Wednesday, March 19, 2025

ຢ່າປະໝາດ! ອາດພົບ ລອງໂຄວິດ “Long COVID”

ເມື່ອທ່ານເປັນ ໂຄວິດ-19 ແລະ ປິ່ນປົວເຊົາແລ້ວ ແຕ່ເປັນຫຍັງຍັງປ່ວຍຢູ່? ຫຼາຍຄົນຍັງມີຂໍ້ສົງໄສ ເນື່ອງຈາກຜູ້ທີ່ປ່ວຍ ໂຄວິດ-19 ທີ່ປິ່ນປົວຫາຍດີບາງຄົນ ຍັງຮູ້ສຶກມີອາການຫຼົງເຫຼືອຕໍ່ເນື່ອງເປັນເວລາດົນ ເຊິ່ງຈະພົບຫຼາຍໃນຜູ້ສູງອາຍຸທີ່ມີພາວະຕຸ້ຍ ຫຼື ນ້ຳໜັກເກີນ ແລະ ຜູ້ທີ່ມີໂຣກປະຈຳໂຕ ເຊິ່ງກຸ່ມທີ່ມີອາການ ອາດຈະມີອາການຕັ້ງແຕ່ 1 ເດືອນ ຫຼື ຫຼາຍກວ່າ 4-6 ອາທິດ ຈະເປັນອາການທີ່ເອີ້ນວ່າ “Post Covid Syndrome ຫຼື Long COVID” ຄືອາການທີ່ຫຼົງເຫຼືອ ຫຼັງຕິດເຊື້ອ ໂຄວິດ-19.

ລອງໂຄວິດ Long COVID ຄືຫຍັງ?

Long COVID ຫຼື ອາການຫຼົງເຫຼືອຫຼັງຈາກຕິດເຊື້ອ ໂຄວິດ-19 ໃນໄລຍະຍາວ ເນື່ອງຈາກໃນຂະນະທີ່ປ່ວຍ ໂຄວິດ-19 ຮ່າງກາຍມີການສ້າງ ແອນຕິບໍດີ (Antibodies) ບາງຢ່າງຂຶ້ນມາ ແລະ ໄປຈັບກັບ ໂປຼຕິນ ເຊລຂອງອະໄວຍະວະບາງສ່ວນໃນຮ່າງກາຍ ແລະ ໄປທຳລາຍອະໄວຍະວະສ່ວນຕ່າງໆ.

ອາການ ລອງໂຄວິດ ເປັນອາການປ່ວຍທີ່ບໍ່ມີລັກສະນະຕາຍໂຕ  ອາຈະຄື ຫຼື ແຕກຕ່າງກັນໃນແຕ່ລະບຸກຄົນ, ເຊິ່ງຜົນກະທົບຂອງ ລອງໂຄວິດ ສາມາດເກີດຂຶ້ນໄດ້ທົ່ວຮ່າງກາຍ ຕັ້ງແຕ່ລະບົບຫາຍໃຈ, ລະບົບປະສາດ, ລະບົບທາງເດີນອາຫານ, ຫົວໃຈ ແລະ ຫຼອດເລືອດດຳ ເຮັດໃຫ້ຜູ້ທີ່ເຊົາປ່ວຍບາງຄົນ ຍັງບໍ່ສາມາດກັບໄປໃຊ້ຊີວິດໄດ້ຢ່າງປົກກະຕິເຊິ່ງມີໂອກາດເກີດຂຶ້ນໄດ້ 30-50% ຈາກຈຳນວນຜູ້ຕິດເຊື້ອ ໂຄວິດ-19 ທີ່ປິ່ນປົວເຊົາແລ້ວ.

ກຸ່ມສ່ຽງທີ່ອາດຈະພົບອາການ ລອງໂຄວິດ

  • ຜູ້ສູງອາຍຸ.
  • ຜູ້ທີ່ມີພາວະຕຸ້ຍ.
  • ຜູ້ທີ່ມີໂຣກປະຈຳໂຕ.
  • ຜູ້ທີ່ມີລະບົບພູມຄຸ້ມກັນຕ່ຳ.

