ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນເປັນມູນຄ່າທັງໝົດປະມານ 470.000 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນຂະແໜງການສຶກສາໃຫ້ແກ່ ເດັກຊົນເຜົ່າ ຢູ່ແຂວງ ອຸດົມໄຊ. ມອບໂດຍ ທ່ານ ນາກາໂນະ ຈຸນຢະ, ອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ແລະ ຕາງໜ້າຮັບຂອງ ທ່ານ ນາງ ຊູສຸມຸລະ ຄຸມິໂກະ, ຕົວແທນຈາກອົງກອນ Plan International Japan ປະຈໍາລາວ.
ອົງການ Plan International Japan ແມ່ນອົງກອນທີ່ບໍ່ຫວັງຜົນກໍາໄລ. ເປົ້າໝາຍຂອງໂຄງການແມ່ນ ການຈັດກິດຈະກໍາພື້ນຖານການສຶກສາຕ່າງໆໃນ ລາວ ເເລະ ໄດ້ສະໜອງການສຶກສາ ໃຫ້ແກ່ເດັກຊົນເຜົ່າ ຢູ່ແຂວງ ອຸດົມໄຊເປັນເວລາ 12 ເດືອນ, ເຊິ່ງຄັ້ງນີ້ແມ່ນການສະໜັບສະໜູນ ເປັນຄັ້ງທີ 3 ທີ່ສືບເນື່ອງມາຕັ້ງແຕ່ປີ 2019.
ອົງການ Plan International Japan ແມ່ນດໍາເນີນກິດຈະກໍາຢູ່ ລາວ ມາຕັ້ງແຕ່ປີ 2006 ແລະ ໄດ້ປະກອບສ່ວນຈັດຕັ້ງປະຕິບັດໂຄງການຕ່າງໆຢ່າງຫຼວງຫຼາຍ ເຊັ່ນ ການປັບປຸງຄຸນນະພາບ ການບໍລິການສຸຂະພາບແມ່ ແລະ ເດັກ, ການປັບປຸງການເຂົ້າເຖິງນໍ້າສະອາດ ແລະ ສຸຂາພິບານ (WASH), ການເບິ່ງເດັກເກີດໃໝ່, ການສົ່ງເສີມຄວາມເທົ່າທຽມຍິງ-ຊາຍ, ການປົກປ້ອງເດັກນ້ອຍໂດຍພາຍໃຕ້ການຮ່ວມມືກັບ ລັດຖະບານ ຍີ່ປຸ່ນ ໂດຍຜ່ານບັນດາກິດຈະກໍາຕ່າງໆເຫຼົ່ານີ້, ອົງການ Plan International Japan ໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນລາວ.
ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະໜອງການສຶກສາຂັ້ນເບື້ອງຕົ້ນ ເພື່ອປັບປຸງທັກສະການສຶກສາຂັ້ນພື້ນຖານ ແລະ ຍົກລະດັບສະພາບແວດລ້ອມການສຶກສາໃຫ້ແກ່ເດັກນ້ອຍຊົນເຜົ່າ ທີ່ເມືອງ ປາກແບ່ງ, ແຂວງ ອຸດົມໄຊ ລວມມີ 21 ໂຮງຮຽນອານຸບານ ແລະ 30 ໂຮງຮຽນປະຖົມ ພາຍໃນເມືອງ ປາກແບ່ງ ແລະ ໄດ້ຝຶກອົບຮົມໃຫ້ແກ່ອາຈານ, ສະໜອງອຸປະກອນການສຶກສາ, ສ້າງຄວາມຕະໜັກເຖິງການລ້ຽງດູລູກຫຼານ, ຄວາມເທົ່າທຽມ ລະຫວ່າງ ຍິງ-ຊາຍ ແລະ ພ້ອມທັງສ້າງຄວາມກຽມພ້ອມໃຫ້ແກ່ການກະກຽມເຂົ້າຮຽນຊັ້ນປະຖົມຂອງເດັກນ້ອຍກ່ອນໄວຮຽນ.
ນອກຈາກນີ້, ໂຄງການດັ່ງກ່າວ ຍັງສົມທົບໃນການສ້າງອາຄານຮຽນ ແລະ ສຸຂາພິບານໃຫ້ແກ່ໂຮງຮຽນ 3 ຫຼັງນໍາອີກ. ພາຍຫຼັງຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນທັນວາ ປີ 2019 ເເລະ ໂຄງການກໍມີແຜນຈະສິ້ນສຸດລົງໃນ ເດືອນ ມັງກອນ 2023 ນີ້.
ລັດຖະບານ ຍີ່ປຸ່ນ ມີຄວາມຕັ້ງໃຈ ທີ່ຈະສືບຕໍ່ໃຫ້ການສະໜັບສະໜຸນອົງການ Plan International Japan ໃນຕໍ່ໜ້າ ແລະ ພ້ອມທັງຍັງຊື່ນຊົມ ແລະ ຕີລາຄາສູງ ຕໍ່ການປະຕິບັດໜ້າທີ່ວຽກງານໃນຂັ້ນຮາກຖານຂອງພວກເຂົາ ເຖິງແມ່ນວ່າຈະປະສົບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ກໍຕາມ.
ຂໍ້ມູນຈາກ: ສະຖານທູດຢີ່ປຸ່ນປະຈໍາ ສປປ ລາວ
Hits: 0