ບ້ານ ຈ່ານເໜືອ ເປັນໝູ່ບ້ານທີ່ເກົ່າແກ່ ທີ່ມີຕໍານານເລື່ອງ ເຄື່ອງປັ້ນດິນເຜົາ ຂອງ ເມືອງ ຈອມເພັດ, ແຂວງ ຫຼວງພະບາງ. ແຕ່ກ່ອນບ້ານນີ້ ມີຊື່ວ່າບ້ານ ໂພໄຊງອຍ ເພາະວ່າມີ ຕົ້ນໂພ ທີ່ງອຍຢູ່ຜາ ແຄມແມ່ນໍ້າຂອງ ຈຶ່ງໄດ້ພາກັນເອີ້ນວ່າ ບ້ານ ໂພໄຊງອຍ.
ພາຍຫຼັງ ທີ່ບ້ານ ຈ່ານກາງ ຖືກໄຟໄໝ້, ຈຶ່ງເຮັດໃຫ້ປະຊາຊົນພາກັນຍ້າຍມາຕັ້ງຖິ່ນຖານຢູ່ທາງ ເໜືອຂອງ ຫ້ວຍຈ່ານ ຈຶ່ງພາກັນເອີ້ນຖືກັນວ່າ ບ້ານ ຈ່ານເໜືອ ຕັ້ງແຕ່ນັ້ນມາ ແລະ ພາກສ່ວນໜຶ່ງກໍໄປຕັ້ງຢູ່ທາງຟາກໃຕ້ຂອງ ຫ້ວຍຈ່ານ ຈຶ່ງເອີ້ນວ່າ ບ້ານ ຈ່ານໃຕ້.
ການປັ້ນຫໍ່ຫຼໍ່ໄຫຂອງ ບ້ານ ຈ່ານເໜືອ ໄດ້ສືບທອດກັນມາຕັ້ງແຕ່ສະໄໝເຈົ້າຟ້າງຸ່ມ, ພາຍຫຼັງ ທີ່ ເຈົ້າຟ້າງຸ່ມ ທ້ອນໂຮມປະເທດເຂົ້າເປັນອານາຈັກດຽວໄດ້ສໍາເລັດ, ເພິ່ນໄດ້ສັ່ງໃຫ້ປະຊາຊົນ ຫ້າງຫາກະກຽມເອົາສິ່ງຂອງຕ່າງໆ ເພື່ອມາຈັດພິທີ ງານສະເຫຼີມສະຫຼອງໄຊຊະນະ ໂດຍໄດ້ວາງ ທະຫານອາລັກຂາອອກເປັນ 4 ດ້ານຄື: ທາງທິດເໜືອຢູ່ ເມືອງ ປາກອູ, ທາງທິດໃຕ້ຢູ່ ເມືອງ ນານ, ທາງທິດຕາເວັນອອກ ຢູ່ເມືອງ ຊຽງເງິນ ແລະ ທາງທິດຕາເວັນຕົກ ຢູ່ບ້ານ ຈ່ານເໜືອ, ເມືອງ ຈອມເພັດ, ແລ້ວມອບໝາຍໃຫ້ແຕ່ລະກອງທະຫານ ຊອກເອົາສິ່ງຂອງຕ່າງໆ ເພື່ອໃຊ້ ເຂົ້າໃນ ການສະເຫຼີມສະຫຼອງໄຊຊະນະ.ແຕ່ເມື່ອມາເຫັນດິນຂອງ ບ້ານ ຈ່ານເໜືອ ເປັນດິນດີ ເໝາະສົມແກ່ການປັ່ນຫຼໍ່ໄຫ ເພິ່ນຈຶ່ງສັ່ງໃຫ້ ທະຫານ ສົມທົບກັບ ປະຊາຊົນ ຊ່ວຍກັນປັ້ນຫຼໍ່ໄຫ ເປັນຕົ້ນແມ່ນ: ໄຫນາ, ໄຫເຫຼົ້າ, ຄົກ, ໝໍ້, ໂຖດອກໄມ້ ແລະ ອື່ນໆ. ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ ການປັ້ນໝໍ້, ໄຫ ກໍໄດ້ຕິດພັນກັບການ ດຳລົງຊີວິດຂອງປະຊາຊົນ ບ້ານ ຈ່ານເໜືອ ແລະ ໄດ້ສືບທອດມາເປັນເວລາຫຼາຍກວ່າ 400 ປີ ຈົນເຖິງ ປັດຈຸບັນ.
