ອົງການ ການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໄດ້ໃຫ້ການ ສະໜັບສະໜູນບັນດາອົງການໃນຂະແໜງຍຸຕິທໍາ ແລະ ຕໍາຫຼວດ ໂດຍການມອບອຸປະກອນໄອທີ ເພື່ອນໍາໃຊ້ເຂົ້າໃນວຽກງານ ການປ້ອງກັນ ແລະ ຕອບໂຕ້ກັບຄວາມຮຸນແຮງຕໍ່ແມ່ຍິງ ໂດຍຜ່ານໂຄງການຄັນຮົ່ມ.

ໂຄງການ ຄັນຮົ່ມ ແມ່ນໂຄງການທີ່ສະໜັບສະໜູນລັດຖະບານລາວ ໂດຍຜ່ານ ສູນກາງສະຫະພັນແມ່ຍິງລາວ ໃນການສ້າງຂີດຄວາມສາມາດຂອງສະຖາບັນ ເພື່ອຈັດຕັ້ງປະຕິບັດ ແຜນດໍາເນິນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ 5 ປີ (NAPEVAW) ເປັນຕົ້ນແມ່ນບັນດາອົງການຫຼັກໃນຂະແໜງການສັງຄົມ ແລະ ຍຸຕິທໍາ.

ໂຄງການນີ້ ມີຈຸດປະສົງເພື່ອ ຫຼຸດຜ່ອນການຈໍາແນກ ແລະ ຄວາມຮຸນແຮງຕໍ່ແມ່ຍິງ ໂດຍການລວມເອົາຄວາມພະຍາຍາມຂອງພາກສ່ວນທີ່ກ່ຽວຂ້ອງຕ່າງໆ ລວມທັງການສ້າງຄວາມສາມາດຂອງຜູ້ຮັບຜິດຊອບ ເພີ່ມທະວີການຮັບຮູ້ກ່ຽວກັບການບໍລິການໃຫ້ຜູ້ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ເພີ່ມທະວີການປະສານງານໃນທຸກຂະແໜງການທີ່ກຽວຂ້ອງ.
ໃນປີ 2021 UNDP ໄດ້ເຮັດການປະເມີນຄວາມຕ້ອງການ ຄວາມສາມາດຂອງຂະແໜງຍຸຕິທໍາ ແລະ ຕໍາຫຼວດ ເພື່ອປະຕິບັດ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ 5 ປີ (NAPEVAW) ລວມມີ ກະຊວງຍຸຕິທໍາ, ກະຊວງ ປ້ອງກັນຄວາມສະຫງົບ, ສານປະຊາຊົນສຸງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ການປະເມີນດັ່ງກ່າວ ແມ່ນໄດ້ ພົບກັບສິ່ງທ້າທາຍ ແລະ ປະເຊີນກັບຄວາມຊັກຊ້າຢ່າງຫຼວງຫຼາຍ ອັນເນື່ອງມາຈາກມາດຕະການລ໋ອກດາວ (Lockdown) ທີ່ຫ້າມຈັດ ການປະຊຸມແບບເຊິ່ງຫນ້າ ແລະ ບັນດາອົງການຂະແໜງຍຸຕິທໍາ ແລະ ຕໍາຫຼວດ ແມ່ນມີຄວາມຈໍາກັດ ດ້ານເຄື່ອງມືອຸປະກອນໄອຊີທີ (ICT) ເພື່ອເຂົ້າຮ່ວມກອງປະຊຸມທາງໄກ (Online).

ທ່ານ ນາງ ສຸກພາພອນ ພານິດ, ຫົວໜ້າ ກົມແຜນການ ແລະ ການຮ່ວມມືສາກົນ, ສູນກ່າງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ “ອຸປະກອນໄອຊີທີ ມີປະໂຫຍດຫຼາຍສໍາລັບພວກເຮົາ ເພາະພວກເຮົາສາມາດສືບຕໍ່ເຮັດວຽກທາງອິນເຕີເນັດ ເພື່ອປັບປຸງການຕອບສະໜອງ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະເພາະ ໃນການພັດທະນາ ການແນະນໍາພາກປະຕິບັດຕົວຈິງ ແລະ ເຄື່ອງມືສໍາລັບຂະ ແໜ່ງຍຸຕິທໍາໃນປີ 2022”.

ໃນປີ 2022 ພາຍໃຕ້ໂຄງການ ຄັນຮົ່ມ ເຊິ່ງເປັນໂຄງການຮ່ວມກັບ UNFPA ແລະ ໄດ້ຮັບການສະໜັບສະໜູນຈາກ KOICA, UNDP ຈະສືບຕໍ່ຮ່ວມມືກັບບັນດາອົງການຂະແໜງຍຸຕິທໍາ ແລະ ຕໍາຫຼວດ, ສູນກາງສະຫະພັນແມ່ຍິງລາວ ແລະ ຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ເພື່ອພັດທະນາມາດຕະຖານ ຂັ້ນຕອນການດໍາເນິນງານເພື່ອຮັບປະກັນໃຫ້ມີຄໍາແນະນໍາທີ່ຈະແຈ້ງສໍາລັບທຸກຄົນ, ຂະແໜງການຕ່າງໆ ເພື່ອປະສານງານຢ່າງໃກ້ຊິດ ໃນວຽກງານສະກັດກັ້ນຄວາມຮຸນແຮງຕໍ່ ແມ່ຍິງ, ສະໜອງການບໍລິການຕໍ່ຜູ້ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ດໍາເນີນຄະດີຜູ້ກໍ່ຄວາມຮຸນແຮງດັ່ງກ່າວຜ່ານລະບົບ ຍຸຕິທໍາ ຢູ່ໃນ ສປປ ລາວ.

ຂໍ້ມູນມາຈາກ: UNDP Lao PDR 

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້