ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັດຖ้ำພະ ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳ ອີກແຫ່ງໜຶ່ງ ຂອງແຂວງ ຫົວພັນ ເຊິ່ງຕັ້ງຢູ່ບ້ານ ຖຳ້, ເມືອງ ຊຳເໜືອ, ແຂວງ ຫົວພັນ ຫ່າງຈາກຕົວເມືອງ ຊຳເໜືອ ປະມານ 12 ກິໂລແມັດ.

ໂດຍຖຳ້ແຫ່ງນີ້ ມີປະຫວັດຄວາມເປັນມາທີ່ເກົ່າແກ່ຍາວນານ ໂດຍອີງຕາມຂໍ້ມູນຈາກນາຍບ້ານ, ແນວໂຮມ ບ້ານ ຖໍ້າ ໃຫ້ຮູ້ວ່າ: ໃນປີ 1729 ຖໍ້າແຫ່ງນີ້ ມີຄວາມໝາຍເລົ່າລືຕໍ່ໆກັນມາວ່າ ຮູຖໍ້າແມ່ນປ່ອງຊອດໃສ່ ຈອມພູສີ (ແຂວງ ຫຼວງພະບາງ) ສາເຫດກໍຍ້ອນວ່າ ຄົນເຈັບເປັນລົ້ມຕາຍຢູ່ ບ້ານ ຕີນພູສີ, ຫຼວງພະບາງ ແລະ ບ້ານ ຖໍ້າ ກໍເກີດພະຍາດ ມີຄົນລົ້ມຕາຍເດືອດຮ້ອນໜັກຄືກັນ. ແຕ່ກ່ອນຢູ່ໃນເຂດຖໍ້ານີ້ ເປັນປ່າໄມ້ໃຫ່ຍດົງໜາ ໄມ້ເປັນຂົນຄືຄົນມີໜວດ ບໍ່ມີຄົນໃດສາມາດໄປຕັດໄມ້ຢູ່ໃນເຂດຮູຖໍ້າແຫ່ງນີ້ໄດ້, ຖ້າມີຄົນດື້ດ້ານໄປຕັດກໍເກີດມີການເຈັບຫົວ, ເລືອດດັງອອກ ຈຶ່ງເຮັດໃຫ້ເຂດນີ້ກາຍເປັນປ່າສັກສິດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາບຈາກ ທ່ອງທ່ຽວຫົວພັນ

ໃນໄລຍະ ສະຕະວັດທີ່ 16 ພະເຈົ້າຊີວິດ ຫຼວງພະບາງ ຈຶ່ງໄດ້ສັ່ງເຈົ້າຂຸນມຸນນາຍ, ອາດຍາ ຕາແສງ ຫົວຊຽງ ເກັບທ້ອນຫີນຢູ່ນໍ້າຊຳ ແຕ່ບ້ານ ອົ່ງ ເຖິງ ບ້ານ ກາງ ຂົນຂຶ້ນໄປຖອກອັດໃສ່ຮູຖໍ້າ ແລ້ວກໍ່ພະເຈົ້າອັດໃສ່ຮູຖໍ້າບໍ່ໃຫ້ມີລົມ ແລະ ມີສຽງດັງອອກມາຈາກຖໍ້າຄືແຕ່ກ່ອນອີກ, ສ່ວນຈອມພູສີ ຫຼວງພະບາງ ເຈົ້າຊີວິດກໍສັ່ງໃຫ້ ກໍ່ທາດໃຫ່ຍອັດຮູ ຢູ່ເທິງ ຈອມພູສີ. ຫຼັງຈາກນັ້ນ, ສະພາບການເປັນຢູ່ກໍເລີ່ມດີຂຶ້ນ, ຄວາມເຈັບເປັນຂອງປະຊາຊົນ ກໍຫ່າງໜີໄປ ຈົນເຖິງປັດຈຸບັນ.

ນັບແຕ່ນັ້ນເປັນຕົ້ນມາ ເຈົ້າຊີວິດ ກໍໄດ້ນິມົນພະສົງ ພ້ອມທັງສັ່ງໃຫ້ ເຈົ້າຂຸນ ມຸນນາຍ ຕ່າງໆ ເມື່ອຮອດ ບຸນປີໃໝ່ລາວ ຂອງທຸກໆປີ ໃຫ້ມາຫົດສົງພະເຈົ້າ ຢູ່ໃນຖໍ້າແຫ່ງນີ້ເປັນປະຈຳ.