ເຊິ່ງຜູ້ທີ່ກຳລັງຕິດເຊື້ອ ໂຄວິດ-19 ທີ່ມີອາການຮຸນແຮງ ກຸ່ມນີ້ ຈະມີຄວາມສ່ຽງໃນການເກີດ ລອງໂຄວິດ ໄດ້ຫຼາຍກວ່າກຸ່ມທີ່ຕິດເຊື້ອ ແລະ ບໍ່ມີອາການ, ແຕ່ໃນກຸ່ມຜູ້ປ່ວຍທີ່ມີອາການບໍ່ໜັກ ຫຼື ຜູ້ປ່ວຍທີ່ຕິດເຊື້ອແບບບໍ່ສະແດງອາການ ກໍສາມາດມາດມີໂອກາດທີ່ຈະເກີດອາການ ລອງໂຄວິດ ໄດ້ເຊັ່ນກັນ, ແຕ່ຈະບໍ່ພົບໃນຜູ້ທີ່ມີພູມຄຸ້ມກັນທີ່ໄດ້ຈາກການຮັບວັກຊີນ.

ອາການ ລອງໂຄວິດ ຫຼື ຜົນກະທົບໄລຍະຍາວ ຕໍ່ສຸຂະພາບ ທີ່ອາດເກີດຂຶ້ນໄດ້ ມີຫຍັງແດ່?

  • ເຈັບຫົວ, ມຶນງົງ, ບໍ່ສົດຊື່ນ.
  • ຄວາມຈຳສັ້ນ ສະມາທິສັ້ນ.
  • ແສບຕາ, ຄັນຕາ, ນ້ຳຕາໄຫຼ.
  • ຂັດດັງ, ດັງບໍ່ໄດ້ກິ່ນ.
  • ການຮັບຣົດຊາດອາຫານປ່ຽນໄປ ຫຼື ພົບອາການຊາທີ່ລິ້ນໃນບາງຄົນ.
  • ມີອາການໄອ, ຫອບເມື່ອຍຫາຍໃຈບໍ່ທັນ.
  • ໃຈສັ່ນ, ເຈັບແໜ້ນໜ້າເອິກຫາຍໃຈລຳບາກ.
  • ມີໄຂ້.
  • ເຈັບທ້ອງ, ອາຫານບໍ່ຍ່ອຍ.
  • ປວດຂໍ່, ກ້າມຊີ້ນລີບ, ກ້າມຊີ້ນອ່ອນແຮງ.
  • ມີພາວະສະໝງລ້າ.
  • ນອນບໍ່ຫຼັບ.
  • ຄວາມດັນເລືອດສູງ.
  • ວິຕົກກັງວົນ ແລະ ຊຶມເສົ້າ.

10 ອາການ ທີ່ພົບຫຼາຍທີ່ສຸດໃນ ລອງໂຄວິດ ຄື

  1. ເມື່ອຍລ້າ.
  2. ຫາຍໃຈບໍ່ອີ່ມ.
  3. ປວດກ້າມຊີ້ນ.
  4. ໄອ.
  5. ເຈັບຫົວ.
  6. ເຈັບຂໍ້ຕໍ່.
  7. ເຈັບໜ້າເອິກ.
  8. ການຮັບຮູ້ກິ່ນປ່ຽນໄປ.
  9. ມີອາການຖອກທ້ອງ.
  10. ການຮັບຣົດຊາດປ່ຽນໄປ.

ພາວະແຊກຊ້ອນຂອງ ໂຄວິດ-19 ທີ່ອາດເກີດຂຶ້ນໄດ້

  • ພາວະເລືອດອຸດຕັນ.
  • ມີບັນຫາກ່ຽວກັບລະບົບຫົວໃຈ.
  • ໄຕວາຍກະທັນຫັນ.
  • ຕັບອັກເສບກະທັນຫັນ.
  • ພາວະແຊກຊ້ອນທາງລະບົບປະສາດ.
  • ພາວະຕິດເຊື້ອໃນກະແສເລືອດ.

ຜົນຂ້າງຄຽງຈາກການປິ່ນປົວ ໂຄວິດ-19

  • ກ້າມຊີ້ນອ່ອນແຮງ.
  • ພາວະຕຶງຄຽດ ຫຼັງຜ່ານເຫດການຮ້ານແຮງ (PTSD).

