“ເຜົ່າຕອງເຫຼືອງ”  ກັບວິຖີຊີວິດການເປັນຢູ່

ເຜົ່າຕອງເຫຼືອງ ຫຼື “ຄົນປ່າ” ອີກຊື່ໜຶ່ງທີ່ເຮົາມັກໄດ້ຍິນ ຊຶ່ງມີຊື່ເອີ້ນຢ່າງເປັນທາງການວ່າ ເຜົ່າກຣີ  ໂດຍຈະດຳລົງຊີວິດຢູ່ໃນປ່າ ແລະ ໃຊ້ໄມ້ຈາກທໍາມະຊາດມາປຸກເປັນທີ່ຢູ່ອາໄສໂດຍສະເພາະແມ່ນການນໍາເອົາໃບຕອງມາມຸງເຮືອນ ເມື່ອໃດທີ່ຕອງເຫຼືອງ ຫຼື ໃບຕອງແຫ້ງຕາຍແລ້ວກໍຈະພາກັນຍົກຍ້າຍຖິ່ນຖານໄປຢູ່ບ່ອນໃໝ່.

ເຜົ່າຕອງເຫຼືອງເປັນອີກຊົນເຜົ່າໜຶ່ງທີ່ບໍ່ມີທີ່ຢູ່ອາໄສຖາວອນ ເຊິ່ງເຂົາເຈົ້າຖືວ່າຖ້າເມື່ອໃດໃບຕອງເຫຼືອງແລ້ວນັ້ນກໍຈະສະແດງໃຫ້ເຫັນຄວາມອຸດົມສົມບູນຂອງພືດຜັກ ແລະ ໝາກໄມ້ຢູ່ເຂດດັ່ງກ່າວໄດ້ຫຼຸດໜ້ອຍຄອຍລົງ ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໄດ້ຍ້າຍໄປປັກຫຼັກຖິ່ນຖານຢູ່ພູຜາປ່າດົງຕໍ່ໄປ ໂດຍທີ່ເຂົາເຈົ້າຈະອາໄສແຈກຍ້າຍຢູ່ເປັນແຕ່ລະຄອບຄົວຕາມປ່າດົງຕ່າງໆ 

ອາຫານຫຼັກຂອງ ເຜົ່າຕອງເຫຼືອງ ແມ່ນການຫາກິນເຜືອກ, ກິນມັນ, ໜໍ່ໄມ້, ໝາກໄມ້ຕາມລະດູການ ແລະ ສັດທີ່ເຂົາເຈົ້າຫາມາໄດ້ ພ້ອມກັນນັ້ນ ຊົນເຜົ່າຕອງເຫຼືອງຍັງມີພາສາປາກເວົ້າທີ່ເປັນເອກະລັກສະເພາະຂອງເຂົາເຈົ້າ ແລະ ໜຶ່ງໃນພາສາທີ່ຖືກປະກອບສ່ວນເຂົ້າໃນຄັງສາງພາສາຂອງໂລກນັ້ນກໍຄື ພາສາມຣາບຣີ (Mrabri) ຈາກການຄົ້ນຄວ້າຂອງນັກວິຊາການຫຼາຍທ່ານໄດ້ຈັດພາສາ ມຣາບຣີ ເຂົ້າໃນໝວດພາສາ “ມອນຂະແມ”.

