Saturday, February 8, 2025

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຊີ້ແຈງເພີ່ມເຕີມກ່ຽວກັບກໍລະນີການລ໋ອກສະກໍ

ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ຄຳຊີ້ແຈງເພີ່ມເຕີມກ່ຽວກັບກໍລະນີການລ໋ອກສະກໍ ຈາກງານຖະແຫຼງຂ່າວຂອງ ສຕລ ວັນທີ 7 ມັງກອນ 2022 ເຊິ່ງກໍລະນີການລົ້ມບານແມ່ນເປັນໜຶ່ງໃນເຫດຜົນອັນສຳຄັນທີ່ສົ່ງຜົນກະທົບໃຫ້ມີຂໍ້ຈໍາກັດໃນການຄັດເລືອກນັກກິລາບານເຕະເຂົ້າຮັບໃຊ້ທີມຊາດລາວ ໂດຍ ນັກກິລາທີ່ມີຄວາມສາມາດຈຳນວນໜຶ່ງໄດ້ຖືກລົງວິໄນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະທັງພາຍໃນ ແລະ ຕ່າງປະເທດ

ພາຍຫຼັງຂໍ້ມູນການຖະແຫລງຂ່າວໄດ້ຖືກເຜີຍແຜ່ອອກສື່ຕ່າງໆ, ສຕລ ເຫັນວ່າຂໍ້ມູນທີ່ ສັງຄົມໄດ້ຮັບນັ້ນຍັງບໍ່ທັນຄົບຖ້ວນ. ສະນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຈຶ່ງໄດ້ຊີ້ແຈງເພີ່ມເຕີມກ່ຽວກັບກໍລະນີທີ່ຖືກ ຕັດສີນລົງວິໄນຕໍ່ກັບນັກກິລາບານເຕະລາວ ແມ່ນກໍລະນີສະສົມທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2015, 2016 ແລະ 2017 ເຊິ່ງມີດັ່ງນີ້:

  • ປີ 2017 ມີຄຳຕັດສີນລົງວິໄນກໍລະນີ ທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2015-2016 ຈຳນວນ 20 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະ ອາຊີ (AFC) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວມຄຸມທົ່ວໂລກໂດຍສະຫະພັນບານເຕະນາໆຊາດ (FIFA).
  • ປີ 2018 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2017 ຈໍານວນ 8 ກໍລະນີ ໂດຍທັງ ໝົດຖືກຕັດສີນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະໃນໄລຍະ 20 ເດືອນ ແລະ 12 ເດືອນ ຈາກ ສະຫະພັນບານເຕະອາຊີ (AFC) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວມຄຸມທົ່ວໂລກໂດຍສະຫະພັນ ບານເຕະນາໆຊາດ (FIFA).
  • ປີ 2018 ມີຄຳຕັດສີນລົງວິໄນກໍລະນີ ທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2017 ຈໍານວນ 15 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະແບບບໍ່ມີກໍານົດຈາກສະຫະພັນບານເຕະແຫ່ງຊາດລາວ.
  • ປີ 2020 ມີຄຳຕັດສີນລົງວິໄນກໍລະນີ ທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2017 ຈຳນວນ 3 ກໍລະນີ ໂດຍ ທັງໝົດຖືກຕັດສິນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະອາຊີ (AFC) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວມຄຸມທົ່ວໂລກໂດຍສະຫະພັນບານເຕະນາໆຊາດ (FIFA).

ສຕລ ຍັງໄດ້ແຈ້ງໃຫ້ຊາບວ່າການສ້າງຄວາມເຂົ້າໃຈຜິດ ແລະ ຄວາມເສຍຫາຍ ໂດຍການນຳໃຊ້ຮູບພາບບຸກຄົນ ລວມທັງນັກກິລາ ແລະ ຄະນະຄູຝຶກທີ່ນໍາພາໃນການແຂ່ງຂັນ AFF Suzuki Cup 2020 ແລະ ລາຍການອື່ນໆ ທີ່ບໍ່ມີສ່ວນກ່ຽວຂ້ອງກັບການກະທຳຜິດດັ່ງກ່າວ ອາດນຳໄປສູ່ຂະບວນການຮ້ອງຟ້ອງຕາມກົດໝາຍ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: