ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເເລະ ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ສຶກສາຄວາມເປັນໄປໄດ້ ໃນໂຄງການພັດທະນາ ແລະ ບໍລິການ ລະບົບເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ (Blockchain) ຢູ່ ສປປ ລາວ ຂຶ້ນໃນວັນທີ 13 ທັນວາ ທີ່ຜ່ານມາ ທີ່ ໂຮງແຮມ ດອນຈັນ ພລາເລດ ນະຄອນຫຼວງວຽງຈັນ.
ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ມີ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສີທາ ພົມມະຈິດ, ຮອງປະທານບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ, ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສ.ຈ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມຄະນະການນຳຂັ້ນກະຊວງ, ກົມ ແລະ ພະແນກເຂົ້າຮ່ວມ.
“Blockchain” ແມ່ນເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ ເປັນເຕັກໂນໂລຊີໜຶ່ງທີ່ພົ້ນເດັ່ນ ໃນຍຸກອຸດສາຫະກໍາ 4.0 ເຊິ່ງກໍາລັງເປັນທີ່ສົນໃຈໃນທົ່ວໂລກ ດ້ວຍຄຸນລັກສະນະພິເສດ ຂອງເຕັກໂນໂລຊີ Blockchain ຈຶ່ງເຮັດໃຫ້ການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກ ສາມາດດຳເນີນການໄດ້ເອງ ຜ່ານລະບົບເຄືອຂ່າຍຄອມພິວເຕີແບບບໍ່ລວມສູນ (Decentralized) ເຮັດໃຫ້ເກີດມີທຸລະກໍາຊັບສິນດີຈີຕ໋ອນ ມີການສ້າງເງິນຄຣິບໂຕ ແລະ ຫຼຽນໂທເຄັນ ດີຈີຕ໋ອນຂຶ້ນມາຫຼວງຫຼາຍ ແລະ ຖືກນຳໃຊ້ຫຼາຍຮູບແບບໃນຫຼາຍອຸດສາຫະກຳ.
ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ການຮ່ວມມືກັນກັບ ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ ໃນຄັ້ງນີ້, ກໍເພື່ອ ສ້າງເງື່ອນໄຂໃຫ້ທັງສອງຝ່າຍ ໄດ້ຮ່ວມກັນດໍາເນີນ ການສຶກສາ-ຄົ້ນຄ້ວາ, ພັດທະນາ ແລະ ບໍລິການ ດ້ານວິຊາການ-ເຕັກນິກ ກ່ຽວກັບລະບົບເຕັກໂນໂລຊີ Blockchain ເປັນຕົ້ນແມ່ນ ການພັດທະນາລະບົບຖານ (Platform), ຊອບແວ/ໂປຣແກຣມ ແລະ ແອັບພລິເຄເຊີນ (Application) ຕ່າງໆ ເພື່ອຮັບໃຊ້ໃນວຽກງານຂະແໜງການຕ່າງໆ ຢູ່ ສປປ ລາວ ເເລະ ແນ່ໃສ່ຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ ການບໍລິຫານ ລວມທັງການບໍລິການ ໃຫ້ເເກ່ ລັດຖະບານ ແລະ ສັງຄົມ ຕາມນະໂຍບາຍຫັນເປັນອຸດສາຫະກໍາ ເເລະ ທັນສະໄໝ ດັ່ງນີ້:
- ລະບົບ ຢັ້ງຢືນຕົວຕົນທາງດິຈິຕ້ອນ (Digital ID).
- ລະບົບ ຄຸ້ມຄອງຂໍ້ມູນທີ່ຢູ່ອາໃສແບບທັນສະໄໝ (E-Resident).
- ລະບົບ ການເງິນແບບທັນສະໄໝ (E-Finance).
- ລະບົບ ສາທາລະນະສຸກແບບທັນສະໄໝ (E-Health).
- ລະບົບ ໂຮງຮຽນແບບທັນສະໄໝ (E-School).
- ການບໍລິຫານລັດແບບທັນສະໄໝ (E-Government).
Hits: 1