ໃນເມື່ອກ່ອນ ຄົນເຜົ່າຕອງເຫຼືອງ ເຂົາເຈົ້າຈະບໍ່ນຸ່ງເຄື່່ອງຄືຄົນທົ່ວໄປ ເຂົາເຈົ້າພຽງແຕ່ເອົາເປືອກໜ້ອງມາທັບໃຫ້ອ່ອນຄືກັບເປືອກໄມ້ ແລ້ວກໍ່ເອົາປິດແຕ່ອະໄວຍະວະເພດ ແຕ່ມາຮອດປັດຈຸບັນນີ້ ເຂົາເຈົ້າກໍໄດ້ນຸ່ງໂສ້ງ, ເສື້ອຄືກັບຄົນທົ່ວໄປແຕ່ເຂົາເຈົ້າຈະບໍ່ຊັກເຄື່ອງ ນອກຈາກວ່າເຄື່ອງນຸ່ງຂາດຫຼາຍ ແລະ ໃຊ້ບໍ່ໄດ້ແລ້ວພວກເຂົາກໍຈະຖິ້ມ ເນື່ອງຈາກວ່າພວກເຂົາມັກຄວາມລຽບງ່າຍ ບໍ່ຄ່ອຍສົນໃຈກັບວັດຖຸພາຍນອກ ແລະ ເຄື່ອງນຸ່ງຫົ່ມ ໃນຍາມກາງຄືນບໍ່ວ່າລະດູໃດໆກໍຕາມພວກເຂົາຈະບໍ່ໃຊ້ຜ້າຫົ່ມມີພຽງແຕ່ເອົາໄມ້ມາດັງໄຟໃຫ້ຄວາມອົບອຸ່ນເທົ່ານັ້ນ ຖ້າຫາກມີຄົນບໍ່ຄຸ້ນໜ້າໄປຫາ ຫຼື ເວລາພົບສັດຮ້າຍອື່ນໆ ຄົນເຜົ່າຕອງເຫຼືອງ ຈະສົ່ງສັນຍານບອກໃຫ້ກັນຮູ້ດ້ວຍ ການກູກ ຫຼື ການເປົ່າໃບໄມ້ ເປັນສັນຍານລັບ ແລະ ເມື່ອປອດຈາກອັນຕະລາຍແລ້ວ ພວກເຂົາກໍ່ມີສັນຍານສົ່ງຫາກັນແບບໃໝ່ພິເສດຕື່ມອີກ.

ເຜົ່າຕອງເຫຼືອງ ເປັນຄົນມັກມ່ວນ ດັ່ງນັ້ນພວກເຂົາກໍຈະມີເຄື່ອງດົນຕີທີ່ປະດິດມາຈາກທໍາມະຊາດນັ້ນກໍຄື ເຕັ່ງ ເຊິ່ງມັນມີລັກສະນະຄ້າຍຄືກັບ ກີ່ຕ້າ, ແຕ່ສາຍຂອງເຄື່ອງດົນຕີນັ້ນແມ່ນເຮັດດ້ວຍຫວາຍ ເວລາທີ່ໄດ້ກິນອາຫານອີ່ມ ຫຼື ໄດ້ສິ່ງໃດສິ່ງໜຶ່ງມາທີ່ຖືກໃຈ ພວກເຂົາກໍມັກຈະຂັບລຳໃຫ້ກັນຟັງ ໂດຍຈະມີເນື້ອໃນຂອງບົດຂັບລຳປະມານວ່າ: “ເຮົານີ້ເອົາປ່າເປັນເຮືອນ ເອົາເດືອນດາວເປັນແສງໄຟໄຕ້ ເອົາຕົ້ນໄມ້ມາເຮັດໝອນ ເຖິງຍາມນອນ ທາງຫົວມີມົດລີ້ນ ທາງຕີນມີມົດງ່າມ ສອງຟາກຂ້າງ ມີແຕ່ປຸ້ມມົດສະນອຍ ສຸກໃຈເດ…!”

ມາເຖິງປັດຈຸບັນນີ້ ຄົນປ່າກໍໄດ້ເລີ່ມຄຸ້ນເຄີຍກັບຄົນທົ່ວໄປແລ້ວ, ພວກເຂົາໄດ້ມີວິວັດທະນາການ ແລະ ໄດ້ມີການຫັນມາຮູ້ຈັກການເອົາໄມ້ມາດັດແປງຮັບໃຊ້ຊີວິດການເປັນຢູ່ຂອງເຂົາເຈົ້າ ຫຼື ບາງຄັ້ງບາງຄາວເຂົາເຈົ້າກໍມັກຈະນໍາເອົາອາຫານທີ່ຫາມາໄດ້ໄປແລກປ່ຽນເອົາມີດ, ພ້າ, ສຽມ ຫຼື ເຄື່ອງນຸ່ງຫົ່ມຕ່າງໆນຳຄົນທີ່ຢູ່ໃນບ້ານ ຫຼື ໃນເມືອງ

