ຊົນເຜົ່າໂອຍ ເປັນຊົນເຜົ່າໜຶ່ງທີ່ມີຮີດຄອງປະເພທີ່ເປັນເອກະລັກ ແລະ ໂດດເດັ່ນເປັນທີ່ສຶບທອດກັນມານັ້ນກໍຄື ບຸນຜີພະເບັງ ຊຶ່ງພິທີດັ່ງກ່າວຈະຈັດຂຶ້ນພຽງ 1 ມື້ໂດຍຈະຈັດຂຶ້ນໃນລະດູທີ່ເຂົ້າກໍາລັງສຸກເຫຼືອງເຊິ່ງຈະເຮັດຢູ່ເຮືອນໃຜລາວແຕ່ຈະເຮັດພ້ອມພຽງຮຽງໜ້າກັນໝົດໝູ່ບ້ານ ຊຶ່ງໃນຕອນເຊົ້າແມ່ນຈະໃຫ້ຕາງໜ້າຄອບຄົວໄປເອົາຮວງເຂົ້າໃນແຕ່ລະບ່ອນໃຫ້ຄົບ, ຂີ້ຕົມນາຈັກບ່ອນກໍຕ້ອງໄດ້ເອົາມາພ້ອມກັບຫຍ້າທີ່ເກີດຂຶ້ນຢູ່ນາ ຫຼື ຢູ່ໄຮ່ກໍເອົາມາຢ່າງລະໜ້ອຍ ເມື່ອເອົາມາຄົບແລ້ວກໍນໍາມາຢະແຊຣ.
ຢະແຊຣ ແມ່ນສະຖານທີ່ມີຮູບແບບຄືໄຮ່ນາຢູ່ຕີນບ້ານ ຊຶ່ງແຕ່ລະຄອບຄົວກໍຈະມີຂອງໃຜລາວໄວ້ເພື່ອເອົາເຄື່ອງດັ່ງກ່າວມາແຈ້ງ ຫຼັງຈາກນັ້ນກໍເອົາກັບໄປບ້ານໃຜລາວ ຊຶ່ງຜູ້ຢູ່ເຮືອນແມ່ນຈະກະກຽມໃບຕອງຈານ 14 ໃບ, ໄກ່ໂຕ 1 ເມື່ອນໍາເອົາເຄື່ອງດັ່ງກ່າວມາຮອດເຮືອນແລ້ວ ເຂົາເຈົ້າກໍຈະຂ້າໄກ່ຢູ່ປ່ອງຢ້ຽມເບື້ອງຫ້ອງທາງຂຶ້ນ ແລ້ວນໍາເອົາໃບຕອງຈານປູຖັດຈາກປ່ອງຢ້ຽມ 7 ໃບ ແລ້ວເອົາເລືອດໄກ່ຢາດໄປຕາມໃບຕອງຈານ ເອົາເຫຼົ້າໄຫນ້ອຍມາຕັ້ງຢູ່ຂ້າງປ່ອງຢ້ຽມ ຫຼັງຈາກນັ້ນກໍເອົາໄກ່ດັ່ງກ່າວໄປແກງ ຊຶ່ງຈະຕ້ອງໄດ້ແຍກແກງລະຫວ່າງເຮັດໃຫ້ຜີກັບເຮັດໄວ້ໃຫ້ຄົນກິນ ເມື່ອແກງສຸກແລ້ວກໍຈະນໍາເອົາໃບຕອງຈານມາປູອີກຂ້າງໜຶ່ງຂະໜານກັນແລ້ວ ນໍາເອົາເຂົ້າກັບຊີ້ນໄກ່ວາງເທິງໃບຕອງຈານ ແລ້ວເອົາເຫຼົ້າໄຫໃຫຍ່ມາໄຂຢູ່ຕໍ່ໜ້າປະຕູທາງເຂົ້າ ພ້ອມທັງຮ້ອງຜີໄຮ່, ຜີນາ, ຜີພໍ່ແມ່ມາກິນ ຫຼັງຈາກນັ້ນຄົນຈຶ່ງສາມາດກິນຊຸມແຊວກັນໄດ້ ເຊິ່ງຈະກິນແຕ່ 8 ໂມງເຊົ້າ ຫາ 3 ໂມງແລງ.
ຫຼັງຈາກນັ້ນທຸກຄົນກໍພ້ອມພຽງຮຽງໜ້າກັນນຸ່ງເຄື່ອງໃໝ່ ຍ່າງຜ່ານທົ່ງໄປຫາອີກທົ່ງນາໜຶ່ງທີ່ເປັນທົ່ງລວມໝູ່ບ້ານ ຜູ້ຄົນພາຍໃນບ້ານກໍຈະມາເຕົ້າໂຮມກັນແລ້ວເຍັ້ນເຫຼົ້າໃຫ້ງົວ, ຄວາຍກິນ ( ໃຫ້ກິນພໍເປັນພິທີ ) ແລະ ກໍຈະເຍັ້ນໃຫ້ກັນກິນ ພ້ອມທັງຢອກໄຍກັນ ຊຶ່ງເຂົາເຈົ້າຈະເອີ້ນພິທີດັ່ງກ່າວນີ້ວ່າ ແຍ່ຊວງຢູ່ບ່ອນເປີດເຜີຍ ພ້ອມກັນນັ້ນກໍຈະຄັດເລືອກເອົາຜູ້ຊາຍທີ່ມີນໍ້າໜັກເທົ່າກັນມາເຕະກົ້ນກັນ ຖືວ່າເປັນອີກກິລາປະເພດໜຶ່ງຂອງຊົນເຜົ່າໂອຍ ທຸກຄົນຈະພາກັນຫຼິ້ນຢູ່ທົ່ງນັ້ນຢ່າງເບິກບານມ່ວນຊື່ນຈົນຮອດຄໍ່າແລ້ວພາກັນຍ່າງແຫ່ກັບມາບ້ານຖືເປັນວ່າຈົບພິທີ.
ຂໍ້ມູນຈາກ:http://www.lao44.org
Hits: 10