ໂຣກຜິວໜັງ ໂດຍສ່ວນໃຫ່ຍມັກເກີດຈາກ ສິ່ງສົກກະປົກ ເເລະ ເສຶ້ອຜ້າທີ່ປຽກຊຸ່ມ ເຊິ່ງເປັນສາເຫດກໍໃຫ້ເກີດເຊື້ອຣາ ເເລະ ກໍໃຫ້ເກີດໂຣກຜິວໜັງຈາກເຊື້ອຣາໄດ້ ເຊິ່ງສາມາດປິ່ນປົວໄດ້ດ້ວຍສະໝຸນໄພພື້ນບ້ານທີ່ຫາໄດ້ງ່າຍໆ ເຮົາມາເບິ່ງກັນເລິຍວ່າມີສະໝຸນໄພຫຍັງເເດ່?

ຂີ້ໝີ່ນ: ຂີ້ໜີ່ນເປັນໜື່ງພືດສະໝຸນໄພທີ່ມີສັບພະຄຸນອັນລົ້ນເຫຼືອ ທີ່ມີສານຊ່ວຍຢັບຢັ້ງການເຕີບໃຫຍ່ຂອງເຊື້ອຣາໃນຜິວໜັງໄດ້ ສະນັ້ນຂີ້ໝິ່ນຈຶ່ງສາມາດຊ່ວຍແກ້ບັນຫາຜື່ນຄັນຂອງຜິວໜັງໄດ້ເປັນຢ່າງດີ ນອກນີ້ຂີ້ໝິ່ນຍັງເປັນສ່ວນສໍາຄັນໃນການນໍາມາເປັນສ່ວນປະສົມໃນການຂັດຜິວໜັງເຮັດໃຫ້ຜິວນຸ່ມນຽນຂຶ້ນ.

ຫວ່ານຫາງແຂ້: ຫວ່ານຫາງແຂ້ ນອກຈາກຈະຊ່ວຍບັນເທົາອາການປວດຕາມຂໍ້ໃຫ້ດີຂຶ້ນແລ້ວ ຍັງເປັນສະໝຸນໄພທີ່ຊ່ວຍປິ່ນປົວຜິວໄດ້ຢ່າງຫຼວງຫຼາຍ ແລະ ຍັງສາມາດຫຼຸດອາການຜືນຄັນຕ່າງໆໄດ້ ໂດຍການນໍາເອົາຫວ່ານຫາງແຂ້ມາປອກເປືອກອອກ ຈາກນໍັ້ນນໍາໄປລ້າງນໍ້າສະອາດແລ້ວນໍາໄປທາບໍລິເວນທີ່ເກິດຜື່ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກະເດົາ: ຜັກກະເດົາມີສັບພະຄຸນໃນການຕ້ານເຊື້ອຣາໄດ້ເປັນຢ່າງດີ ໂດຍສະເພາະກັບຜິວໜັງ ຊຶ່ງນໍາເອົາຜັກກະເດົາໄປຕົ້ມນໍ້າທີ່ສະອາດ ຈາກນັ້ນນໍາເອົາຜ້າສະອາດມາຈຸ່ມນໍ້າກະເດົາແລ້ວນໍາໄປທາບໍລິເວນທີ່ເປັນເຊື້ອຣາ ຜິວໜັງກໍຈະກັບມາເປັນປົກກະຕິ.

ໝາກໄສ່: ໝາກໄສ່ນອກຈາກຈະຊ່ວຍເລື່ອງການຈະເລີນອາຫານແລ້ວ ນອກນີ້ໝາກໄສ່ຍັງຊ່ວຍເລື່ອງການປິ່ນປົວໂລກຜິວໜັງໄດ້ດີອີກດ້ວຍ ໂດຍການນໍາເອົາໝາກໄສ່ໄປຕາກໃຫ້ແຫ້ງແລ້ວນໍາມາບົດແລ້ວນໍາມາປະສົມກັບນໍ້າເລັກນ້ອຍແລ້ວນໍາໄປທາບໍລິເວນທີ່ເກີດຕຸ່ມຜື່ນຄັນກໍຈະບັນເທົາອາການດີຂຶ້ນ.

ຕໍານິນ: ຜັກຕໍານິນນອກຈາກຈະເປັນອາຫານແລ້ວຍັງສາມາດຮັກສາໂລກຜິວໜັງໄດ້ດີອີກດ້ວຍ ເຊິ່ງນໍາເອົາຜັກຕໍານິນສົດບົດປະສົມກັບນໍ້າແລ້ວນໍາໄປທາບໍລິເວນທີ່ອອກຕຸ່ມຜື່ນ ພຽງເທົ່ານີ້ກໍຈະເຮັດໃຫ້ຜິວໜັງດີຂຶ້ນເລື້ອຍໆ.

ໃຜທີ່ມີບັນຫາກ່ຽວກັບໂຣກຜິວໜັງ ລອງເຮັດຕາມຂັ້ນຕອນນີ້ເບິ່ງ ໂດຍນໍາໃຊ້ສະໝຸນໄພພື້ນບ້ານທີ່ຫາໄດ້ງ່າຍໆ ນອກຈາກຈະຊ່ວຍປິ່ນປົວໂຣກຜິວໜັງໄດ້ເເລ້ວ ຍັງເປັນການປະຢັດຄ່າໃຊ້ຈ່າຍໄດ້ອີກດ້ວຍ.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້