Monday, April 21, 2025

ນີ້ບໍ່ແມ່ນ “ນົກກະຊຸມ”

ໃນຊ່ວງໄລຍະກ່ອນເດືອນ ທັນວາ ປີ 2013 ໃຜໄດ້ໄປວັດສີເມືອງ, ນະຄອນຫຼວງ ວຽງຈັນ ຈະໄດ້ພົບກັບນົກໂຕໃຫຍ່ເບິ່ງໜ້າຢຳເກງ ງອຍຢູ່ເທິງທາດເກົ່າທີ່ເຊື່ອກັນວ່າເປັນຂອງ ເຈົ້າແມ່ສີເມືອງ, ໂດຍມີການເລົ່າຂານຕຳນານທີ່ຫຼາກຫຼາຍວກ່ຽວກັບນົກໂຕນີ້, ບາງຄົນກໍວ່າ ຖືກຈັບມາລ່າມໂສ້ໄວ້ (ເພາະບໍ່ບິນອອກໄປໄສ), ບາງຄົນກໍວ່າ ບິນມາຢູ່ເອງ ຫຼື ບາງຄົນກໍເຊື່ອວ່າ ເປັນນົກທີ່ປົກປັກຮັກສາ ທາດຂອງເຈົ້າແມ່ສີເມືອງ ແຫ່ງນີ້.

ຈົນມາຮອດມື້ນີ້ ກໍບໍ່ມີໃຜຮູ້ແທ້ໆວ່າ ນົກໂຕນີ້ມາຢູ່ໄດ້ຈັ່ງໃດ? ນອກຈາກຄຳບອກເລົ່າທີ່ເບິ່ງທຳມະດາທີ່ສຸດຄື ເປັນນົກເຖົ້າ ທີ່ຫຼົງມາຢູ່ໃນວັດ ແລະ ບໍ່ໄປໄສ ສຸດທ້າຍແລ້ວກໍຂຶ້ນໄປຢູ່ເທິງທາດເອງ.

ໃນທາງວິຊາການປ່າໄມ້ແລ້ວ ນົກທີ່ມີໜ້າຕາດຸຮ້າຍເປັນຕາຢ້ານນີ້ ຄື ນົກກະຊຸມແຊວ ເຊິ່ງຈັດຢູ່ໃນລາຍການ ສັດປີກປະເພດຫວງຫ້າມໃນບັນຊີທີ 1 ຂອງ ລາວ, ເຊິ່ງລະບຸໄວ້ຄວບຄຸມເຖິງ ນົກກະຊຸມ ທຸກຊະນິດ ແລະ ມີພາບປະກອບເປັນ ນົກກະຊຸມແຊວ ເຊິ່ງອາດເຮັດໃຫ້ຍິ່ງສັບສົນໄປວ່າ ນົກກະຊຸມແຊວ ກັບ ນົກກະຊຸມ ຄືນົກປະເພດດຽວກັນ.

ອັນທີ່ຈິງ ຫາກເຮົາຈະສັບສົນກັບຊື່ນົກຊະນິດນີ້ກໍບໍ່ແປກ ເພາະມີລາຍງານການສຳຫຼວດ ປ່າສະຫງວນແຫ່ງຊາດ ດົງຄັນທຸງ, ແຂວງ ຈຳປາສັກ ໃນປີ 2010 (Gibbon Surveys) ເຊິ່ງພົບທັງ ນົກກະຊຸມ ແລະ ນົກກະຊຸມແຊວ ຢູ່ໃນພື້ນທີ່ດຽວກັນ ເຊິ່ງເພິ່ນກໍຂຽນໄວ້ວ່າ ຊາວບ້ານຢູ່ໃນເຂດນັ້ນ ກໍແຍກນົກສອງຊະນິດນີ້ບໍ່ອອກ.

ຈາກໜັງສືລາຍງານເລື່ອງ ຖິ່ນອາໄສສຳຄັນຂອງນົກໃນ ສປປ ລາວ ໂດຍ ກົມປ່າໄມ້ ລະບຸຊື່ລາວ ແລະ ຊື່ວິທະຍາສາດຂອງນົກສອງຊະນິດນີ້ໄວ້ແຕກຕ່າງກັນຢ່າງຊັດເຈນວ່າ ນົກກະຊຸມແຊວ ແມ່ນ Leptoptilos javanicus ແລະ ນົກກະຊຸມ ແມ່ນ Leptoptilos dubius.

