ບັນຫາຜິວ ຖືເປັນບັນຫາຫຼັກ ທີ່ຫຼາຍຄົນໃຫ້ຄວາມສໍາຄັນໃນການເບິ່ງແຍງເປັນພິເສດ, ໂດຍສະເພາະ ບັນຫາຜິວໜ້າ ທີ່ບໍ່ອາດເບິ່ງຂ້າມໄດ້ ເຊັ່ນ ເລື່ອງຮູຂຸມຂົນກ້ວາງ ທີ່ເກີດຂຶ້ນກັບຄົນທຸກເພດທຸກໄວ ໂດຍສ່ວນໃຫ່ຍຈະມັກເກີດຂຶ້ນບໍລິເວນແກ້ມ, ໜ້າຜາກ ແລະ ສາມາດເກີດຂຶ້ນໄດ້ຫຼາຍໆ ເທື່ອ ກັບຄົນທີ່ມີຜິວມັນ. ບັນຫາຮູຂຸມຂົນກ້ວາງ ສາມາດປິ່ນປົວໄດ້ໂດຍເລີ່ມຕົ້ນຈາກການເບິ່ງແຍງໂຕເອງ ເຊິ່ງມີທັງການເບິ່ງແຍງແບບທໍາມະຊາດ ໄປຈົນເຖິງການໃຊ້ຄຣີມ ຫຼື ຜະລິດຕະພັນບໍາລຸງຕ່າງໆ.
ເພື່ອເຮັດໃຫ້ຜິວໜ້າ ກະຊັບຮູຂຸມຂົນນ້ອຍລົງ ຄວນໃຊ້ວິທີ ດັ່ງນີ້:
1. ລ້າງໜ້າດ້ວຍນໍ້າທໍາມະດາ ຫຼື ນໍ້າເຢັນ.
ການລ້າງໜ້າທີ່ເໝາະສົມຄື ຄວນລ້າງມື້ລະ 2 ຄັ້ງ ໃນຕອນເຊົ້າເວລາຕື່ນນອນ 1 ຄັ້ງ ແລະ ຕອນກາງຄືນໃນເວລາອາບນໍ້າກຽມເຂົ້ານອນອີກ 1 ຄັ້ງ, ເພາະຈະເປັນການລ້າງໜ້າທີ່ຊ່ວຍລ້າງສິ່ງເປິເປື້ອນຕ່າງໆທີ່ອຸດຕັນຮູຂຸມຂົນອອກໄປ ແລະ ຄວນໃຊ້ນໍ້າທີ່ມີອຸນຫະພູມທໍາມະດາ ຫຼື ນໍ້າເຢັນ ໃນການລ້າງໜ້້າ ຈະຊ່ວຍເຮັດໃຫ້ຮູຂຸມຂົນນ້ອຍລົງ.
2. ຮັກສາຄວາມສະອາດໃບໜ້າ.
ການຮັກສາຄວາມສະອາດໃບໜ້າຖືເປັນສິ່ງສໍາຄັນ ແລະ ເປັນພື້ນຖານທີ່ທຸກຄົນຕ້ອງປະຕິບັດ ຄວນລ້າງໜ້າໃຫ້ສະອາດ ແລະ ຖືກວິທີ ສໍາລັບແມ່ຍິງ ທີ່ແຕ່ງໜ້າເປັນປະຈຳ ກໍຄວນເຊັດເຄື່ອງສໍາອາງອອກໃຫ້ໝົດກ່ອນແລ້ວຈຶ່ງລ້າງໜ້າ.
3. ໃຊ້ນໍ້າກ້ອນ.
ເລືອກໃຊ້ນໍ້າກ້ອນ ທີ່ເຮັດມາຈາກນໍ້າສະອາດ ນໍາມາຖູບໍລິເວນໃບໜ້າເທື່ອລະ 30 ວິນາທີ ວິທີນີ້ສາມາດເຮັດໄດ້ເປັນປະຈໍາ ທັງເຊົ້າ ຫຼື ກ່ອນນອນ ເພື່ອເຮັດໃຫ້ຮູຂຸມຂົນນ້ອຍລົງ (ແຕ່ບໍ່ຄວນແຊ່ ຫຼື ວາງນໍ້າກ້ອນໄວ້ເທິງໜ້າດົນຈົນເກີນໄປ) ຈາກນັ້ນ ໃຫ້ລ້າງໜ້າດ້ວຍນໍ້າທໍາມະດາ.