ເຖິງແນວໃດກໍຕາມການດຳລົງຊີວິດຂອງຄົນປ່າ ກໍຍັງພົບບັນຫາຫຼາຍຢ່າງເປັນຕົ້ນແມ່ນ ການຕັດຕົ້ນໄມ້, ຖືກບາດເຈັບ ຫຼື ຖືກສັດທຳຮ້າຍ ຊຶ່ງບາງຄັ້ງ ແມ່ຍິງ ແລະ ເດັກນ້ອຍ ຕົກນໍ້າຕາຍ ຫຼື ເປັນໄຂ້ສັ່ນແລ້ວກໍລົ້ມຕາຍໄປ ຊົນເຜົ່ານີ້ມີອັດຕາການເກີດໜ້ອຍກ່ວາການຕາຍ ຈຶ່ງເຮັດໃຫ້ມີຈຳນວນປະຊາກອນຫຼຸດໜ້ອຍຖອຍລົງໄປເລື້ອຍໆ.

ຂໍ້​ມູນຈາກ: Tourism Information Center – Laos ສູນຂໍ້ມູນການທ່ອງທ່ຽວລາວ

More from author

Related posts

Advertismentspot_img

Latest posts

Microsoft ເປີດຕົວ Copilot for Finance ຜູ້ຊ່ວຍ AI ສໍາລັບຜູ້ຊ່ຽວຊານດ້ານການເງິນ.

Microsoft ປະກາດເປີດໂຕ Microsoft Copilot for Finance ເຊິ່ງເປັນຊຸດຄວາມສາມາດໃໝ່ລ້າສຸດຂອງ Copilot ໂດຍຄວາມສາມາດນີ້ ສາມາດໃຊ້ແຕ່ສໍາລັບລູກຄ້າທຸລະກິດທີ່ໃຊ້ Microsoft Copilot for Microsoft 365 ທີ່ພັດທະນາຄວາມສາມາດສໍາລັບການເງິນໂດຍສະເພາະ. ຄຸນນະສົມບັດທີ່ສໍາຄັນຂອງ Copilot for Finance ແມ່ນຈະເຮັດວຽກຮ່ວມກັບແອັບ Microsoft ໃນ Microsoft 365,...

4 ເລື່ອງໜ້າຮູ້ ຂອງປີ “ອະທິກະມາດ”

ປີ “ອະທິກະມາດ” ຫຼື ເອີ້ນແບບເຂົ້າໃຈງ່າຍໆວ່າ ເປັນປີທີ່ “ເດືອນ ກຸມພາ ມີ 2 ມື້” ເຊິ່ງມີອີ່ຫຍັງຫຼາຍກວ່າການສະຫຼອງວັນເກີດໃນຮອບ 4 ປີ.

ທຸລະກິດ ການລ້ຽງໄກ່ພັນໄຂ່ ພົບບັນຫາລາຄາຫົວອາຫານທີ່ເພີ່ມຂຶ້ນ.

ທ່ານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ທຸລະກິດ ການລ້ຽງໄກ່ພັນໄຂ່ ຂອງຄອບຄົວ ທ່ານ ຄໍານວນ ທີ່ບ້ານນາຫວາຍ ເມືອງບຸນໃຕ້ ເຊິ່ງປັດຈຸບັນ ມີໄກ່ພັນໄຂ່ທັງໝົດ 1.300 ໂຕ, ສໍາລັບຂໍ້ຫຍຸ້ງຍາກໃນການລ້ຽງໄກ່ພັນໄຂ່ນີ້ແມ່ນບັນຫາ ລາຄາຫົວອາຫານ ທີ່ເພີ່ມຂຶ້ນເນື່ອງຈາກສະພາບເສດຖະກິດປັດຈຸບັນ ຈຶ່ງເຮັດໃຫ້ຕົ້ນທຶນສູງຂຶ້ນຈາກປີກ່ອນ (2023) ເປົາໜຶ່ງ 260.000 ກີບ ມາເປັນ 330.000 ກີບ, ແຕ່ລາຄາໄຂ່ແມ່ນຍັງປົກກະຕິ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ສະເໜີໃຫ້ຂັ້ນເທິງຊ່ວຍໃນດ້ານຂອງການສະໜອງຫົວອາຫານໄກ່, ປາ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!