ປັດຈຸບັນ ບ້ານເຮົາຍັງພົບບັນຫາການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງເປັນບັນຫາໃຫ່ຍ ທີ່ສົ່ງຜົນກະທົບ ເຮັດໃຫ້ເສດຖະກິດຢູ່ໃນ ລາວ ຂະຫຍາຍໂຕຊ້າ.
ສຳລັບອາຊີບແມ່ຄ້າຊາວຂາຍ ກໍເປັນອີກໜຶ່ງອາຊີບ ທີ່ໄດ້ຮັບຜົນກະທົບຫຼາຍເຊັ່ນກັນ, ໃນໄລຍະການແຜ່ລະບາດພະຍາດ ໂຄວິດ-19 ເຮັດໃຫ້ການຄ້າຂາຍຜັກ, ຂາຍອາຫານຢູ່ຕາມຕະຫຼາດບໍ່ຄ່ອຍດີປານໃດ.
ນາງ ພູມະໂນ, ແມ່ຄ້າຂາຍອາຫານສຸກຢູ່ ຕະຫຼາດ ຕານມີໄຊ ໃຫ້ສໍາພາດກັບທີມງານ ອິນໄຊລາວ ວ່າ: ຕັ້ງແຕ່ເລີ່ມມີການແຜ່ລະບາດພະຍາດ ໂຄວິດ-19 ຮອບໃໝ່ນີ້, ໄດ້ສົງຜົນກະທົບໃຫ້ແມ່ຄ້າ ຫຼາຍໆຮ້ານ ລວມທັງຮ້ານຂອງເພິ່ນເອງ ໄດ້ຮັບຜົນກະທົບຫຼາຍພໍສົມຄວນ, ເຊິ່ງເຮັດອາຫານສຸກ ທີ່ເຮັດຂາຍໃນແຕ່ລະມື້ ກໍບໍ່ຄ່ອຍໄດ້ຂາຍດີປານໃດ, ບໍ່ມີຄົນມາຊື້ ເພາະໃນຊ່ວງນີ້ ລູກຄ້າສ່ວນຫຼາຍມັກຊື້ອາຫານເມືອແຕ່ງກິນເອງ ຍ້ອນການລະບາດຂອງ ໂຄວິດ-19. ບາງຄົນກໍຊື້ເມື່ອເຂົ້າຕູ້ເຢັນໄວ້ແຕ່ງກິນຫຼາຍມື້ ບວກກັບ ນັກຮຽນ-ນັກສືກສາ ກໍພາກັນ ກັບບ້ານເເດ່ ເຊິ່ງສ່ວນໃຫຍ່ລູກຄ້າທີ່ມາຊື້ອາຫານນໍາຫຼາຍທີ່ສຸດ ກໍແມ່ນນັກຮຽນ-ນັກສຶກສາ.
ນາງ ພູມະໂນ, ເລີ່ມຂາຍອາຫານສຸກ ໄດ້ປະມານ 22 ປີແລ້ວ, ໃນຮ້ານກໍຈະມີອາຫານຫຼາກຫຼາຍ ປະເພດ 20 ກວ່າເມນູ ບໍ່ວ່າຈະເປັນ ເອາະ, ລາບ ,ແກງ, ປີ້ງ, ອົບ, ຂົ້ວ… ປົກກະຕິແມ່ນເພິ່ນ ຈະຂາຍໃນລາຄາທຸກຢ່າງ 3 ພັນກີບ, ຖ້າຂາຍເເພງກວ່ານີ້ນັກຮຽນກໍບໍ່ມີເງິນຊື້ກິນ. ແຕ່ ປັດຈຸບັນ ນີ້ ເພິ່ນກໍໄດ້ມີການປັບລາຄາອາຫານຂຶ້ນ ຈາກ 3.000 ມາເປັນ 5.000 ກີບ. ເນື່ອງຈາກວັດຖຸດິບ ແພງຂຶ້ນຫຼາຍ ບໍ່ວ່າຈະເປັນຊີ້ນໝູ, ປານິນ ລາຄາກໍເພີ່ມຂຶ້ນ ເມື່ອຊື້ມາເຮັດອາຫານຂາຍ ກໍໄດ້ກໍາໄລບໍ່ຫຼາຍ ແຕ່ກໍຈຳເປັນໄດ້ຊື້ມາເພື່ອຄວາມຢູ່ລອດ.
ນາງ ພູມະໂນ ກ່າວຕື່ມວ່າ: ກ່ອນໜ້າທີ່ ໂຄວິດ-19 ຍັງບໍ່ທັນລະບາດ ແມ່ນຂາຍດີຫຼາຍ ເພາະມີນັກຮຽນາມາຊື້ຫຼາຍ ຂາຍໝົດທຸກມື້, ບາງມື້ໄດ້ເຮັດອາຫານ 2 ເທື່ອ, ລາຍໄດ້ໃນການຂາຍອາຫານແຕ່ລະມື້ ປະມານ 5-6 ລ້ານກີບຕໍ່ມື້, ແຕ່ພໍໂຄວິດລະບາດ ການຄ້າຂາຍກໍບໍ່ຄ່ອຍດີ ນັກຮຽນນັກ-ສືກສາ ກໍກັບບ້ານໝົດ ອາຫານບາງມື້ກໍເຫຼືອຫຼາຍ ລາຍໄດ້ໃນການຂາຍກໍຫຼຸດລົງຫຼາຍ ໄດ້ປະມານ 1-2 ລ້ານກີບຕໍ່ມື້.
ດັ່ງນັ້ນ, ໃນຍຸກທີ່ວັດຖຸດິບແພງ ເຮົາກໍໄດ້ຫຼຸດປະລິມານການເຮັດອາຫານໃຫ້ໜ້ອຍລົງ ແລະ ຕັດອາຫານບາງປະເພດອອກ ເພື່ອບໍ່ເຮັດໃຫ້ອາຫານເຫຼືອຫຼາຍ.
Hits: 0