Thursday, March 20, 2025

ເຄີຍໄປສໍາພັດແລ້ວບໍ? ບໍ່ນໍ້າຮ້ອນ ປຸ່ງເລາະ, ແຂວງ ບໍ່ແກ້ວ.

“ບໍ່ນໍ້າຮ້ອນ ປຸ່ງເລາະ” ເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ໜ້າໄປສຳພັດ ຂອງ ແຂວງ ບໍ່ແກ້ວ, ໂດຍສະເພາະແມ່ນໃນໄລຍະອາກາດເຢັນໆແບບນີ້, ນອກຈາກໄດ້ສໍາພັດກັບຄວາມມະຫັດສະຈັນຈາກການເນລະມິດຂອງທໍາມະຊາດແລ້ວ ຍັງຈະໄດ້ເຫັນວິຖີຊີວິດ ທາງວັດທະນະທຳທີ່ງົດງາມຂອງ ຊົນເຜົ່າອາຄາ ແລະ ເຜົ່າມູເຊີ ເຊິ່ງການເດີນທາງໄປສະຖານທີ່ດັ່ງກ່າວ ກໍບໍ່ຍາກຫຍັງ ເພາະເມື່ອບໍ່ດົນມານີ້ ມີນັກທຸລະກິດ ລາວ ເຂົ້າໄປສໍາປະທານພັດທະນາແບບຄົບວົງຈອນແລ້ວ.

ພາບຈາກ: ໜັງສືພິມບໍ່ແກ້ວ Bokeo Newspaper

ບໍ່ນໍ້າຮ້ອນປຸ່ງເລາະ ເປັນບໍ່ນໍ້າຮ້ອນ ທີ່ເກີດຂຶ້ນຢູ່ທ່າມກາງຄວາມເຢັນຂອງແມ່ນໍ້າ, ເປັນສິ່ງມະຫັດສະຈັນຫຼາຍ ໂດຍບໍ່ນໍ້າຮ້ອນແຫ່ງນີ້ ຕັ້ງຢູ່ບ້ານ ປຸ່ງເລາະ, ເມືອງ ເມິງ, ແຂວງ ບໍ່ແກ້ວ ເຊິ່ງເປັນຊາຍແດນລະຫວ່າງ ເມືອງ ເມິງ ແລະ ເມືອງ ຕົ້ນເຜິ້ງ, ຫ່າງຈາກເທສະບານເມືອງ ປະມານ 62 ກິໂລແມັດ ແລະ ຈາກການທີ່ຕັ້ງຢູ່ເຂດແດນລະຫວ່າງ 2 ເມືອງ ທ່ານສາມາດເຂົ້າເຖິງໄດ້ທັງ 2 ທາງຄື: ເຂົ້າທາງ ເມືອງ ຕົ້ນເຜິ້ງ ຫຼື ເມືອງ ເມິງ ກໍໄດ້.

ບໍລິເວນດັ່ງກ່າວໃນສະຖານທີ່ ແມ່ນເໝາະສົມຕໍ່ການທ່ອງທ່ຽວ ເພື່ອພັກຜ່ອນຢ່ອນອາລົມແບບສະບາຍໆ ແລະ ເປັນສະຖານ ທີ່ທ່ອງທ່ຽວທາງທໍາມະຊາດ ໃນແບບບຳບັດສຸຂະພາບໄດ້ເປັນຢ່າງດີອີກຕ່າງຫາກ ເນື່ອງຈາກມີການກ່າວຂານກັນວ່າ: ນໍ້າຮ້ອນແຫ່ງນີ້ ສາມາດປິ່ນປົວສຸຂະພາບໄດ້ ໂດຍສະເພາະພະຍາດທີ່ກ່ຽວກັບຜິວໜັງ.

ພາບຈາກ: ໜັງສືພິມບໍ່ແກ້ວ Bokeo Newspaper

ເປັນຫຍັງຈຶ່ງເອີ້ນວ່າ: “ປຸ່ງເລາະ” ປະຊາຊົນເຂດດັ່ງກ່າວບອກວ່າ ເມື່ອກ່ອນສະຖານທີ່ແຫ່ງນີ້ ມີປຸ່ງ (ບໍ່ນໍ້າ) ໂດຍມີສັດປ່າມັກລົງມາອາໄສຢູ່ເປັນຈໍານວນຫຼວງຫຼາຍ, ຂະນະທີ່ຊາວບ້ານເອງກໍໄດ້ທໍາມາຫາກິນຢູ່ເຂດນັ້ນ ແລະ ເມື່ອໄດ້ສັດກໍຈະເອົາຈຸ່ມບໍ່ນໍ້າຮ້ອນດັ່ງກ່າວ ເພື່ອລອກໜັງ ຫຼື ຂົນອອກ ຈຶ່ງເອີ້ນວ່າ: “ປຸ່ງເລາະ”, ແຕ່ວ່າຊົນເຜົ່າທີ່ອາໄສຢູ່ເຂດນັ້ນ ອາດຈະເວົ້າພາສາລາວບໍ່ໄດ້ດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ພ້ຽນມາເປັນ “ປຸ່ງເລາະ” ຈົນຮອດທຸກມື້ນີ້.

ພາບຈາກ: ໜັງສືພິມບໍ່ແກ້ວ Bokeo Newspaper

ຂະນະທີ່ການບໍລິການດ້ານສິ່ງອຳນວຍຄວາມສະດວກຢູ່ບໍລິເວນດັ່ງກ່າວ ຍັງບໍ່ທັນສະດວກເທື່ອ, ແຕ່ກໍມີປະຊາຊົນ ບ້ານ ປຸ່ງເລາະ ທີ່ບົວລະບັດຮັກສາ ແລະ ເຮັດຕູບບໍລິການນັກທ່ອງທ່ຽວ. ປັດຈຸບັນ ເຂດດັ່ງກ່າວໄດ້ມີ ບໍລິສັດ ເຂົ້າມາສໍາປະທານ ເພື່ອປັບປຸງເປັນສະຖານທີ່ທ່ອງທ່ຽວແຫ່ງນີ້ ໃນອະນາຄົດ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.