ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນສັງຄົມປັດຈຸບັນ ເຮົາມັກຈະຖືກຕີກອບຈາກສັງຄົມຢູ່ສະເໝີ ເຮັດໃຫ້ຫຼາຍໆຄົນມີຄວາມອຶດອັດ ແລະ ບາງຄັງເຮົາມັກຈະຖືກຕັ້ງຄໍາຖາມຈາກສັງຄົມ ແລະ ຄົນອ້ອມຂ້າງແບບນັ້ນແບບນີ້ ໂດຍຖືກຕັດສິນຈາກການກະທໍາທີ່ສັງຄົມສ່ວນໃຫ່ຍເປັນ ເຊັ່ນ ເລື່ອງການມີແຟນ ເຊື່ອວ່າຄົນໂສດຫຼາຍໆ ຄົນ ຕ້ອງຖືກຖາມຈາກຄອບຄົວ ຫຼື ໝູ່ເພື່ອຕະຫຼອດວ່າ “ມື້ໃດຈະມີແຟນ” ແລະ ເຮົາຄວນຈະຕອບແບບໃດເພື່ອໃຫ້ເບິ່ງຄືສຸພາບ.

ມື້ນີ້ເຮົາມີວິທີການຕອບຄໍາຖາມສໍາລັບຄົນໂສດເມື່ອຖືກຕັ້ງຄໍາຖາມວ່າ “ເປັນຫຍັງຄືບໍ່ມີແຟນ” ມາຝາກທຸກຄົນ ດັ່ງນີ້:

1. ຍັງບໍ່ພ້ອມທີ່ຈະມີຄວາມຮັກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຍັງບໍ່ພ້ອມທີ່ຈະມີໃຜ ຫຼື ຍັງບໍ່ພ້ອມທີ່ຈະມີຄວາມຮັກຕອນນີ້! ອາດຈະໝາຍເຖິງ ເຮົາຍັງຫວງຄວາມເປັນອິດສະຫຼະຢູ່ ຍັງບໍ່ຢາກໄປຜູກມັດກັບໃຜ ຫຼື ອາດຈະເປັນເພາະວ່າ ເຮົາຍັງບໍ່ສາມາດລືມເລື່ອງລາວຄວາມຮັກ ໃນອາດີດໄດ້ ເຊື່ອໄດ້ເລີຍວ່າສັງຄົມຈະເຫັນໃຈໃນຄວາມໂສດຂອງເຮົາແນ່ນອນ ແລະ ຈະບໍ່ຖືກຖາມກ່ຽວກັບເລື່ອງຄວາມຮັກອີກ.

2. ເບິ່ງແຍງໂຕເອງໄດ້ບໍ່ຕ້ອງຫ່ວງ.

ອີກໜຶ່ງເຫດຜົນທີ່ເຮັດໃຫ້ຜູ້ໃຫ່ຍຢາກໃຫ້ລູກໃຫ້ຫຼານທີ່ໃຊ້ຊີວິດເປັນໂສດ ໃຫ້ເປັນຝັ່ງເປັນຝາ ອາດຈະຍ້ອນວ່າພວກເຂົາຢ້ານວ່າເຮົາອາດຈະບໍ່ມີຄົນເບິ່ງແຍງຍາມບໍ່ສະບາຍ ຫຼື ຍາມແກ່ເຖົ້າ ຖ້າເຮົາຖືກຖາມໃນລັກສະນະນີ້ມາພ້ອມກັບຄວາມເປັນຫ່ວງ ເຮົາຕ້ອງພິສູດໃຫ້ເພີ່ນເຫັນວ່າ ເຖິງເຮົາຈະບໍ່ມີເເຟນແຕ່ເຮົາກໍສາມາດເບິ່ງແຍງໂຕເອງໄດ້ ແລະ ວາງແຜນການໃຊ້ຊີວິດໂສດໄວ້ເເລ້ວ.

3. ຢາກຢູ່ກັບຄອບຄົວໄປດົນໆ.

ເມື່ອຄອບຄົວຖາມເຮົາວ່າ ມື້ໃດຈະມີແຟນ ເຮົາຕອບອອກໄປເລີຍວ່າ ເຮົາຢາກຢູ່ກັບຄອບຄົວໄປດົນໆ ຢາກມີເວລາໃຫ້ກັບພໍ່ແມ່ ໄດ້ຢ່າງເຕັມທີ່ ເພາະຖ້າເຮົາມີແຟນໃນຕອນນີ້ ກໍຕ້ອງແບ່ງເວລາໃຫ້ເຂົານໍາ ແລະ ເວລາທີ່ຈະຢູ່ກັບຄອບຄົວກໍໜ່ອຍລົງ ເທົ່ານີ້ ກໍເຮັດໃຫ້ຄອບຄົວເຊົາຖາມເລື່ອງການມີແຟນຂອງເຮົາໄປອີກດົນ.

4. ຢູ່ກັບໝູ່ເພື່ອນສະບາຍໃຈກວ່າ.

ການທີ່ເຮົາໄດ້ໃຊ້ເວລາຢູ່ກັບໝູ່ ເຮັດໃຫ້ເຮົາຮູ້ສຶກສະບາຍໃຈ ບໍ່ວ່າຈະໄປທ່ຽວ ຫຼື ໄດ້ເຮັດກິກຈະກໍາແບບມ່ວນໆນໍາກັນ ກໍເຮັດໃຫ້ເຮົາມີຄວາມສຸກ ແຕ່ເມື່ອໃດກໍຕາມຖ້າເຮົາມີແຟນ ກໍຈະເຮັດໃຫ້ເຮົາອາດຈະບໍ່ມີເວລາໄປທ່ຽວກັບໝູ່ເພື່ອນ ຖ້າມີໝູ່ທີ່ດີ, ເຂົ້າໃຈເຮົາທຸກຢ່າງ ກໍບໍ່ຈໍາເປັນຕ້ອງມີແຟນ.

5. ຖ້າແຟນບໍ່ດີ ບໍ່ມີດີກວ່າ.

ສໍາລັບຄົນໂສດທີ່ມັກໄປໄສມາໄສຄົນດຽວ ມັກເຮັດຫຍັງທີ່ຂ້ອນຂ້າງມັກອິດສະຫຼະ ຫາກມີຄົນຖາມວ່າ ມື້ໃດຈະມີແຟນ ກໍຕອບໄປເລີຍວ່າ “ບໍ່ແມ່ນບໍ່ຢາກມີແຟນ ແຕ່ຍັງຫາຄົນທີ່ດີສໍາລັບເຮົາບໍ່ໄດ້ ອີກຢ່າງກໍຍັງບໍ່ຢາກມີແຟນ” ເວົ້າງ່າຍໆກໍຄື ຖ້າການມີແຟນແລ້ວຕ້ອງເຮັດໃຫ້ເຮົາເສຍໃຈ ກໍບໍ່ມີປະໂຫຍດຫຍັງ.

ເປັນແນວໃດທຸກຄົນກັບ 5 ຄໍາຕອບ ທີ່ເຮົານໍາມາຝາກ ເພື່ອໄວ້ເປັນແນວທາງໃນການຕອບຄໍາຖາມເມື່ອຖືກຖາມກ່ຽວກັບເລື່ອງການມີແຟນ ເຊິ່ງເປັນຄໍາຖາມທີ່ຄົນໂສດມັກຖືກຖາມກັນຫຼາຍທີ່ສຸດ ລອງນໍາໄປໃຊ້ກັນເບິ່ງເດີ.

ຂໍ້ມູນຈາກ: https://www.krungsri.com/th/plearn-plearn/5-reasons-why-youre-still-single

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້