Wednesday, July 9, 2025
Kbank Laos โอน รับ จ่าย

ຫ້ອງວ່າການສຳນັກງານນາຍົກ! ເຫັນດີໃຫ້ເປີດການທ່ອງທ່ຽວສີຂຽວ ຕາມແຜນການທີ່ໄດ້ກະກຽມໄວ້

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ແຈ້ງເຖິງທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ເຫັນດີໃຫ້ເປີດການທ່ອງທ່ຽວສີຂຽວ ຕາມແຜນການທີ່ໄດ້ກະກຽມໄວ້

ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຄືນມາດຕະການຕ່າງໆ ທີ່ໄດ້ກໍານົດອອກມານັ້ນ ແລະ ແຜນການຮັບມືໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ໄດ້ຢ່າງທັນກາ

ພ້ອມນັ້ນ ກໍຍັງໄດ້ຄົ້ນຄວ້າກ່ຽວກັບມາດຕະການຜ່ອນຜັນ ດັ່ງນີ້:

  • ຄົ້ນຄວ້າກ່ຽວກັບການອະນຸມັດໃຫ້ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ໂດຍສະເພາະແມ່ນນັກທຸລະກິດ, ພະນັກງານຜູ້ປະກອບການ ແລະ ອື່ນໆ ເພື່ອເປັນການດຶງດູດ ແລະ ຊຸກຍູ້ການດຳເນີນທຸລະກິດ ແລະ ການລົງທຶນຕ່າງໆ ໃຫ້ສາມາດດຳເນີນໄດ້ຕາມແຜນການ.
  • ຄົ້ນຄວ້າກ່ຽວກັບມາດຕະການຜ່ອນຜັນໃຫ້ກັບກິດຈະການຕ່າງໆ ທີ່ບໍ່ມີຄວາມສ່ຽງ ໂດຍໃຫ້ຄົ້ນຄວ້າ ແລະ ກໍານົດມາດຕະການຜ່ອນຜັນຢ່າງຈະແຈ້ງ, ຮອບຄອບ ແລະ ຮັບປະກັນ ເພື່ອສົ່ງເສີມການທໍາມາຫາກິນພາຍໃນປະເທດເຮົາ ໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນໃນນັ້ນ
  • ເດັດຂາດບໍ່ອະນຸຍາດໃຫ້ຜ່ອນຜັນບັນດາຮ້ານບັນເທິງ, ຮ້ານກິນດື່ມ, ຄາລາໂອເກະ ແລະ ສະຖານທີ່ອື່ນໆ ທີ່ເຫັນວ່າຍັງມີຄວາມສ່ຽງສູງຢູ່ ທີ່ຈະພາໃຫ້ເກີດມີການແຜ່ລະບາດພະຍາດ ເປັນວົງກວ້າງ ແລະ ບໍ່ສາມາດຄວບຄຸມໄດ້ “ກໍລະນີເກີດມີການລະບາດໜັກ ແລະ ແຜ່ກະຈາຍເປັນວົງກວ້າງ ກໍ່ໃຫ້ຮີບຮ້ອນ ດຳເນີນການປະເມີນ ຄວາມສ່ຽງ ແລະ ວາງມາດຕະການຮັບ, ຄວບຄຸມ ແລະ ແກ້ໄຂໃຫ້ທັນການ”.

ໃຫ້ກະຊວງສາທາລະນະສຸກ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດເພີ່ມທະວີການຈັດຕັ້ງປະຕິບັດວຽກງານ ທີ່ມີຄວາມຈຳເປັນໃນໄລຍະນີ້ ເປັນຕົ້ນແມ່ນ: ການປິ່ນປົວ ແລະ ການກວດຫາເຊື້ອ ໂດຍໃຫ້ພາກເອກະຊົນມີສ່ວນຮ່ວມຕື່ມ ທັງໃຫ້ມີການໂຄສະນາ ຮູບແບບຕ່າງໆ ໃຫ້ກວ້າງຂວາງ ແລະ ມີສະຕິລະວັງຕົວສູງຂຶ້ນ ໃນການດຳລົງຊີວິດປົກກະຕິແບບໃໝ່ (New normal).

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.