ຂໍຂອບໃຈນຳຜູ້ສະໜັບສະໜູນ

ອີງຕາມ ບົດບັນທຶກກອງປະຊຸມກະກຽມຄວາມພ້ອມໃນການເປີດ ການຮຽນ-ການສອນ ໃນສົກຮຽນ 2021-2022 ແລະ ການປະຈໍາການຂອງ ພະນັກງານ, ຄູອາຈານ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ ໃນຄັ້ງວັນທີ 5 ມັງກອນ 2022.

ດັ່ງນັ້ນ, ທາງ ມະຫາວິທະຍາໄລແຫ່ງຊາດ​ ຈຶ່ງອອກແຈ້ງການ​ ໃນວັນທີ 17 ມັງກອນ 2022​ ເຖິງນັກສຶກສາທີ່ພັກຢູ່ຫໍພັກ ຂອງ ມະຫາວິທະຍາໄລ ແຫ່ງຊາດ (ວິທະຍາເຂດດົງໂດກ) ຊາບວ່າ: ການຮັບນັກສຶກສາເຂົ້ານອນຫໍພັກໃນຊ່ວງນີ້ ແມ່ນຈະລົງທະບຽນຮັບສະເພາະແຕ່ນັກສຶກສາປີທີ 1, ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 .

ໃນ ປັດຈຸບັນ ທາງ ມະຫາວິທະຍາໄລ ໄດ້ຈັດ ການຮຽນ-ການສອນ ດ້ວຍຮູບແບບອອນລາຍ ໃຫ້ແກ່ນັກສຶກສານັບແຕ່ ປີ 1 ຫາ ປີສຸດທ້າຍ. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບແຜນ ການຮຽນ-ການສອນ ການເຂົ້ານອນຢູ່ຫໍພັກ ຂອງນັກສຶກສາ ມຊ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

1. ການເປີດຮັບນັກສຶກສາເຂົ້າມາພັກອາໄສຢູ່ຫໍພັກ ຊີເກມ ແລະ ຫໍພັກໃນ ແມ່ນຈະຮັບສະເພາະນັກສຶກສາໃນແຜນປີທີ 1 ແລະ ນັກສຶກສານອກແຜນ ປີ 1 ທີ່ຢູ່ເຂດຫ່າງໄກສອກຫຼີກເທົ່ານັ້ນ.

2. ຮັບນັກສຶກສາ ຜູ້ທີ່ໄດ້ຈ່າຍຄ່າບຳລຸງຫໍພັກໃນໄລຍະທີ່ຜ່ານ ແລ້ວສາມາດກັບເຂົ້າມາພັກອາໄສຢູ່ຫໍພັກໄດ້.

3. ໃຫ້ນັກສຶກສາທີ່ພັກອາໄສຢູ່ຫໍພັກໃນປັດຈຸບັນ (ບໍ່ໄດ້ກັບບ້ານ) ຍັງຄ້າງຈ່າຍຄ່າບໍາລຸງຫໍພັກໃຫ້ຮີບຮ້ອນໄປຈ່າຍໃຫ້ການເງິນ ຫ້ອງການຄຸ້ມຄອງຫໍພັກ.

4. ນັກສຶກສາຫໍພັກ ປີ 2 – ປີ 3 ທີ່ກັບພູມລຳເນົາ ຫຼື ອອກໄປຢູ່ນອກ ແມ່ນຍັງບໍ່ໄດ້ຮັບເຂົ້າມາພັກເຊົາໃນຫໍພັກຈົນກວ່າມີການປ່ຽນແປງ.

5. ສໍາລັບນັກສຶກສາປີທີ 4 ຜູ້ທີ່ຈະລົງເຝິກງານພາກປະຕິບັດຕົວຈິງ ຕ້ອງໃຫ້ລາຍງານຫາຄະນະວິຊາຂອງຕົນເພື່ອເກັບກໍາລາຍຊື່ ມາຊຳລະຄ່າບຳລຸງຫໍພັກ ພ້ອມກວດຫາເຊື້ອ ໂຄວິດ-19 ກ່ອນເຂົ້າມາພັກອາໄສຢູ່ຫໍພັກ.

6. ຖ້ານັກສຶກສາຄົນໃດລັກເຂົ້າມານອນໃນຫໍພັກໂດຍບໍ່ໄດ້ຮັບອະນຸຍາດ ຫາກມີບັນຫາເກີດຂຶ້ນແມ່ນນັກສຶກສາຄົນນັ້ນຕ້ອງເປັນຜູ້ຮັບຜິດຊອບທັງໝົດ ແລະ ຈະຖືກປະຕິບັດຕາມລະບຽບການຂອງຫໍພັກວາງອອກຢ່າງເຂັ້ມງວດ.​

ດັ່ງນັ້ນ, ຈຶ່ງແຈ້ງມາຍັງນັກສຶກສາທຸກໆຄົນຮັບຊາບ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ.

ຂໍ້ມູນຈາກ: ຫ້ອງການຄຸ້ມຄອງຫໍພັກນັກສືກສາ ມຊ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້