽວກັນນັ້ນ, ຍັງຊ່ວຍບຳລຸງໝາກໄຂ່ຫຼັງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສ່ວນໃບ ຊ່ວຍແກ້ອາການຄັນຕາມຜິວໜັງ ສ່ວນ “ແກ່ນ” ມີລົດຮ້ອນ ຊ່ວຍບໍາລຸງເສັ້ນເອັນ ແກ້ເສັ້ນເອັນພິການ, ບຳລຸງໄຂຂໍ່ກະດູກ ແລະ ແກ້ຂໍ່ຂັດໄດ້.

ເນື້ອຂອງໝາກບົກ ຊ່ວຍຂ້າ ພະຍາດໃນທ້ອງ ເຊິ່ງສາມາດໃຊ້ໄດ້ທັງຄົນ ແລະ ສັດ. ຫາກນຳໃຊ້ນຳຄົນ ໃຫ້ໃຊ້ໝາກບົກບໍ່ແກ່ ຫຼື ອ່ອນ ເກີນໄປ ປະມານ 3 ໜ່ວຍ ຕໍາປະສົມກັບນໍ້າໝ່າເຂົ້າ 1 ຖ້ວຍກາງ ແລ້ວຕອງເອົາແຕ່ນໍ້າ ດື່ມກ່ອນນອນ ມື້ລະຄັ້ງ ຕິດຕໍ່ກັນ 3 ວັນ.

ສໍາລັບ ການໃຊ້ຂ້າພະຍາດໃນທ້ອງຂອງສັດລ້ຽງ ເຊັ່ນ ໝາ ຂີ້ເຮື້ອນ ກໍໃຫ້ໃຊ້ສູດດຽວກັບການຂ້າພະຍາດໃນ ທ້ອງຂອງຄົນ ແຕ່ໃຫ້ເພີ່ມປະລິມານຂອງໝາກບົກ ເປັນເທົ່າຕົວ ໃຫ້ກິນ 3 ວັນຫາຍຂາດ.

ຂໍ້ມູນຈາກ: https://medthai.com

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້