ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫຼວງພະບາງ ເປັນອີກເມືອງໜຶ່ງທີ່ມີອາຫານແຊບຊ້ອຍຫຼາຍຢ່າງທີ່ຂຶ້ນຊື່ ແລະ ເປັນເອກະລັກສະເພາະ ເຊິ່ງສາມາດດຶງດູດແຂກຕ່າງດ້າວທ້າວຕ່າງແດນເຂົ້າມາຊິມຣົດຊາດ ຖ້າໃຜໄດ້ລອງຊິມຣົດຊາດຂອງອາຫານ ຫຼວງພະບາງ ແລ້ວກໍບໍ່ອາດລືມໄດ້ ໂດຍສະເພາະແມ່ນ “ໄຄແຜ່ນ”.

“ໄຄ” ແມ່ນພືດຊະນິດໜຶ່ງ ທີ່ເກີດຢູ່ໃນນໍ້າຕາມທໍາມະຊາດ ຊຶ່ງຈະມັກເກີດຢູ່ໃນຊ່ວງໄລຍະອາກາດໜາວ ມັກອາໄສຢູ່ຕາມໂງ່ນຫິນເຊັ່ນ ນໍ້າຄານ, ນໍ້າຂອງ, ນໍ້າເຊືອງ, ນໍ້າອູ, ນໍ້າບາກ ແລະ ອື່ນໆ. ໃນຕອນເຊົ້າແມ່ຍິງຊາວຫຼວງພະບາງ ຈະພ້ອມພຽງກັນອອກໄປແມ່ນໍ້າເພື່ອທີ່ຈະເກັບເອົາໄຄ ພໍຮອດຕອນທ່ຽງ ທຸກຄົນກໍຈະພາກັນກັບຕ່າວເຮືອນຊານພ້ອມກັບກະຊ້າໄຄ ເພື່ອນໍາມາປຸງແຕ່ງເປັນອາຫານ, ນອກຈາກນັ້ນ ຊາວຫຼວງພະບາງ ຍັງນິຍົມນໍາ “ໄຄ” ມາເຮັດເປັນ ໄຄແຜ່ນແຫ້ງ ເພາະສາມາດເກັບຮັກສາໄວ້ໄດ້ດົນ.

ນາງ ຈັນ, ໜຶ່ງໃນຜູ້ທີ່ຜະລິດ ໄຄແຜ່ນ ຂາຍຕາມທ້ອງຕະຫຼາດ ເລົ່າໃຫ້ຟັງວ່າ ເມື່ອກ່ອນຕົນເອງເຮັດ ໄຄແຜ່ນ ໄວ້ກິນພາຍໃນຄອບຄົວເທົ່ານັ້ນ ແຕ່ພໍມີຫຼາຍຄົນໄດ້ລອງຊິມຣົດຊາດ ໄຄເເຜ່ນ ຂອງລາວແລ້ວ ຫຼາຍຄົນກໍວ່າເເຊບ ລາວຈຶ່ງເລີ່ມເຮັດຫຼາຍຂຶ້ນ  ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ. ພ້ອມກັນນັ້ນ, ເພິ່ນຍັງບອກອີກວ່າ “ຖ້າຈະກິນ ໄຄແຜ່ນ ໃຫ້ແຊບແມ່ນຕ້ອງກິນຄູ່ກັບແຈ່ວບອງ, ເຂົ້າອຸ່ນໆ ຈະເຮັດໃຫ້ ໄດ້ຣົດຊາດທີ່ເເຊບ ເເລະ ເຂົ້າກັນດີ”.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂັ້ນຕອນການເກັບ ແລະ ວິທີເຮັດ ໄຄແຜ່ນ:

1. ເອົາມືຈັບເອົາໄຄທີ່ເກີດຕາມໂງ່ນຫິນໃສ່ກະຊ້າທີ່ກຽມໄວ້.

2. ຫຼັງຈາກນັ້ນ ນໍາເອົາກະຊ້າໄຄ ຈຸ່ມລົງນໍ້າແລ້ວເອົາມືທາວໄປມາ ເພື່ອໃຫ້ດິນ ແລະ ຊາຍອອກຈາກໄຄ ພ້ອມທັງລ້າງນໍ້າຫຼາຍໆເທື່ອຈົນໃຫ້ໝັ້ນໃຈວ່າບໍ່ມີດິນຕິດຢູ່ໄຄແລ້ວ.

3. ຈາກນັ້ນກໍກະກຽມເຄື່ອງປຸງໃສ່ໄຄແຜ່ນ ເປັນຕົ້ນແມ່ນ ຫອມບົ່ວ, ຫອມທຽມ, ໝາກງາ, ໝາກເລັ່ນ, ໝາກຂາມ ແລະ ໝາກກອກຕົ້ມໃສ່ກັນແລ້ວກັ່ນຕອງເອົານໍ້າ.

4. ຈາກນັ້ນກໍຕື່ມເກືອ ແລະ ນໍ້າຕານປະສົມໃສ່ໜ້ອຍໜຶ່ງ ເພື່ອເຮັດໃຫ້ໄຄແຜ່ນມີລົດຊາດແຊບຂຶ້ນ.

5. ພາຍຫຼັງທີ່ປຸງເຄື່ອງສໍາເລັດແລ້ວ ກໍນໍາເອົາໄຄມາຈີກຢາຍໃສ່ຕາມແຕະຫຍ້າຄາແຫ້ງ ໃຫ້ເປັນແຜ່ນ.

6. ຈາກນັ້ນ ກໍນໍາເອົາເຄື່ອງປຸງທີ່ກະກຽມໄວ້ແລ້ວນັ້ນນໍາມາທາໃສ່ໄຄ.

7. ຕໍ່ມາກໍເອົາໝາກງາໂຮຍໃສ່ ແລະ ເອົາຫົວຫອມບົ່ວ, ຜັກທຽມ ແລະ ໝາກເລັ່ນທີ່ຝານເປັນແຜ່ນບາງໆມາຢາຍໃສ່ໜ້າ ໄຄແຜ່ນ ຫຼັງຈາກນັ້ນ ກໍຕາກແດດຈົນໃຫ້ໄຄແຫ້ງ.

ນອກຈາກ ໄຄແຜ່ນ ຈະເປັນອາຫານປະຈຳທີ່ເປັນເອກະລັກຂອງຊາວ ຫຼວງພະບາງ ແລ້ວ ຍັງສາມາດເປັນຂອງຕ້ອນຂອງຝາກໃຫ້ກັບນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ຫຼວງພະບາງ ໄດ້ຊື້ຕິດໄມ້ຕິດມືກັບບ້ານນຳອີກ.

ຂໍ້ມູນຈາກ:ສີສັນວັດທະນະທໍາ ຂອງຊາວຫຼວງພະບາງ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້