ຂໍຂອບໃຈນຳຜູ້ສະໜັບສະໜູນ

ສະຖານທູດ ໄທ ປະຈຳ ສປປ ລາວ , ສະມາຄົມລາວ – ໄທ ໄດ້ຈັດກິດຈະກຳປູກຕົ້ນໄມ້ ມິດຕະພາບ ຂຶ້ນທີ່ເມືອງຫາດຊາຍຟອງ ເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ ຄົບຮອບ 70 ປີ ໃຫ້ກຽດເຂົ້າຮ່ວມມີ: ທ່ານ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຫຽມ ພົມມະຈັນ, ປະທານສະ ມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ເຈດສະດາ ກະຕາເວທິນ ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດ ເຕັມແຫ່ງຣາຊະອານາຈັກໄທ ປະຈຳ ລາວ. ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ເຂົ້າ ຮ່ວມ.

ກິດຈະກໍາໃນຄັ້ງນີ້ ໄດ້ມີການປູກຕົ້ນກັນລະປະພຶກ (ຕົ້ນດອກຄາຍປ່າ) ຝ່າຍລາວ 70 ຕົ້ນ ແລະ ຝ່າຍໄທ 70 ຕົ້ນ ຊຶ່ງເປັນສັນຍາລັກ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຢູ່ບໍລິເວນຖະໜົນແຄມແມ່ນ້ຳຂອງເມືອງຫາດຊາຍຟອງ ແຕ່ບ້ານຊຽງຄວນລົງຮອດບ້ານທ່າພະ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດໄທ – ລາວ ຄົບຮອບ 70 ປີ ລວມທັງເພື່ອຮັກສາສິ່ງແວດລ້ອມ ແລະ ສົ່ງເສີມໃຫ້ເມືອງຫາດຊາຍຟອງເປັນແຫຼ່ງທ່ອງທ່ຽວທີ່ສວຍງາມຂອງ ສປປ ລາວ ຕໍ່ໄປໃນອະນາຄົດ. ເຊິ່ງການຈັດກິດຈະກຳດັ່ງກ່າວໄດ້ປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19ແລະ ຕາມມາດຕະການຂອງທາງການ ສປປ ລາວ ຢ່າງເຄັ່ງຄັດ.

ປີນີ້, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ກໍໄດ້ພົວພັນຮ່ວມມືກັນເປັນເວລາຄົບຮອບ 27 ປີ. ຕະຫຼອດໄລຍະເວລາຜ່ານມາ ສະມາຄົມ ລາວ- ໄທ ເພື່ອມິດຕະພາບ ແລະ ສະ ມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ເຮັດໜ້າທີ່ການທູດປະຊາຊົນໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານລັດໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນຕະຫຼອດມາ. ນອກນັ້ນ ກໍ່ໄດ້ມີການຮ່ວມມື ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍສະເພາະແມ່ນພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ວັດທະນະທຳສັງຄົມ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ມາຮອດປະຈຸບັນນີ້ ສອງສະມາຄົມ ລາວ- ໄທ ແລະ ໄທ-ລາວ ເພື່ອມິດຕະ ພາບ ໄດ້ຮ່ວມກັນສ້າງອາຄານໂຮງຮຽນປະຖົມ ແລະ ມັດທະຍົມມິດຕະພາບ ລາວ-ໄທ, ໄທ-ລາວ ຢູ່ ສປປ ລາວ ລວມທັງໝົດ 11 ຫຼັງ, ໄດ້ຮັບເອົາກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ມາທອດຖວາຍຢູ່ ສປປ ລາວ ຈຳນວນ 23 ຄັ້ງ, ແລະ ຈັດຕັ້ງກອງຜ້າປ່າສາມັກຄີໄປທອດຖວາຍຢູ່ຣາຊະອານາຈັກໄທ ຈຳນວນ 03 ຄັ້ງ, ສອງສະມາຄົມໄດ້ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງ ມິດຕະພາບຄວາມເຂົ້າໃຈ ແລະ ການຊ່ວຍ ເຫຼືອຊຶ່ງກັນແລະກັນ ລະຫວ່າງ ປະຊາຊົນສອງຊາດ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ.

ຂໍ້ມູນຈາກ: Royal Thai embassy Vientiane

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້