Saturday, April 26, 2025
Kbank Laos โอน รับ จ่าย

ຈະໄປທີ່ “ແອມພູລ” ຫຼື ຢຸດຢູ່ທີ່ “ເຊຣຳ”

ຫຼາຍຄົນອາດຈະເຫັນ ຜະລິດຕະພັນບຳລຸງຜິວອີກປະເພດໜຶ່ງ ທີ່ເອີ້ນວ່າ ແອມພູລ (Ampoules) ທີ່ຢູ່ຕາມຮ້ານຂາຍຜະລິດຕະພັນເສີມຄວາມງາມຕ່າງໆ, ແລະ ເກີດຂໍ້ສົງໄສຂຶ້ນມາວ່າ ນີ້ແມ່ນຜະລິດຕະພັນບໍາລຸງຜິວປະເພດໃດ, ຕ້ອງໃຊ້ຕອນໃດ ແລະ ໃຫ້ຜົນຕອບຮັບແນວໃດກັນເເທ້?

ຄວາມຈິງເເລ້ວ ແອມພູລ ກໍຄືຜະລິດຕະພັນບໍາລຸງຜິວອີກປະເພດໜຶ່ງ ທີ່ມີລັກສະນະຄ້າຍ ເຊຣໍາ (serum) ແຕ່ມີຄວາມເຂັ້ມຂຸ້ນຫຼາຍກວ່າ ເຊຣໍາ ເເລະ ມີເນື້ອສໍາພັດໃກ້ຄຽງກັບເນື້ອຂອງ ອິມັລຊັນ (emulsion) ແຕ່ບໍ່ເຂັ້ມຂຸ້ນເທົ່າ ແລະ ສ່ວນໃຫ່ຍ ແອມພູລ ຈະມີເນື້ອທີ່ບາງເບົາ ໃນລະຫວ່າງທີ່ຄວາມເຂັ້ມຂຸ້ນຂອງສານສໍາຄັນ ຈະມີຂ້ອນຂ້າງສູງກວ່າ ເຊຣຳ ເຊິ່ງຈະເຮັດໃຫ້ ແອມພູລ ໃຫ້ຜົນຮັບທີ່ດີກວ່າ ແລະ ມີລາຄາຂ້ອນຂ້າງສູງ.

ຕົ້ນກຳເນີດຂອງ ແອມພູລ ເລີ່ມຕົ້ນມາຈາກ ສະກີນແຄຣ ສັນຊາດເກົາຫຼີ ເຊິ່ງແຍກປະເພດຜະລິດຕະພັນນີ້ອອກເປັນປະເພດຍ່ອຍ ແລະ ຄ່ອຍໆ ເປັນທີ່ນິຍົມຫຼາຍຂຶ້ນ ຈົນຕອນນີ້ຫຼາຍຍີ່ຫໍ້ ໃນຫຼາຍປະເທດ ກໍເລີ່ມມີ ແອມພູລ ເປັນຂອງຕົນເອງອອກມາວາງຈໍາ ໜ່າຍອີກດ້ວຍ.

ລັກສະນະທີ່ເຫັນໄດ້ຈາກພາຍນອກກໍຄື ແອມພູລ ສ່ວນໃຫ່ຍຈະບັນຈຸມາໃນຂວດແກ້ວຂະໜາດນ້ອຍ ເວລາໃຊ້ງານກໍພຽງແຕ່ເຄາະໃຫ້ເນື້ອ ແອມພູລ ໄຫຼອອກມາຈາກຄໍຂວດ ລົງມາຢູ່ໃນບັນຈຸພັນສາກ່ອນ ແລ້ວຫັກບໍລິເວນຄໍຂວດຄ່ອຍໆ ຢ່າງລະມັດລະວັງ ກ່ອນຈະໃສ່ຫົວພາສຕິກ ເພື່ອແບ່ງໃຊ້ເທື່ອລະເຄິ່ງ, ສ່ວນຜະລິດຕະພັນໃດທີ່ບໍ່ໄດ້ໃຊ້ວິທີນີ້ ກໍຄວນອ່ານວິທີເປີດຢ່າງລະອຽດສາກ່ອນ ເພາະຖ້າ ແອມພູລ ໄຫຼ່ເຫ່ຍເສຍຫາຍ ຈະມາຄິດເສຍດາຍເງິນນຳຫຼັງ.