4. ໃຊ້ນໍ້າໝາກນາວ.
ນໍ້າໝາກນາວ ຈະຊ່ວຍເຮັດໃຫ້ຮູຂຸມຂົນນ້ອຍລົງ ນອກຈາກນີ້ ຍັງຊ່ວຍເຮັດໃຫ້ໜ້າແຈ້ງໃສອີກດ້ວຍ ໂດຍຫຼັງຈາກການລ້າງໜ້າ ຄວນເຊັດໜ້າໃຫ້ແຫ້ງ ແລ້ວນໍາເອົານໍ້າໝາກນາວມາທາໃຫ້ທົ່ວຜິວໜ້າ ແລ້ວປະໄວ້ປະມານ 10 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ ຫຼື ນໍ້າທໍາມະດາ, ຖ້າຢາກໃຫ້ເຫັນຜົນດີ ຄວນເຮັດອາທິດລະ 2 ຄັ້ງ.
5. ໃຊ້ໂທນເນີ (ສະກີນເເຄຣ ເຮັດຄວາມສະອາດຜິວໜ້າ).
ໂທນເນີ ຄືຜະລິດຕະພັນ ສະກີນເເຄຣ ໃນຮູບເເບບທີ່ໃຊ້ທໍາຄວາມສະອາດໃບໜ້າ ໜ້າທີ່ຂອງ ໂທນເນີ ຄື ໃຊ້ທໍາຄວາມສະອາດສິ່ງເປິເປື້ອນໃນຂັ້ນຕອນສຸດທ້າຍຂອງການລ້າງໜ້າ ເຊິ່ງໃຊ້ໄດ້ທັງແມ່ຍິງ ແລະ ຜູ້ຊາຍ ຈະຊ່ວຍກໍາຈັດສິ່ງອຸດຕັນຕ່າງໆ ເທິງໃບໜ້າ ແລະ ຊ່ວຍເຮັດໃຫ້ຮູຂຸມຂົນນ້ອຍລົງ.
6. ເລືອກໃຊ້ຄຣີມ ຫຼື ເຊຣໍາ.
ໃນປັດຈຸບັນ ມີໂຕເລືອກສໍາລັບຜະລິດຕະພັນ ທີ່ຊ່ວຍປິ່ນປົວບັນຫາຮູຂຸມຂົນຢ່າງຫຼວງຫຼາຍ ມີໃຫ້ເລືອກທັງຄຣີມ ເເລະ ເຊຣໍາ ບໍາລຸງຜິວ ທີ່ມີສັບພະຄຸນຊ່ວຍເຮັດໃຫ້ຮູຂຸມຂົນນ້ອຍລົງ ມີຜິວໜ້າທີ່ລຽບນຽນຂຶ້ນ ແລະ ຊ່ວຍໃຫ້ຜິວຊຸມຊື່ນ ແລະ ພື້ນຟູສະພາບຜິວ ໂດຍສະເພາະ ຄົນທີ່ມີຜິວມັນຄວນເລືອກຄຣີມ ຫຼື ເຊຣໍາ ສູດທີ່ມີຄວາມບາງເບົາ ແລະ ຊຶມຊັບງ່າຍ ເພື່ອບໍ່ໃຫ້ເກີດປັນຫາການອຸດຕັນໃນໃບໜ້າ.
ທຸກຄົນສາມາດເບິ່ງເເຍງຜິວໄດ້ດ້ວຍວິທີທໍາມະຊາດ ເຊັ່ນ ການນອນໃຫ້ພຽງພໍ, ກິນອາຫານທີ່ມີປະໂຫຍດ ເນັ້ນປະເພດຜັກ ແລະ ໝາກໄມ້ ບໍ່ຄວນກິນຂອງມັນ ຫຼື ຂອງທອດ ເພາະເປັນສາເຫດທີ່ເຮັດໃຫ້ຮູຂຸມຂົນກ້ວາງຂຶ້ນ, ໝັ້ນອອກກໍາລັງກາຍ ແລະ ບໍ່ຕຶງຄຽດ ເພື່ອເຮັດໃຫ້ຜິວຂອງເຮົາສົດໃສ ແລະ ຫຼຸດບັນຫາຮູຂຸມຂົນກວ້າງ.
ຂໍ້ມູນຈາກ: https://www.ktc.co.th/article/lifestyle/6-ways-to-reduce-large-pores
Hits: 14