ສຳລັບຊື່ສາມັນຂອງ ນົກກະຊຸມແຊວ ແມ່ນ Lesser Adjutant ແລະ ນົກກະຊຸມ ແມ່ນ Greater Adjutant ເຊິ່ງມີຈຸດແຕກຕ່າງທີ່ສັງເກດໄດ້ຊັດເຈນທີ່ສຸດກໍຄື ນົກກະຊຸມແຊວ ບໍ່ມີຖົງກ້ອງຄໍ ແລະ ໜັງຄໍມີສີເຫຼືອງແກມແດງ, ສ່ວນ ນົກກະຊຸມ ມີສີທີ່ໜັງຄໍບໍ່ແຈ້ງຫຼາຍ ແລະ ໂຕໃຫຍ່ກວ່າ.

ນົກກະຊຸມແຊວ ບໍ່ມີຖົງກ້ອງຄໍ ແລະ ໜັງຄໍມີສີເຫຼືອງແກມແດງ, ສ່ວນ ນົກກະຊຸມ ມີສີທີ່ໜັງຄໍບໍ່ແຈ້ງຫຼາຍ ແລະ ໂຕໃຫຍ່ກວ່າ.

ຢ່າງໃດກໍຕາມ ທັງສອງສາຍພັນກໍມີພຶດຕິກຳ ແລະ ຊະຕາຊີວິດຄ້າຍຄືກັນນັ້ນກໍຄື ເປັນນົກກິນຊາກ ແລະ ສັດນ້ອຍ ທີ່ມັກຢູ່ຕາມທົ່ງນາ ແລະ ທົ່ງຫຍ້າ ບິນໄດ້ ແລະ ເປັນນົກທີ່ຄົນສ່ວນໃຫຍ່ບໍ່ເຫັນຄ່າ ເພາະເບິ່ງເປັນຕາຢ້ານ, ເນື່ອງຈາກພື້ນທີ່ເຮັດຮັງຈະເຕັມໄປດ້ວຍຊາກສັດ ສົ່ງກິ່ນເໝັນລົບກວນ, ຕ່າງກັບຍາດສະນິດຂອງພວກມັນນັ້ນກໍຄື ນົກກະສາ ທີ່ເບິ່ງສະອາດ ແລະ ມີຄວາມສວຍງາມຫຼາຍກວ່າ. ສົ່ງຜົນໃຫ້ນົກກະຊຸມທັງສອງສາຍພັນນີ້ ບໍ່ເປັນທີ່ຕ້ອງການ ປະກອບກັບການຖືກລົບກວນຈາກການຂະຫຍາຍຕົວເມືອງ ຈົນກາຍເປັນສັດທີ່ພົບເຫັນໄດ້ຍາກ ແລະ ຢູ່ໃນບັນຊີທີ່ອາດຈະສ່ຽງສູນພັນຈາກທຳມະຊາດ (VU) ຂອງບັນຊີແດງສາກົນ ເພື່ອອະນຸລັກທຳມະຊາດ (IUCN Ret List) ໃນທີ່ສຸດ.

ເຫັນໜ້າຕາເປັນຕາຢ້ານແບບນີ້ ຄວາມຈິງແລ້ວ ນົກກະຊຸມແຊວ ແລະ ນົກກະຊຸມ ເປັນສັດມັກສະຫງົບ ແລະ ມັກບໍ່ຢ້ານຄົນ ເພາະຢູ່ຕາມທົ່ງນາເຊິ່ງໃກ້ຊິດກັບຄົນຢູ່ແລ້ວ, ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະບໍ່ດຸຮ້າຍ  ເພາະຖ້າຖືກຄຸກຄາມໃນໄລຍະໃກ້ ກໍອາດເປັນອັນຕະລາຍໄດ້. ສ່ວນຄຳວ່າ Adjutant ທີ່ຕໍ່ທ້າຍນົກທັງສອງໂຕນີ້ ໄດ້ມາຈາກທ່າຍ່າງແຂງໆ ແບບທະຫານ ນັ້ນເອງ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.