ຂໍຂອບໃຈນຳຜູ້ສະໜັບສະໜູນ

ປະເທດລາວ ເປັນປະເທດໜຶ່ງ ທີ່ມີວັດທະນະທໍາ ຮີດຄອງປະເພນີ ທີ່ເປັນເອກະລັກ ແລະ ມີຄວາມຜູກພັນກັບວິຖີຊີວິດຂອງຄົນລາວ ແຕ່ອາດີດຈົນຮອດປັດຈຸບັນ ອີກຢ່າງໜຶ່ງກໍຄື “ການຟ້ອນລໍາວົງ”.


ການຟ້ອນລໍາວົງ ໄດ້ມີບົດບາດ ແລະ ມີອິດທິພົນສູງ ໃນວິຖີຊີວິດຈິດໃຈຂອງບຸກຄົນ, ການຈັດຕັ້ງ ແລະ ສັງຄົມລາວເຮົາ ຈົນບໍ່ສາມາດຂາດໄດ້ ຊຶ່ງສິ່ງເຫຼົ່ານັ້ນ ໄດ້ຫຼໍ່ລ້ຽງຈິດໃຈ ຂອງຄົນໃຫ້ມີເອກະລັກ, ຣົດຊາດ ຂອງຊີວິດ ບັນຍາກາດທີ່ແຕກຕ່າງກັນໄປ ເຮັດໃຫ້ຊີວິດອຸດົມສົມບູນ ແລະ ຂາດບໍ່ໄດ້ ຈົນກາຍເປັນເອກະລັກ, ວັດທະນະທໍາ. ສ່ວນຫຼາຍ ເຮົາຈະເຫັນ ການຟ້ອນລຳວົງ ໃນງານປະເພນີ, ບຸນສິນກິນທານ, ງານລ້ຽງສ້າງສັນຈະມີການຟ້ອນລຳວົງລາວເປັນປະຈຳ.

ການຟ້ອນລຳວົງ ໄດ້ກາຍເປັນປະເພນີທີ່ຄູ່ກັບຊີວິດ ແລະ ວັດທະນະທຳ ຂອງສັງຄົມລາວມາແຕ່ບູຮານ ຫາກຈະກ່າວເຖິງການຟ້ອນນັ້ນ ຄົງມີມາຕັ້ງແຕ່ດົນນານ ມາພ້ອມກັບການເກີດມີການຂັບລຳ ແລະ ອຸປະກອນເຄື່ອງເສບດົນຕີທີ່ມີຂຶ້ນມາ, ການຟ້ອນລຳວົງ ມີມາແຕ່ສະຕະວັດໃດກໍບໍ່ທັນແຈ້ງ, ເຫດຜົນກໍເພາະວ່າ ໃນປະຫວັດສາດບໍ່ມີເອກະສານໃດເອີ່ຍເຖິງ. ຟ້ອນລຳວົງແມ່ນຄຳສັບທີ່ໃຊ້ໄປຕາມຮູບການ 3 ຢ່າງ ປະສົມປະສານກັນຄື: ຟ້ອນ, ສຽງຂັບລຳ, ສຽງດົນ­ຕີ ແລະ ຮູບແບບການເຄື່ອນຍ້າຍເວລາຟ້ອນນັ້ນເປັນວົງ ດັ່ງນັ້ນ, ເພິ່ນຈຶ່ງຮ້ອງວ່າ “ຟ້ອນລຳວົງ” ຊຶ່ງບາງຄົນກໍມັກຮ້ອງວ່າ “ລຳວົງ”.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ


ການຟ້ອນລຳວົງ ມີມູນເຫດເກີດຈາກການ ຟ້ອນ ດ້ວຍຄວາມສະໝັກໃຈຂອງ ຜູ້ໃດ ຜູ້ໜຶ່ງໃນຕອນມີສຽງອອນຊອນຈາກສຽງເພງ ແລະ ດົນຕີ, ຈາກນັ້ນ ຈຶ່ງມີຜູ້ສະໝັກ ຫຼື ສະເໜີຕື່ມເປັນຄູ່ຍິງຊາຍໂຍກໄປເປັນວົງ, ແຕ່ການຟ້ອນລຳວົງ ເກີດຂຶ້ນຈາກພິທີການໃດ ແລະ ປີ ຄສ ເທົ່າໃດ ຍັງບໍ່ໄດ້ກ່າວລະອຽດ ແຕ່ມັນໄດ້ປະກົດຕົວຢູ່ໃນງານບຸນວັດ ໂດຍມີສັງຄົມຮັບຮູ້ເລີ່ມແຕ່ຊຸມປີ 1940 ເປັນຕົ້ນມາ.


ໃນເມື່ອກ່ອນ ແມ່ຍິງທີ່ຈະຟ້ອນເປັນສາວລໍາວົງໄດ້ ຕ້ອງເປັນສາວໂສດເທົ່ານັ້ນ! ສຳລັບຄູ່ຟ້ອນຄືຜູ້ຊາຍບໍ່ຈຳກັດສະຖານະໂສດ ຫຼື ມີເມຍແລ້ວ ແຕ່ມາຮອດ ປັດຈຸບັນ ບໍ່ໄດ້ຈຳກັດວ່າຝ່າຍໃດຈະໂສດ ຫຼື ມີຜົວແລ້ວ ກໍກ້ຽວເປັນຄູ່ຟ້ອນກັນໄດ້.


ການຟ້ອນລຳວົງ ອາດຈະມີສະພາບປ່ຽນແປງ ແລະ ປັບປຸງບາງອັນໄປແດ່ ທັງຮູບຊົງການຍ່າງຍ້າຍ ໂດຍອີງຕາມສະຖານທີ່ ແລະ ຈັງຫວະ ບາງບ່ອນຈຶ່ງຟ້ອນບໍ່ເປັນວົງກໍມີ ແຕ່ສ່ວນຫຼາຍ ທ່າຟ້ອນທີ່ເຫັນຫຼາຍທີ່ສຸດຕາມງານຕ່າງໆ ກໍຄື ລໍາວົງລາວ 4 ຈັງຫວະ ເຊັ່ນ: ຟ້ອນລໍາວົງ ທ່າເຊີນຊວນ, ຟ້ອນລໍາວົງ ທ່າຕັ່ງຫວາຍ, ຟ້ອນລໍາວົງ ທ່າສາລະວັນ ແລະ ເຕັ້ນບາດສະລົບລາວ.


ການຟ້ອນລຳວົງ ເຖິງຈະມີການປ່ຽນແປງໄປຕາມສະພາບຂອງຍຸກສະໄໝກໍຕາມ ແຕ່ກໍຍັງ ຮັກສາຄວາມສາມັກຄີໄດ້ດີຕະຫຼອດມາ ແລະ ກາຍເປັນປະເພນີອັນດີງາມ ທັງເປັນລາຍການມ່ວນຊື່ນໃນງານຕ່າງໆ ຂອງຄົນລາວ ເຮົາເກືອບວ່າຂາດບໍ່ໄດ້ຈົນກາຍເປັນເອກະລັກຂອງຄວາມມ່ວນຊື່ນຕາມປະເພນີ ລຳວົງລາວ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້