ຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເມືອງ ຊະນະຄາມ, ແຂວງ ວຽງຈັນ ໄດ້ເປີດພິທີ ປະກາດ 4 ບຸກຄື: ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກດ້ານວຽກງານຈັດຕັ້ງຕີລາຄາ ແລະ ບຸກດ້ານວິຊາຊີບ ສ້າງວຽກເຮັດງານທໍາ ເພື່ອປັບປຸງກົງຈັກການຈັດຕັ້ງ ຊາວໜຸ່ມຂັ້ນຮາກຖານບ້ານ.
ຄະນະບໍລິຫານງານ ຊາວໜຸ່ມ ເມືອງ ຊະນະຄາມ ປະກອບມີ 19 ສະຫາຍ, ຍິງ 6 ສະຫາຍ ທົ່ວເມືອງມີ 58 ໜ່ວຍຮາກຖານ, ມີສະມາຊິກຊາວໜຸ່ມ-ໄວໜຸ່ມ ທັງໝົດ 3.211 ສະຫາຍ, ຍິງ 1.420 ສະຫາຍ, ເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທັງໝົດ 680 ສະຫາຍ, ຍິງ 348 ສະຫາຍ.
ໜຶ່ງປີຜ່ານມາ ຄະນະຊາວໜຸ່ມເມືອງ ໄດ້ເອົາໃຈໃສ່ ປັບປຸງກົງຈັກການຈັດຕັ້ງ ຊາວໜຸ່ມຂັ້ນຮາກຖານບ້ານ ທີ່ເຫັນວ່າມີຄວາມຈຳເປັນ ໄດ້ 5 ບ້ານ ພ້ອມທັງຊຸກຍູ້ຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ຕິດພັນກັບ ການປະຕິບັດວິຊາສະເພາະຂອງຕົນ ເຊິ່ງມີສະມາມາຊິກຊາວໜຸ່ມຫຼາຍສະຫາຍ ກາຍເປັນສະມາຊິກດີເດັ່ນ ແລະ ໄດ້ຮັບການຍ້ອງຍໍຂັ້ນຕ່າງໆ ໂດຍສະເພາະ ຂັ້ນຄະນະບໍລິຫານງານຊາວໜຸ່ມແຂວງ ຈຳນວນ 19 ສະຫາຍ, ຍິງ 5 ສະຫາຍ ແລະ ໄດ້ຮັບການຢັ້ງຢືນເປັນໜ່ວຍ 4 ບຸກ ໄດ້ 54 ໜ່ວຍ ມີຈໍານວນ 1.767 ສະຫາຍ, ຍິງ 883 ສະຫາຍ ພ້ອມທັງດີເດັ່ນໃນການປະກອບອາຊີບໃນການປູກຝັງ-ລ້ຽງສັດ ຈໍານວນ 4 ສະຫາຍ.
ຜ່ານການຕີລາຄາຈັດປະເພດໃນແຕ່ລະດ້ານ ຂອງວຽກງານ 4 ບຸກໃນ 1 ປີຜ່ານມາ ສາມາດເຮັດໄດ້ດັ່ງນີ້:
1. ບຸກດ້ານແນວຄິດປະຕິບັດໄດ້ 91%.
2. ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຣຽນ ປະຕິບັດໄດ້ 95%.
3. ບຸກດ້ານວຽກງານຈັດຕັ້ງຕີລາຄາ ປະຕິບັດໄດ້ 85%.
4. ບຸກດ້ານວິຊາຊີບ ສ້າງວຽກເຮັດງານທໍາ ປະຕິບັດໄດ້ 90%.
ໃນກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງ ຂອງເລຂາຄະນະບໍລິຫານງານ ຊາວໜຸ່ມ ເມືອງ ຊະນະຄາມ ວ່າດ້ວຍການຢັ້ງຢືນສະມາຊິກຊາວໜຸ່ມ 4 ບຸກ ຈໍານວນ 1.725 ສະຫາຍ ຍິງ 883 ສະຫາຍ, ຂໍ້ຕົກລົງ ຂອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ວ່າດ້ວຍ ການຢັ້ງຢືນໜ່ວຍຊາວໜຸ່ມ ປະຊາຊົນ ປະຕິວັດລາວ 4 ບຸກ ຈຳນວນ 54 ໜ່ວຍ, ຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເມືອງ ຊະນະຄາມ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການຢັ້ງຢືນ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເມືອງ ຊະນະຄາມ ເປັນເມືອງຊາວໜຸ່ມ 4 ບຸກ ປະຈໍາປີ 2021.
ຂໍ້ມູນຈາກ: ສື່ມວນຊົນໝຸ່ມລາວ
Hits: 1