Monday, January 20, 2025

ອາການ “ເຈັບຫົວ” ທີ່ບອກໂຣກຮ້າຍໄດ້

ອາການ “ເຈັບຫົວ” ເປັນອາການທີ່ຫຼາຍໆຄົນພົບຫຼາຍ, ແລ້ວທ່ານເຄີຍສົງໄສບໍ່ວ່າ ເປັນຫຍັງຄົນເຮົາເຖິງມີອາການເຈັບຫົວເກີດຂຶ້ນໄດ້ ແລະ ອາການເຫຼົ່ານີ້ ມີສາຍເຫດເກີດຈາກຫຍັງ? ມັນສາມາດບົ່ງບອກເຖິງໂຣກຮ້າຍໄດ້ແທ້ບໍ່?

woman with headache, migraine, stress, insomnia, hangover with red alert accent

ມື້ນີ້ ອິນໄຊລາວ ມີຄຳຕອບ, ເພາະພວກເຮົາບໍ່ຢາກໃຫ້ທຸກຄົນປະໝາດ ໃນເລື່ອງຂອງການເບິ່ງແຍງສຸຂະພາບ, ທຸກອາການທີ່ຮ່າງກາຍສົ່ງສັນຍານ ນັ້ນສະແດງວ່າ ອະໄວຍະວະ ຂອງເຮົາກຳລັງເຕືອນວ່າ ອາດມີສັດຕູ ເຊັ່ນ ໂຣກໄພໄຂ້ເຈັບຕ່າງໆ ມາໂຈມຕີ ຫຼື ອາດກວດພົບຄວາມຜິດປົກກະຕິເກີດຂຶ້ນໃນຮ່າງກາຍໄດ້.

ຖ້າບໍ່ຢາກປ່ວຍຈາກອາການ “ເຈັບຫົວ” ບໍ່ວ່າຈະ ເຈັບຫົວ ຈາກຄວາມຕຶງຄຽດ, ເຈັບຫົວໄມເກຣນ ຫຼື ບາງເທື່ອກໍເຈັບໂດຍບໍ່ຮູ້ສາຍເຫດ ແລະ ອາການເຈັບຫົວແຕ່ລະຈຸດແຕກຕ່າງກັນ ຫຼື ໃກ້ຄຽງກັນນັ້ນ ກໍສາມາດບົ່ງບອກ “ໂຣກ” ໄດ້ເຊັ່ນກັນ. ດັ່ງນັ້ນ, ຢ່າປະໝາດ ຫຼື ລະເລີຍອາການແບບນີ້ ກ່ອນທີ່ຈະແກ້ໄຂບັນຫາບໍ່ທັນ.

ຕໍ່ໄປນີ້ ແມ່ນໂຣກທີ່ເກີດຂຶ້ນຈາກການ “ເຈັບຫົວ”

  1. ເຈັບຫົວ ໄມເກຣນ ເຈັບຕຸບໆ: ເຈັບແຕ່ເບື້ອງໃດເບື້ອງນຶ່ງ ແລະ ຍິ່ງເຈັບຫຼາຍຂຶ້ນເມື່ອພົບແສງເຈີດຈ້າ, ສຽງດັງ ຫຼືລຸກຍ່າງ ອາດມີອາການປຸ້ນທ້ອງຮ່ວມນຳ. ອາການເຫຼົ່ານີ້ຈະເກີດດົນ 4-72 ຊົ່ວໂມງ ແລະ ຈະດີຂຶ້ນເມື່ອພັກຜ່ອນຢູ່ນິ້ງໆ ໃນຫ້ອງທີ່ມືດ ແລະເຢັນ.
  2. ເຈັບຫົວ ຈາກຄວາມຕຶງຄຽດ: ຖ້າຫາກຮູ້ສຶກວ່າ ເຈັບຈິ້ວໆ, ເຈັບແບບບີບໆ, ຮັດໆ, ເຈັບເປັນວົງກວ້າງເທິງຫົວ ຫຼືເຈັບເບົ້າຕາຮ່ວມນຳ ແລະມັກເກີດຊ່ວງບ່າຍ ຫຼືແລງ ນັ້ນກໍສະແດງວ່າ ເຖິງເວລາຕ້ອງພັກຜ່ອນເພື່ອຜ່ອນຄາຍກ້າມຊີ້ນທີ່ກຳລັງຕຶງໂຕຈາກຄວາມຄຽດແລ້ວ.
  3. ເຈັບຫົວ ເພາະໂຣກຫຼອດເລືອດສະໝອງ: ເມື່ອອາການເຈັບຫົວເພີ່ມລະດັບຄວາມຮຸນແຮງ ແບບກະທັນຫັນ ບວກກັບມີອາການປາກບ້ຽວ, ເວົ້າບໍ່ໄດ້, ຍ່າງເຊ, ແຂນຂາອ່ອນເພຍ, ເບິ່ງບໍ່ເຫັນ ແລະ ຊຶມລົງ ຄວນໄປພົບແພດໃຫ້ໄວທີ່ສຸດ ເພາະອາດຈະໝົດສະຕິ ແລະ ເສຍຊີວິດໄດ້.
  4. ເຈັບຫົວ ເພາະເນື້ອງອກໃນສະໝອງ: ມັກເຈັບຫົວເລື້ອຍໆ ແລະຮຸນແຮງຂຶ້ນເລື້ອຍໆ, ປຸ້ນທ້ອງປວດຮາກ, ເວົ້າຕິດຂັດ, ເລີ່ມມີບັນຫາເລື່ອງການເບິ່ງເຫັນ ຫຼືການຍ່າງ ລວມໄປເຖິງການມີອາການຊັກທີ່ບໍ່ເຄີຍເປັນມາກ່ອນ ສິ່ງເຫຼົ່ານີ້ອາດເປັນສັນຍານບອກເຖິງ “ເນື້ອງອກໃນສະໝອງ”.
  5. ເຈັບຫົວ ຄະລັດເຕີ ຄື: ອາການເຈັບແບບເບື້ອງດຽວ ແຕ່ມີລະດັບຄວາມຮຸນແຮງກວ່າການເຈັບ ໄມເກຣນ ອາດມີອາການເຈັບເບົ້າຕາ,​ ຕາແດງ, ນຳ້ຕາໄຫຼ ລວມໄປເຖິງການມີເຫື່ອອອກບໍລິເວນຫົວເບື້ອງທີ່ເຈັບຮ່ວມນຳ ຊຶ່ງອາການຈະເກີດຂຶ້ນບໍ່ດົນປະມານ 5 ນາທີ ຫາ 3 ຊົ່ວໂມງ.

ດັ່ງນັ້ນ, ຖ້າຫາກກວດເບິ່ງອາການເຈັບເບື້ອງຕົ້ນ ແລ້ວຍັງບໍ່ໝັ້ນໃຈວ່າ ແມ່ນສັນຍານຂອງໂຣກຮ້າຍ ຫຼື ບໍ່ ຄວນຫາເວລາໄປພົບແພດ ເພື່ອຮັບການກວດວິນິດໄສຢ່າງລະອຽດ, ບໍ່ພຽງແຕ່ເພື່ອຄວາມສະບາຍໃຈ ແຕ່ຍັງເປັນການຮຽກຄືນຄຸນນະພາບຊີວິດທີ່ດີຂອງທ່ານ ໃຫ້ກັບມາອີກດ້ວຍ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: