Wednesday, March 26, 2025

“ຊີ້ນໝູແພງ” ເຮັດແນວໃດ?

ປັດຈຸບັນ ການເພີ່ມຂຶ້ນ ຂອງລາຄາຊີ້ນໝູຢູ່ບ້ານເຮົາ ກຳລັງເປັນກະແສສັງຄົມບໍ່ໜ້ອຍ ເຮັດໃຫ້ຜູ້ບໍລິໂພກໝູ ບາງສ່ວນ ຕ້ອງໄດ້ປ່ຽນເມນູອາຫານທີ່ເຮັດ ຈາກໝູ ໄປບໍລິໂພກອາຫານປະເພດອື່ນແທນ ເນື່ອງຈາກລາຄາໝູທີ່ສູງຂຶ້ນ.

ຜູ້ບໍລິໂພກຊີ້ນໝູທ່ານໜຶ່ງ ໄດ້ໃຫ້ເຫດຜົນກ່ຽວກັບ ການປັບຂຶ້ນຂອງລາຄາຊີ້ນໝູ ວ່າ: ເພິ່ນເປັນຄົນໜຶ່ງທີ່ບໍລິໂພກຊີ້ໝູເປັນປະຈຳ ແຕ່ຖ້າຊີ້ໝູແພງຂຶ້ນຫຼາຍ ກໍຈະຫັນໄປບໍລິໂພກອາຫານຢ່າງອື່ນແທນ ເຊັ່ນ ປາ, ຜັກ ຫຼື ຫຼຸດປະລິມານການຊື້ໝູລົງ ຈາກທີ່ເຄີຍຊື້ຫຼາຍ ເປັນຊື້ໜ້ອຍລົງ, ແຕ່ແນວໃດ ກໍເຫັນໃຈທັງສອງຝ່າຍ ທັງຜູ້ຊື້ ແລະ ຜູ້ຂາຍ, ໃນນາມທີ່ເປັນຜູ້ຊື້ ຜູ້ຂາຍ ຖ້າຂາຍແພງຫຼາຍ ຄົນກໍບໍ່ໍຢາກຊື້, ສ່ວນຜູ້ຂາຍເອງ ຖ້າຂາຍຖືກຫຼາຍກໍບໍ່ມີກຳໄລ ເພາະການກຳນົດລາຄາຂາຍແມ່ນປັບໄປຕາມຕົ້ນທຶນ ແຕ່ທາງທີ່ດີແມ່ນຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງມາຄວມຄຸມລາຄາ ບໍ່ຢາກໃຫ້ພໍ່ຄ້າ-ແມ່ຄ້າປັບຂຶ້ນເອົາເອງ. 

ໃນສ່ວນຂອງແມ່ຄ້າ ຈາກການໃຫ້ຂໍ້ມູນຂອງ ແມ່ຄ້າຂາຍຊີ້ນໝູ ທ່ານໜຶ່ງທີ່ ຕະຫຼາດໂນນຄໍ້, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະປີໃໝ່ ຫຼື ມີເທດສະການທີ່ສຳຄັນ ຂອງແຕ່ລະປີ ລາຄາຊີ້ນໝູ ແມ່ນຈະມີການເພີ່ມຂຶ້ນ ເນື່ອງຈາກນາຍຮ້ອຍທີ່ສົ່ງໝູໜ້າຂຽງ ໄດ້ປັບລາຄາສົ່ງໝູຂຶ້ນ ເຮັດໃຫ້ແມ່ຄ້າຈຳເປັນຕ້ອງໄດ້ປັບລາຄາຂາຍຂຶ້ນໄປນຳ ເຊິ່ງຈະມີລາຄາຂາຍຊີ້ນໝູປະເພດ 1 ຢູ່ທີ່ປະມານ 48.000 – 50.000 ກີບຕໍ່ກິໂລ ແລະ ຊີ້ນໝູປະເພດ 2 ຈະມີລາຄາຂາຍຢູ່ທີ່ປະມານ 43.000 – 45.000 ກີບຕໍ່ກິໂລ.

ອີງຕາມແຈ້ງການ ຈາກ ພະແນກ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງ ວຽງຈັນ ທີ່ໄດ້ອອກຂໍ້ກຳນົດກ່ຽວກັບລາຄາຊີ້ນໝູ ໃນປີທີ່ຜ່ານມາ ວ່າ: ການກຳນົດລາຄາຂາຍຊີ້ນໝູ ແມ່ນໄດ້ກຳນົດລາຄາຂາຍເປັນ 2 ປະເພດ ຄື: 

  1. ຊີ້ນໝູປະເພດ 1 ຂາຍລາຄາ ສູງສຸດບໍ່ໃຫ້ເກີນ 48.000 ກີບ ຕໍ່ກິໂລ.
  2. ຊີ້ນໝູປະເພດ 2 ຂາຍລາຄາ ສູງສຸດບໍ່ໃຫ້ເກີນ 44.000 ກີບ ຕໍ່ກິໂລ.

ສຳລັບລາຄາໝູໜ້າຟາມ ກຳນົດໃຫ້ມີລາຄາ ຊື້-ຂາຍ ບໍ່ໃຫ້ເກີນ 28.500 ກີບ ຕໍ່ກິໂລ, ສ່ວນລາຄາຂາຍຍົກໝູໝົດໂຕ ທີ່ໄດ້ຂ້າ, ຄົວ ຫຼື ແຍກເປັນຊີ້ນລວມ, ນາຍຮ້ອຍສົ່ງ ເຖິງລູກຂຽງຮອດຕະຫຼາດ ກຳນົດລາຄາ ຂາຍສູງສຸດບໍໃຫ້ເກີນ 34.000 ກີບ ຕໍ່ກິໂລ.

ເຖິງຢ່າງໃດກໍຕາມ ໃນປີ 2022 ນີ້ ຍັງບໍ່ມີແຈ້ງການໃໝ່ອອກມາຕື່ມ ກ່ຽວກັບການກຳນົດລາຄາຊີ້ນໝູເທື່ອ. ແຕ່ສະພາບຄວາມເປັນຈິງແລ້ວ ລາຄາຊີ້ນໝູຕາມທ້ອງຕະຫຼາດແມ່ນສູງກວ່າລາຄາທີ່ກຳນົດໄວ້. 

ແຈ້ງການຈາກ ພະແນກ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງ ວຽງຈັນ ປີ 2021

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