ພາບຈາກ ທ່ອງທ່ຽວຫົວພັນ

ຕົກມາເຖິງ ຄສ 1829 ເກີດມີເສິກຫ່ານ, ເສິກເຈືອງ ເຂົາເຈົ້າໄດ້ຊອກຫາວັດວາອາຮາມ ບ່ອນໃດເປັນບ່ອນມີສິ່ງສັກສິດເຂົາເຈົ້າໄດ້ໄປທຳລາຍ, ມ້າງເພ ເພື່ອຊອກຫາເງິນຄຳ ດັ່ງນັ້ນ ພະເຈົ້າຢູ່ຖໍ້າແຫ່ງນີ້ກໍໄດ້ຖືກທຳລາຍ ເຮັດໃຫ້ຍັງເຫຼືອພຽງແຕ່ ຮູບຮ່າງຮ່ອງຮອຍຈຳນວນໜຶ່ງເທົ່ານັ້ນ.

ໃນເມື່ອມີສະພາບເປັນຄືແນວນັ້ນ ພະຍາພົນລາຊາລືເດດ, ເມືອງ ຊຳເໜືອ ໄດ້ເປັນເຈົ້າມູນສັດທາ ພ້ອມດ້ວຍເຈົ້າຂຸນມຸນນາຍ, ອາດຍາຕາແສງ ເມືອງ ຫົວຊຽງ ພ້ອມກັບ ສົມເດັດ ພູທິສານ ບ້ານຖໍ້າ ເປັນຜູ້ສ້ອມແປງພະເຈົ້າອົງຫຼວງຄືນໃໝ່.

ພາບຈາກ ທ່ອງທ່ຽວຫົວພັນ

ຫຼັງຈາກນັ້ນ ມາເຖິງ ຄສ 2002 ໄດ້ມີພໍ່ເຖົ້າສິມ ແລະ ນາງກອງ ຜູ້ເປັນເມຍ ແລະ ທອງສີ, ນາງພວງ ຜູ້ເປັນລູກ ໄດ້ເປັນເຈົ້າສັດທາ ປະຕິສັງຂອນ ສ້າງຂັ້ນໄດຂຶ້ນຖຳ້ ແຕ່ຕີນພູຂຶ້ນຫາປາກຖຳ້ ມີ 44 ຂັ້ນ.

ໃນປີ ຄສ 2003 ທ້າວ ອ່ອນຄຳ ພູມະນີວົງ, ພ້ອມດ້ວຍ ນາງພັນ ກໍໄດ້ເປັນເຈົ້າສັດທາ ສ້າງສາລາໂຮງທຳຂຶ້ນ ແລະ ສ້າງປະຕູໂຂງ, ມາເຖິງປີ ຄສ 2004 ກໍໄດ້ສ້າງໂຕນາກ ເຊິ່ງເຈົ້າສັດທາແມ່ນ ທ້າວ ຈັນສີ ເທບພະວົງ ແລະ ນາງ ຄຳປ້ອມ ພ້ອມດ້ວຍລູກຫຼານ.

ພາບຈາກ ທ່ອງທ່ຽວຫົວພັນ

ປີ 2017 ໄດ້ມີທ້າວ ສວນເພັດ ພູມະນີວົງ ແລະ ທ້າວ ພູໄຊ ພູມະນີວົງ, ພ້ອມດ້ວຍລູກຫຼານ ໄດ້ສ້າງໂຕນາກຂຶ້ນອີກ ເຊິ່ງຄວາມຍາວ 60 ແມັດ.

ມາຮອດປັດຈຸບັນ ບໍວ່າຈະເປັນ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ກໍມີຄວາມສົນໃຈຢາກມາທ່ຽວຊົມ ແລະ ຫຼັ່ງໄຫຼກັນມາເຄົາລົບບູຊາຖ້ຳແຫ່ງນີ້ຢ່າງບໍ່ຂາດສາຍ.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້