ປ່າສະຫງວນແຫ່ງຊາດນໍ້າກະດິງ ຈັດກອງປະຊຸມ ແຜນງານ ຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າ ແບບປະສົມປະສານ ຮ່ວມກັບ ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ໂດຍຜ່ານຮ່າງ ສັນຍາອະນຸລັກ.
ສັນຍາອະນຸລັກ ໝາຍເຖິງ ເອກະສານກໍານົດຂໍ້ຜູກພັນ ລະຫວ່າງ ອົງການຄຸ້ມຄອງປ່າສະຫງວນ ແລະ ອົງການປົກຄອງບ້ານ ທີ່ມີພື້ນທີ່ຢູ່ໃນ ຫຼື ຕິດກັບ ທີ່ດິນປ່າສະຫງວນ ໂດຍການຮັບຮູ້ ຈາກຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ຢັ້ງຢືນຈາກອົງການປົກຄອງ ຂັ້ນເມືອງ.
ເຊິ່ງໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານ, ວິຊາການ ແລະ ຮ່ວມຈັດຕັ້ງປະຕິບັດ ຕາມລະບຽບ ການຊ່ວຍເຫຼືອຂອງ ແຜນງານຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າ ແບບປະສົມປະສານ ແຂວງ ບໍລິຄໍາໄຊ ໄລຍະທີ IV.
ການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອເພີ່ມທະວີຄວາມເປັນເຈົ້າການໃຫ້ບ້ານ ໃນການຮ່ວມຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າສະຫງວນແຫ່ງຊາດນໍ້າກະດິງແບບຍືນຍົງ ກ້າວໄປເຖິງການຫຼຸດຜ່ອນໄພຂົ່ມຂູ່ ແລະ ບັນລຸເປົ້າໝາຍການອະນຸລັກຂອງປ່າສະຫງວນແຫ່ງຊາດນໍ້າກະດິງ ໂດຍສົ່ງເສີມກິດຈະກໍາອະນຸລັກ ແລະ ປັບປຸງຊີວິດການເປັນຢູ່ແບບເປັນມິດຕໍ່ປ່າສະຫງວນຂອງປະຊາຊົນ.
ສັນຍາອະນຸລັກ ຈະໄດ້ຈັດຕັ້ງປະຕິບັດຢູ່ 15 ບ້ານເປົ້າໝາຍດັ່ງນີ້:
ເມືອງວຽງທອງ
ບ້ານນາດີ, ບ້ານຫີນໂງ່ນ, ບ້ານນາຊວງ, ບ້ານນໍ້າກ້າງ, ບ້ານນາວັງໄຄ້.
ເມືອງບໍລິຄັນ
ບ້ານນໍ້າເຕັກ, ບ້ານພູຄໍາ, ບ້ານປາກໂພຍ, ບ້ານຫີນໂງ່ນ
ເມືອງປາກກະດິງ
ບ້ານຫ້ວຍເລິກ, ບ້ານນໍ້າເດື່ອ, ບ້ານນາຫີນ, ບ້ານນາບວຍ, ບ້ານນາພົງ
ເມືອງຄໍາເກີດ: ບ້ານແກ້ງ
ຂໍ້ມູນຈາກ: WCS Lao PDR ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ
Hits: 0