ແພດຈະພິຈາລະນາອາການຕ່າງໆໂດຍແບ່ງອອກເປັນ

  1. ອາການທີ່ເກີດຂຶ້ນຈາກການນອນໂຮງໝໍເປັນໄລຍະເວລາດົນ ເຊັ່ນ ອາການຈິດຕົກ, ຊຶມເສົ້າ, ຕິດຕຽງ, ບາດແຜກົດທັບ,  ປວດເມື່ອຍກ້າມຊີ້ນໃນສ່ວນຕ່າງໆ.
  2. ອາການເກີດຈາກຜົນແຊກຊ້ອນ ທີ່ໄດ້ຮັບຈາກຢາປິ່ນປົວ ໂຄວິດ-19 ສ່ວນໃຫຍ່ ຢາທີ່ປິ່ນປົວ ໂຄວິດ-19 ມັກຈະບໍ່ພົບຜົນແຊກຊ້ອນໃນໄລຍະຍາ, ເນື່ອງຈາກຜູ້ປ່ວຍຈະກໄດ້ຮັບຢາໃນໄລຍະສັ້ນໆ ແຕ່ອາດສາມາດພົບໄດ້ກັບຢາທີ່ປິ່ນປົວອາການຂ້າງຄຽງອື່ນໆ ທີ່ເກີດຂຶ້ນລະຫວ່າງປິ່ນປົວ ໂຄວິດ-19 ເຊັ່ນ ຢາກຸ່ມສະເຕຍຣອຍດ໌. ອາການທີ່ອາດພົບໄດ້ຫຼັງກັບບ້ານ ເຊັ່ນ ແສບກະເພາະ, ຮູ້ສຶກຄືມີອາການກົດໄຫຼກັບ, ຄ່ານ້ຳຕານບໍ່ຄົງທີ່ ຫຼື ມີອາການທາງເບົາຫວານ.
  3. ອາການທີ່ເກີດຈາກຜົນແຊກຊ້ອນຂອງ ໂຄວິດ-19 ອາດເກີດຂຶ້ນໄດ້ໃນໄລຍະ 1 ເດືອນ ເຖິງ 1 ເດືອນເຄິ່ງ ແບ່ງອອກເປັນ
  • ກຸ່ມທີ່ມີອາການຕໍ່ເນື່ອງມາກວດ ແລະ ບໍ່ໄດ້ພົບຄວາມຜິດປົກກະຕິ ເຊັ່ນ ຫອບເມື່ອຍເພຍ, ຮູ້ສຶກຄືຮ່າງກາຍຍັງບໍຟື້ນຕົວຈາກການປິ່ນປົວ ເຊິ່ງຈະປິ່ນປົວຕາມອາການ ຖ້າຈົນກວ່າຮ່າງກາຍປັບສະພາບ ແລະ ຟື້ນຕົວ.
  • ກຸ່ມທີ່ມີອາການຕໍ່ເນື່ອງມາກວດ ແລະ ໄດ້ພົບຄວາມຜິດປົກກະຕິ ເຊັ່ນ ພົບຄວາມຜິດປົກກະຕິທີ່ປອດ, ເກີດພາວະເລືອດອຸດຕັນ, ພົບຄວາມຜິດປົກກະຕິກ່ຽວກັບຫົວໃຈ ແລະ ຫຼອດເລືອດ, ພາວະຕິດເຊື້ອເກີດການອັກເສບພາຍໃນອະໄວຍະວະສຳຄັນ ເຊິ່ງພົບໄດ້ໜ້ອຍ ແຕ່ກໍສາມາດເກີດຂຶ້ນໄດ້, ການປິ່ນປົວຢູ່ພາຍໃຕ້ການເບິ່ງແຍງຂອງແພດ.
  • ກຸ່ມທີ່ບໍ່ມີອາການ ແຕ່ກວດພົບອາການພິດປົກກະຕິທີ່ປອດ ການປິ່ນປົວແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງແພດ.

ນອກຈາກຜູ້ຕິດເຊື້ອທີ່ມີອາການໜັກ ແລະ ມີປັດໄຈສ່ຽງຂ້າງຕົ້ນແລ້ວ, ຜູ້ທີ່ມີອາການເບົາບາງ ຍັງສາມາດເກີດອາການ ລອງໂຄວິດ ໄດ້ເຊັ່ນກັນ ແຕ່ກໍລະນີມີພູມຄຸ້ມກັນຈາກການສັກວັກຊີນ ແມ່ນຈະຫຼຸດໂອກາດໃນການພົບອາການ ລອງໂຄວິດ ໄດ້.

ທີ່ມາ: รู้จักลองโควิด “Long COVID” อาการหลงเหลือหลังติดเชื้อโควิด-19 – โรงพยาบาลวิชัยเวช อินเตอร์เนชั่นแนล หนองแขม (vichaivej-nongkhaem.com), https://www.petcharavejhospital.com/th/Article/article_detail/Long-Covid

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.