Saturday, April 26, 2025
Kbank Laos โอน รับ จ่าย

ຄວາມຈິງຂອງ Overnight Mask

ຜະລິດຕະພັນປະເພດ Overnight Mask ຫຼື ຄີມບໍາລຸງຜິວໜ້າແບບເຂົ້ມຂຸ້ນທີ່ທາປະໄວ້ເພື່ອໃຫ້ບຳລຸງຜິວໜ້າຕະຫຼອດທັງຄືນ ເປັນສິນຄ້າໄດ້ຮັບຄວາມນິຍົມຫຼາຍຂຶ້ນ ຈົນເຮົາໄດ້ເຫັນທັງເເບຣນດັງແລະບໍ່ດັງ ຜະລິດ Overnight Mask ອອກມາຈຳໜ່າຍເປັນຂອງຕົນເອງຢ່າງຫຼວງຫຼາຍ ແຕ່ໃນດ້ານຄວາມເໝາະສົມຕໍ່ການນຳໃຊ້ນັ້ນ ຄົນສ່ວນຫຼາຍຍັງມີຂໍ້ສົງໄສຢູ່ວ່າ ນີ້ແມ່ນຈຳເປັນ ຫຼື ບໍ່? ຍ້ອນຄີມທາຜິວໜ້າຕອນກາງຄືນກໍມີໃຫ້ເລືອກໃຊ້ຢູ່ຫຼາຍແລ້ວ.

ຄວາມຈິງທີ່ 1: ມີຄວາມຈຳເປັນສຳລັບຄົນຜິວແຫ້ງ

ຖ້າເຮົາເປັນຄົນຜິວເເຫ້ງ ເເລະມັກການນອນໃນຫ້ອງແອທີ່ເຢັນຫຼາຍ ຄຣີມບໍາລຸງຜິວປະເພດ Overnight Mask ເປັນຂັ້ນຕອນສຸດທ້າຍຂອງການບໍາລຸງຜິວຍາມກາງຄືນກ່ອນນອນທີ່ຈໍາເປັນຫຼາຍ. ເນື່ອງຈາກສະພາບເເວດລ້ອມໃນຫ້ອງເເອຈະສົ່ງຜົນໃຫ້ຜິວສູນເສຍຄວາມຊຸ່ມຊື້ນໄປໄດ້ຫຼາຍໃນເວລາທີ່ເຮົານອນ, ດັ່ງນັ້ນ Overnight Mask ຈະເຮັດໜ້າທີ່ປ້ອງກັນເລື່ອງນີ້ໄດ້ເປັນຢ່າງດີ. ທີ່ສໍາຄັນ ເກືອບທຸກເເບຣນຢືນຢັນວ່າ ໃນ Overnight Mask ມີສານປະກອບທີ່ໃຫ້ຜົນໄດ້ດີຫຼາຍກວ່ Night Cream ທົ່ວໄປ

ຄວາມຈິງທີ່ 2: ບໍ່ໄດ້ໃຊ້ແບບດຽວກັບ MASK!

Overnight Mask ກໍຄືຜະລິດຕະພັນປະເພດຄີມອື່ນໆ ທີ່ມີຄຸນນະພາບຂອງເເຕ່ລະເເບຣນເເຕກຕ່າງກັນອອກໄປ ແຕ່ຍ້ອນເຕັກໂນໂລຊີການຜະລິດ ແລະ ການພັດທະນາຜະລິດຕະພັນ ທີ່ກ້າວໄກເລື້ອຍໆ ຈຶ່ງເຮັດໃຫ້ທຸກມື້ນີ້ ເຮົາໄດ້ພົບກັບ Overnight Mask ທີ່ບໍ່ເຮັດໃຫ້ໜ້າມັນຫຼາຍ ໃນເວລາດຽວກັນກໍມີສານປະກອບທີ່ມີປະໂຫຍດ ເພື່ອດູເເລຜິວໄດ້ຢ່າງຖືກຕ້ອງ ເພີ່ມຄວາມຊຸ່ມຊື້ນ ແລະຊ່ວຍກະຕຸ້ນການສໍາຜັດເຊວຜິວຢ່າງອ່ອນໂຍນເເລະ ເພີ່ມຄວາມກະຈ່າງໃສ ຈົນໃຊ້ໄດ້ກັບທຸກສະພາບຜິວ

ສໍາລັບຜິວທີ່ເເຫ້ງຫຼາຍ ຄວນເລືອກ Overnight Mask ເປັນຂັ້ນຕອນສຸດທ້າຍຂອງການດູເເລຜິວທຸກໆຄືນກ່ອນນອນ ເຊິ່ງຫຼາຍເເບຣນກໍ່ໄດ້ໂຄສະນາກ່ຽວກັບຜະລິດຕະພັນຂອງຕົນໃນແນວນີ້ເຊັ່ນກັນ. ແຕ່ທີ່ຫຼາຍໄປກວ່ານັ້ນ, ຍ້ອນຄວາມເຂັມຂຸ້ນຂອງສານປະກອບຕົວສໍາຄັນທີ່ສູງ ເຮັດໃຫ້ບາງຄົນສາມາດ ໃຊ້ Overnight Mask ເເທນ Night Cream ໄດ້ເລີຍ

ສ່ວນຄົນທີ່ມີຜິວທີ່ມັນ ຫຼື ຜິວປະສົມ ເເນະນໍາໃຫ້ລອງໃຊ້ Overnight Mask ພຽງ 2-3 ເທື່ອ ຕໍ່ອາທິດກ່ອນ ຫາກພົບວ່າບໍ່ໄດ້ກະຕຸ້ນໃຫ້ໃບໜ້າເກີດຄວາມມັນ ເເລະ ເກີດເປັນສິວໄດ້ງ່າຍ ຈື່ງຄ່ອຍປັບໃຊ້ເປັນມື້ຕໍ່ມື້

ສິ່ງສໍາຄັນໃນການທາ Overnight Mask ກໍຄືແນະນໍາໃຫ້ທາບາງໆ ເເບບເບົາມື (ບໍ່ຕ້ອງຫຼາຍ ແບບທີ່ເຮົາພົບໃນມາກໜ້າ ທີ່ໃຊ້ປະໄວ້ 15-20 ນາທີ ເເລ້ວລ້າງອອກ) ຫຼັງຈາກນັ້ນປະໄວ້ ໃຫ້ຄຣີມຊືມເຂົ້າຜິວກ່ອນ ເເລ້ວຈື່ງເຂົ້ານອນ

ບໍ່ເຊັ່ນນັ້ນ ຫາກທາໄປຫຼາຍ ຄວາມງາມທີ່ເຮົາເສຍເງິນໄປ ຈະໄປຢູ່ທີ່ໝອນຂອງເຮົາແທນເດີ້

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.