ເມື່ອລະດູໜາວມາເຖິງອຸນຫະພູມອາກາດຫຼຸດລົງ ຫາກຮ່າງກາຍເຮົາມີພູມຄຸ້ມກັນຕ່ຳອາດຈະເຮັດໃຫ້ເຈັບປ່ວຍໄດ້ງ່າຍເຊັ່ນ, ໄອ, ເຈັບຄໍ, ໄຂ້ຫວັດ. ສະນັ້ນເຮົາຄວນຮັກສາສຸຂະພາບໃຫ້ແຂງແຮງຢ່າງສະໝ່ຳສະເໝີເພື່ອຮ່າງແຂງແຮງ ເປັນຕົ້ນແມ່ນການເຮັດໃຫ້ຮ່າງກາຍອົບອຸ່ນ ແລະ ການກິນອາຫານກໍເປັນອີກປັດໄຈທີ່ສຳຄັນໃນການສ້າງພູມຕ້ານທານໃຫ້ຮ່າງກາຍ ໂດຍສະເພາະແມ່ນພືດຜັກສະໝຸນໄພພື້ນບ້ານທີ່ມີລົດຊາດສົ້ມ, ຂົມ ແລະ ລົດຊາດເຜັດຮ້ອນ.
ມື້ນີ້ເຮົາຈື່ງນໍາເອົາ ພືດຜັກ ແລະ ສະໝຸນໄພພື້ນບ້ານທີ່ຫາໄດ້ທົ່ວໄປ ທີ່ຊ່ວຍເພີ່ມຄວາມອົບອຸ່ນໃນຮ່າງກາຍ ມາຝາກທຸກຄົນ ມີດັ່ງນີ້:
1. ໃບຜັກຕິ້ວ
ເປັນພືດຜັກທີ່ໃບອ່ອນຈະມີລົດຊາດສົ້ມ ເຊິ່ງສາມາດນຳມາປຸງແຕ່ງອາຫານຫຼາຍຊະນິດເຊັ່ນ: ນຳມາແກງໃສ່ຊີ້ນໝູ, ແກງໃສ່ປາ ແລະ ອື່ນໆ ລົດສົມນີ້້ຈະຊ່ວຍແກ້ອາການເມື່ອຮ່າງກາຍຂາດນ້ຳ.
2. ໝາກຜັກໄຊ່
ຈະມີລົດຊາດທີ່ຂົມ ສາມາດຫຼຸດຜ່ອນອາການໄຂ້ ແລະ ອາການອັກເສບຕ່າງໆ ນອກນີ້ຍັງຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ເຊິ່ງເຮົາສາມາດກິນໄດ້ທັງໃບ, ຍອດ, ໝາກອ່ອນ ສ່ວນໝາກແກ່ຕ້ອງໄດ້ນຳເອົາເມັດອອກກ່ອນແລ້ວນຳມາຕົ້ມ ຫຼື ລວກ ຈຶ່ງນຳມາຮັບປະທານກັບແຈ່ວ ຫຼື ສາມາດປຸງເປັນເມນູແກງກໍໄດ້.
3. ດອກແຄ
ການນຳດອກແຄມາປຸງເປັນອາຫານຖືເປັນເມນູພິເສດໃນລະດູໜາວ ໂດຍສະເພາະແມ່ນເມນູແກງສົ້ມດອກແຄ ໂດຍເວລານຳມາປຸງແຕ່ງຫ້າມນຳເກສອນອອກ ເພາະຄວາມຂົມແມ່ນຢູ່ທີ່ເກສອນຜູ້ ເຊິ່ງມີສັບພະຄຸນເປັນຢາເຢັນ ນອກຈາກຈະໄດ້ພະລັງງານການເຜົາຜານແລ້ວ ຍັງໄດ້ປະໂຫຍດຈາກສ່ວນປະກອບຂອງເຄື່ອງແກງເຊັ່ນ: ໝາກເຜັດ, ຫອມບົ່ວ, ກະທຽມ, ທີ່ສາມາດຊ່ວຍລະບົບໝູນວຽນໄດ້ດີ.
4. ໝາກສົ້ມພໍດີ
ນຳໝາກສົ້ມພໍດີມາຕາກແຫ້ງ ເເລ້ວນຳມາແຊ່ນ້ຳໄວ້ດື່ມ ເຊິ່ງມີວິຕາມິນຊີ ແລະ ມີສັບພະຄຸນຊ່ວຍຍ່ອຍອາຫານ, ຫຼຸດຄວາມດັນໃນເລືອດ, ແກ້ໄຂ້, ຊ່ວຍປ້ອງກັນເມັດເລືອດແຕກຕາມອະໄວຍະວະໃນຮ່າງກາຍ ແລະ ປ້ອງກັນເລືອດອອກຕາມແຂ້ວອີກດ້ວຍ.
5. ໝາກນອດ
ໝາກນອດມີວິຕາມິນຊີສູງຊ່ວຍໃຫ້ເຮົາຫ່າງໄກຈາກໄຂ້ຫວັດ ແລະ ຍັງມີສານຕ້ານອະນຸມູນອິດສະລະ, ແຮ່ທາດ, ວິຕາມິນ ນອກຈາກນັ້ນຍັງຊ່ວຍຫຼຸດໄຂມັນໃນເລືອດ, ບຳລຸງສາຍຕາ ແລະ ຜິວພັນໃຫ້ຂາວໃສຂຶ້ນ.
6. ດອກອັນຊັນ
ນໍ້າດອກອັນຊັນ ຈະຊ່ວຍສ້າງພູມຕ້ານທານ ແລະ ເພີ່ມພະລັງງານໃຫ້ຮ່າງກາຍ ພ້ອມທັງມີສັບພະຄຸນຊ່ວຍຫຼຸດຄວາມດັນ, ຂັບປັດສະວະ ນອກນີ້ດອກອັນຊັນຍັງມີສານ “ແອນໂທໄຊຢານິນ” (Anthocyanin) ທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດເພື່ອໄປລໍ່ລ້ຽງສ່ວນຕ່າງໆຂອງຮ່າງກາຍໄດ້ດີຂຶ້ນ.
7. ຂີງ
ນ້ຳຕົ້ມຂິງ ໂດຍການນຳເອົາຫົວຂິງທີ່ແກ່ມາຕົ້ມ ຈະຊ່ວຍໃຫ່ຮ່າງກາຍອົບອຸ່ນ ທັງຊ່ວຍລະລາຍເສມຫະ ແລະ ນ້ຳມູກ ນອກນັ້ນຂິງຍັງມີໂຊດຽມທີ່ຊ່ວຍຫຼຸດຄວາມດັນໃນເລືອດ ທັງຊ່ວຍກະຕຸ້ນລະບົບຂັບຖ່າຍ, ແກ້ອາການທ້ອງອືດອີກດ້ວຍ.
ທຸກຄົນສາມາດຫາພືດຜັກ ເເລະ ສະໝຸນໄພ ທີ່ກ່າວມາຂ້າງເທິງນັ້ນໄດ້ທົ່ວໄປຕາມທ້ອງຕະຫຼາດ ຫຼື ຕາມສວນໃກ້ເຮືອນຂອງທ່ານ ເພາະສະໝຸນໄພເຫຼົ່ານັ້ນຈະຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍແຂງແຮງ ແລະ ຄວນຮັບປະທານຢ່າງສະໝ່ຳສະເໝີ.
ຂໍ້ມູນຈາກ:https://www.thairath.co.th/scoop/1997108
Hits: 8