ກອງທຶນສິ່ງແວດລ້ອມໂລກ (GEF6) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ສະໜອງທຶນໃຫ້ເເກ່ ໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແບບຍືນຍົງ ຢູ່ໃນລະບົບນິເວດ ປ່າໂຄກພາກໃຕ້ ຂອງ ສປປ ລາວ ຈໍານວນ 9.656.544.000 ກີບ ໂດຍຜ່ານ ກອງທຶນປົກປັກຮັກສາສິ່ງເເວດລ້ອມ ເພື່ອສະໜັບສະໜູນ ລັດຖະບານລາວ ໃນການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງຢູ່ແຂວງ ສະຫວັນນະເຂດ.

ໂຄງການດັ່ງກ່າວແມ່ນຈະສ້າງຄວາມອາດສາມາດ ໃນການວາງແຜນ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ ແລະ ເພື່ອໃຫ້ເຂົ້າໃຈນະໂຍບາຍ, ລະບຽບການຕ່າງໆ ຂອງລັດຖະບານ. ໃນນັ້ນໄດ້ຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ໂດຍໜ່ວຍງານທີ່ກ່ຽວຂ້ອງຂອງລັດ, ຊຸມຊົນ ແລະ ພາກສ່ວນຂະແໜງ ການທີ່ກ່ຽວຂ້ອງ ແລະ  ພັດທະນາກົນໄກທາງດ້ານການເງິນ ລວມທັງການທ່ອງທ່ຽວ ແລະ ການປັບປຸງຊີວິດການເປັນຢູ່ ທີ່ສາມາດຮັບປະກັນຄວາມຍືນຍົງຂອງການນໍາໃຊ້ທີ່ດິນ ແລະ ວິທີການຄຸ້ມຄອງຊັບພະຍາກອນໄດ້.

ການຈັດໂຄງການໃນຄັ້ງນີ້ ກໍເພື່ອສາທິດການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແບບຢືນຍົງ ໃນເຂດຈັດສັນປ່າໄມ້ ໃນແຂວງ ສະຫັວນນະເຂດ ແລະ ຮັບປະກັນທີ່ຢູ່ອາໃສຂອງບັນດາສັດປ່າທີ່ສຳຄັນ ແລະ ຮັກສາການໄຫຼວຽນຂອງນໍ້າໃຫ້ມີຄວາມສົມດຸນ ເພື່ອໃຫ້ການບໍລິການລະບົບນິເວດຕ່າງໆ ລວມທັງການສະໜອງນໍ້າ, ການຮັກສາ ແລະ ການປ້ອງກັນໄພນໍ້າຖ້ວມ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ການປະຕິບັດ ກິດຈະກໍາຂອງໂຄງການແມ່ນໄດ້ນໍາໃຊ້ງົບປະມານລວມ ທີ່ໄດ້ຮັບຈາກ ຫ້ອງການ ກປສ ຈໍານວນ 9.656.544.000 ກີບ. ຮອດປີ 2021 ສາມາດຈ່າຍໄດ້ 8.637.022.669 ກີບ ທຽບເທົ່າ 89%  ຂອງງົບປະມານລວມທັງໝົດ ແລະ ຈໍານວນທີ່ຍັງເຫຼືອ 1.019.521.331 ກີບ ແມ່ນມີແຜນຈະນໍາໃຊ້ເຂົ້າໃນກິດຈະກໍາທີ່ຍັງຄ້າງໃຫ້ສໍາເລັດ ພາຍໃນວັນ 31 ພຶດສະພາ 2022 ນີ້.

ຂໍ້ມູນຈາກ: ກອງທຶນປົກປັກຮັກສາສິ່ງເເວດລ້ອມ.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້