ຄວນໃຊ້ ແອມພູລ ຕອນໃດ?

ຍ້ອນຄວາມທີ່ ແອມພູລ ມີຄວາມເຂັ້ມຂຸ້ນຂອງສານຄໍາຄັນສູງ ບາງຄົນຈຶ່ງໃຊ້ແທນ ເຊຣໍາ ຫຼື ຖ້າຈະໃຊ້ຮ່ວມກັນ ກໍຄວນທາ ແອມພູລ ກ່ອນທາ ເຊຣໍາ ເພື່ອໃຫ້ໄດ້ຜົນຮັບທີ່ໜ້າເພິງພໍໃຈ.

ສໍາຫຼັບຄົນທີ່ໃຊ້ຄຣີມບໍາລຸງຜິວຫຼາຍຊະນິດ ການໃຊ້ງານເຕັມຮູບແບບຄື ຫຼັງຈາກລ້າງໜ້າ ແລະ ເຊັດຜິວດ້ວຍນໍາຢາລ້າງໜ້າ ເພື່ອທຳຄວາມສະອາດສິ່ງສົກກະປົກອອກ ເເລ້ວໃຫ້ເລີ່ມຈາກກຸ່ມ ເອສເຊັນ (Essence) ຫຼື ບັນດານ້ຳຕົບທັງຫຼາຍກ່ອນ ແລ້ວຕໍ່ດ້ວຍແອມພູລ ກ່ອນຈະທາ ເຊຣໍາ ເປັນອັນຈົບຄອສກຸ່ມຜະລິດຕະພັນເຂັ້ມຂຸ້ນທັງຫຼາຍ ຕໍ່ຈາກນັ້ນ, ຈຶ່ງໃຊ້ຜະລິດຕະພັນປະເພດຄຣີມຕໍ່ໄປ.

ສໍາລັບຄົນທີ່ມີຜິວແຫ້ງຫຼາຍ ແນະນໍາໃຫ້ທາ ແອມພູລ ຕອນທ້າຍດ້ວຍ ອິມັລຊັນ ກ່ອນ ແລ້ວໄປຕໍ່ທີ່ຄຣີມບໍາລຸງຜິວ, ແຕ່ຖ້າຫາກໃຜທີ່ມີຜິວໜ້າທີ່ມັນງ່າຍ ຕ້ອງທາ ແອມພູລ ຢ່າງດຽວ ໂດຍບໍ່ຕ້ອງທາ ເຊຣໍາ ຫຼື ຄຣີມບໍາລຸງຜິວ ກໍບໍ່ເປັນຫຍັງ ຖ້າຫາກຜິວບໍ່ມີປັນຫາຫຍັງຫຼາຍ ແອມພູລ ນັ້ນກໍມີຄວາມເຂັ້ມຂຸ້ນສູງ ຈົນສາມາດເເທນທຸກຢ່າງໄດ້ແລ້ວ.

ຢ່າງໃດກໍຕາມ ບາງຄົນອາດຈະເບິ່ງວ່າ ແອມພູລ ເປັນພຽງການເເຍກປະເພດຜະລິດຕະພັນ ເພື່ອຜົນທາງການຕະຫຼາດເທົ່ານັ້ນ! ບໍ່ຈໍາເປັນຕ້ອງເສຍເງິນຊື້ມາໃຊ້ກໍໄດ້ ແຕ່ຖ້າຫາກໃຊ້ແລ້ວດີຕໍ່ຜິວພັນເຮົາເເທ້ ແລະ ບໍ່ມີຜົນຕໍ່ການດໍາລົງຊີວິດປະຈໍາວັນ ແອມພູລ ກໍໜ້າຈະເປັນອີກໜຶ່ງຄຳຕອບທີ່ດີເຊັ່ນກັນ.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.