BigBlue ເດີນໜ້າຂະຫຍາຍທຸລະກິດ ກຽມແຜນເຂົ້າຕະຫຼາດຫຼັກຊັບ

ຟ້າໃຫຍ່ ມີເດຍ ຫຼື ເປັນທີ່ຮູ້ຈັກໃນນາມ ບໍລິສັດ BigBlue Agency Laos ໄດ້ມີການກະກຽມແຜນເຂົ້າ ຕະຫຼາດຫຼັກຊັບລາວ ໃນປີ 2022-2023, ເພື່ອຂະຫຍາຍທຸລະກິດປັດຈຸບັນ ກຳລັງຢູ່ໃນລະຫວ່າງການຈັດລະບົບພາຍໃນອົງກອນ ເພື່ອສ້າງຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

BigBlue Agency Laos ເປັນ ບໍລິສັດ ທີ່ຖືຮຸ້ນ 2 ສັນຊາດ ໂດຍຄົນລາວ ຖືຮຸ້ນ 65% ແລະ ຜູ້ຖືຮຸ້ນຄົນໄທ 35%, ມີທຸລະກິດຫຼັກຄື ສື່ນອກບ້ານ (Out Of Home) ແລະ ໃຫ້ບໍລິການດ້ານການສື່ສານ, ການຕະຫຼາດແບບຄົບວົງຈອນ ເຊິ່ງລູກຄ້າຈະມີທັງເປັນ ບໍລິສັດ ໃຫຍ່ຂອງຕ່າງປະເທດ ແລະ ບໍລິສັດຂອງ ສປປ ລາວ, ທີ່ຜ່ານມາ ຖືວ່າ ບໍລິສັດ ໄດ້ດຳເນີນທຸລະກິດມາເປັນເວລາດົນ ແລະ ມີກຳໄລເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ສັນທະລັກ ຈ່າສານ, ປະທານ ບໍລິສັດ BigBlue Agency Laos

ທ່ານ ສັນທະລັກ ຈ່າສານ, ປະທານ ບໍລິສັດ BigBlue Agency Laos ກ່າວວ່າ ພວກເຮົາຮູ້ສຶກພາກພູມໃຈຫຼາຍ ທີ່ໄດເເປັນສ່ວນໜຶ່ງໃນຄວາມປະສົບຜົນສຳເລັດຂອງລູກຄ້າຫຼາຍໆເຈົ້າ ທີ່ມາເຮັດທຸລະກິດໃນ ສປປ ລາວ, ເພາະພວກເຮົາມີທີມງານທີ່ແຂງແຮງ ແລະ ມີຄວາມສາມາດ ທີ່ຈະເບິ່ງແຍງລູກຄ້າ ໃຫ້ປະສົບຜົນສຳເລັດຕາມທີ່ລູກຄ້າຕ້ອງການ.
BigBlue Agency Laos ສ້າງຕັ້ງມາໄດ້ 16 ປີແລ້ວ ແລະ ປີນີ້ ກໍເປັນປີທີ 16 ພວກເຮົາຫວັງວ່າ ປະສົບການທີ່ສະສົມມາເປັນເວລາດົນ ຈະສາມາດຕອບໂຈດລູກຄ້າໄດ້ບໍ່ໜ້ອຍກໍຫຼາຍ ເຊິ່ງໃນແະນາຄົດ ພວກເຮົາມີແຜນເຮັດທຸລະກິດເປັນ 3 ສ່ວນ ຄື:

  1. ບໍລິສັດ ປ້າຍໂຄສະນາ ທີ່ເລັ່ງ ບໍລິຫານຖານລູກຄ້າໃໝ່-ເພີ່ມຖານລູກຄ້າໃໝ່ ແລະ ກໍຮັກສາຖານລູກຄ້າເກົ່າໃຫ້ດີ.
  2. ບໍລິສັດ ວົງພານິດ ທີ່ເປັນ ບໍລິສັດ ທີ່ເຮັດກ່ຽວກັບການ ຣີໄຊເຄິ້ນ ຂີ້ເຫຍື້ອ ເພື່ອສົ່ງອອກ.
  3. ບໍລິສັດ Start Up Application ເຊິ່ງເປັນທຸລະກິດໃໝ່ ທີ່ເຮັດກ່ຽວກັບ ການບໍລິຫານສາທາລະນະໃຫ້ ລັດຖະບານ, ໂດຍຈະມີການເປີດໂຕໃນຕົ້ນປີ 2022 ນີ້.
ທ່ານ ສັນທະລັກ ຈ່າສານ, ປະທານ ບໍລິສັດ BigBlue Agency Laos

ທ່ານ ສັນທະລັກ ກ່າວຕື່ມອີກວ່າ ຈາກການວາງແຜນ ໃນປີ 2022 ພວກເຮົາຄິດວ່າ ເມື່ອສະຖານະການຕ່າງໆ ກັບມາເປັນປົກກະຕິແລ້ວ ທາງ ບໍລິສັດ ໜ້າຈະມີຍອດຂາຍຕາມເປົ້າໝາຍທີ່ວາງໄວ້ ແລະ ໃນສ່ວນຂອງການຈັດລະບົບອົງກອນ ພວກເຮົາກໍໄດ້ມີການປັບປ່ຽນຫຼາຍຢ່າງເພື່ອກະກຽມເຂົ້າ ຕະຫຼາດຫຼັກຊັບ ໃນອະນາຄົດ ຕາມແຜນການທີ່ຄາດໄວ້.
ນອກຈາກແຜນການຕະຫຼາດ ແລະ ການຈັດການຫຼັງບ້ານແລ້ວ ພວກເຮົາຍັງເນັ້ນໃນການເຮັດ CSR ເພີ່ມຫຼາຍຂຶ້ນ ເພື່ອເປັນການຄືນລາຍໄດ້ໃຫ້ແກ່ສັງຄົມແບບຍືນຍົງ, ເຊິ່ງໃນແຕ່ລະປີທີ່ຜ່ານມາ ພວກເຮົາໄດ້ມີການດຳເນີນກິດຈະກຳຢ່າງຕໍ່ເນື່ອງ, ແຕ່ດ້ວຍສະຖານະການ ໂຄວິດ-19 ເຮັດໃຫ້ການຈັດການບາງຢ່າງ ຕ້ອງປ່ຽນແປງໄປ ເຊິ່ງທາງພວກເຮົາເນັ້ນເລື່ອງຄວາມຍືນຍົງຂອງທຸລະກິດ ແລະ ການຄືນລາຍໄດ້ສູ່ສັງຄົມແບບຍືນຍົງ, ດັ່ງນັ້ນ ໃນປີ 2022 ເຮົາຈະມີຂໍ້ມູນ ແລະ ສິ່ງດີໆ ມາໃຫ້ທຸກຄົນຢ່າງຕໍ່ເນື່ອງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...