ໃນເມື່ອກ່ອນ ປະຊາຊົນ ບ້ານ ຈ່ານເໜືອ ໄດ້ປັ້ນໄຫ ເພື່ອຈຸດປະສົງໄວ້ໃຊ້ໃນຄອບຄົວ ເອົາໃສ່ນ້ຳ ແລະ ໃສ່ປາແດກ ເທົ່ານັ້ນ. ແຕ່ໃນ ປັດຈຸບັນ ນີ້, ໄດ້ມີການຜະລິດຢ່າງກວ້າງຂວາງ ແລະ ຫຼາກຫຼາຍຜະລິດຕະພັນ ເຊັ່ນ: ໂຖດອກໄມ້, ດິນຂໍ ມຸງຫຼັງຄາ, ແລະ ເຄື່ອງໃຊ້ໃນເຮືອນຄົວ ຜະລິດຕະພັນດັ່ງກ່າວນັ້ນ ຖືກປັ້ນດ້ວຍມືຂອງຊາວບ້ານ ຈ່ານເໜືອ ທັງໝົດ.
ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງ ບ້ານ ຈ່ານເໜືອ ສາມາດພົບເຫັນໄດ້ໃນ ທົ່ວປະເທດລາວ ເຊັ່ນ: ຢູ່ໃນເຮືອນ, ສວນ ຫຼື ຕາມໂຮງແຮມຕ່າງໆ ແລະ ພ້ອມດຽວກັນນີ້, ຍັງມີເຄື່ອງປັ້ນດິນເຜົາ ຫຼາກຫຼາຍຊະນິດໄວ້ໃຫ້ທ່ານໄດ້ເລືອກຊື້ ແລະ ຍັງສາມາດຜະລິດຕາມສັ່ງອີກຫຼາຍກວ່າ 50 ລາຍການ ຈາກນາຍຊ່າງຫັດຖະກຳປັ້ນດິນ ຂອງບ້ານ ຈ່ານເໜືອ.
ສ່ວນຂັ້ນຕອນການຜະລິດ ແມ່ນເລີ່ມຈາກ ການຂຸດດິນຕາກ ແລ້ວນໍາມາບົດໃຫ້ເປັນຜົງ ຈາກນັ້ນ ປະສົມດິນກັບນໍ້າ ແລ້ວຄັ້ນໃຫ້ເຂົ້າກັນຈົນມັນ ເພື່ອເຮັດໃຫ້ດິນມັນຈັບຕົວກັນດີ ຈົນສາມາດ ນໍາມາປັ້ນໄດ້.
ຊ່າງປັ້ນດິນ ໄດ້ປະດິດຄິດສ້າງ ແຕ່ລະຜະລິດຕະພັນ ໂດຍການນຳໃຊ້ວິທີການແບບດັ້ງເດີມ, ການປັ້ນດິນດາກໃຫ້ເປັນ ຮູບຊົງ ແລະ ປະດັບປະດາ ດ້ວຍການນຳໃຊ້ແມ່ພິມ ກົດລົງໄປພື້ນຜີວ ຂອງ ຜະລິດຕະພັນດິນດາກ ທີ່ຍັງປຽກຢູ່ນັ້ນ ດ້ວຍເຄື່ອງມືທີ່ສ້າງຂຶ້ນດ້ວຍມືທັງໝົດ, ຫຼັງຈາກ ນັ້ນ ກໍນຳເອົາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ມາຕາກແດດໃຫ້ແຫ້ງກ່ອນ ແລ້ວຈຶ່ງນໍາໄປເຜົາ ໃນເຕົາເຜົາຢູ່ໃຕ້ດິນຢ່າງລະມັດລະວັງ ແລະ ໃຊ້ເວລາໃນການເຜົາປະມານສອງເຖິງສາມວັນ ຈຶ່ງສໍາເລັດ.
ສໍາລັບ ນັກທ່ອງທ່ຽວທີ່ສົນໃຈ ຢາກເຂົ້າມາທ່ຽວຊົມ ແລະ ເລືອກຊື້ຜະລິດຕະພັນເຄື່ອງປັ້ນດິນ ເຜົາງາມໆ ກໍສາມາດເຂົ້າມາຊົມໄດ້ ເນື່ອງຈາກ ບ້ານ ຈ່ານເໜືອ ເປັນໝູ່ບ້ານທີ່ຂຶ້ນກັບ ເມືອງ ຈອມເພັດ ເຊິ່ງເປັນເມືອງທີ່ຖືກກໍານົດໃຫ້ເປັນເມືອງທ່ອງທ່ຽວສີຂຽວ ຂອງ ແຂວງ ຫຼວງພະບາງ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19.
ຂໍ້ມູນຈາກ: ປຶ້ມປະຫວັດ ຄວາມເປັນມາຂອງ ບ້ານ ຈ່ານເໜືອ (ບ້ານ ຫັດຖະກຳ ເຄື່ອງປັ້ນດິນເຜົາ)
Hits: 4