ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫ້ອງການ ສຶກສາທິການ ແລະ ກິລາເມືອງ ຮ່ວມກັບ ອົງການ ສຸພະນິມິດ ປະຈຳເມືອງ ໂດຍຜ່ານ ໂຄງການ ປັບປຸງການອ່ານ, ຄວາມກ້າວໜ້າຂອງເດັກ ແລະ ສະພາບແວດລ້ອມ ໃນໂຮງຮຽນ ເພື່ອອະນາຄົດໃນຊຸມຊົນ, ໄດ້ລົງຊຸກຍູ້ ແລະ ສົ່ງເສີມການອ່ານ ໃນ 7 ໂຮງຮຽນ ຂອງເມືອງ ທ່າປາງທອງ, ແຂວງ ສະຫວັນນະເຂດ ໂດຍມີ: ໂຮງຮຽນປະຖົມ ບ້ານ ໂນນສົມບູນ, ໂຮງຮຽນປະຖົມ ບ້ານ ນາລະເວ, ໂຮງຮຽນປະຖົມ ບ້ານ ຫີນຕັ້ງກາງ, ໂຮງຮຽນປະຖົມ ບ້ານ ຫີນຕັ້ງໂຄກ, ໂຮງຮຽນປະຖົມ ບ້ານ ນາຜືວຽງຄຳ, ໂຮງຮຽນປະຖົມ ບ້ານ ນາພະນຽດ (ຄຸ້ມນາເພັກ) ແລະ ໂຮງຮຽນປະຖົມ ບ້ານ ໂນສະຫວ່າງ.

ການນຳພາ ການເຄື່ອນໄຫວກິດຈະກໍາຄັ້ງນີ້ ນຳໂດຍ ທ່ານ ນາງ ດວງແກ້ວ ລາຊາວົງສີ, ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ທ່ານ ກິໂຕ ພົມມະໄກສອນ, ຜູ້ປະສານ ໂຄງການ ພະແນກ ສຶກສາທິການ ແລະ ກິລາແຂວງ, ພະນັກງານ ຄູຝຶກຈາກ ພະແນກສຶສາ ແລະ ກິລາແຂວງ, ເມືອງ ແລະ ວິຊາການຂອງໂຄງການ ພ້ອມດ້ວຍ ອຳນາດການປົກຄອງບ້ານ ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ການຮ່ວມມືກັນ ຄັ້ງນີ້, ກໍເພື່ອເປັນການສ້າງຈິດສຳນຶກກ່ຽວກັບການອ່ານ ໃຫ້ພໍ່ແມ່ຜູ້ປົກຄອງ ມີສ່ວນຮ່ວມເຮັດໃຫ້ນ້ອງໆນັກຮຽນ ມີຄວາມກ້າສະແດງອອກກ່ຽວກັບການອ່ານ ແລະ ສ້າງບັນຍາກາດການອ່ານໃຫ້ກາຍເປັນກິດຈະກຳ ທີ່ມ່ວນຊື່ນຂອງເດັກນ້ອຍ ແລະ ພໍ່ແມ່ ລວມທັງເບິ່ງແຍງ, ສະໜັບສະໜຸນການສຶກສາຂອງເດັກນ້ອຍ ໂດຍສະເພາະແມ່ນການອ່ານ ສະແດງໃຫ້ເດັກນ້ອຍເຫັນຄວາມສາມາດຂອງຕົນ ກ່ຽວກັບກິດຈະກໍາການອ່ານ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຊິ່ງກິດຈະກຳໃນຄັ້ງນີ້ ກໍຈະມີ ການເເຂ່ງຂັນການອ່ານ ວິຊາພາສາລາວ, ອ່ານພະຍັນຊະນະ ພາສາລາວ ແລະ ສະຫຼະ ພາສາລາວ, ອ່ານບົດເລື່ອງ, ການເເຂ່ງຂັນລຽນເເຖວ, ຈັບເວລາກວດ ກາຄຳສັບທີ່ເດັກອ່ານຜິດ, ໂດຍໃຫ້ມີຜູ້ປົກຄອງໄດ້ເຂົ້າມາຊ່ວຍຕອບຄໍາຖາມ, ຫຼິ້ນເກມປິງໂກ້ ສະຫຼະ-ພະຍັນຊະນະ, ເກມໃບ້ຄຳສັບ, ຮ່ວມຫຼິ້ນເກມກັບເດັກນ້ອຍ, ພໍ່ເເມ່ເດັກ, ມີການອ່ານ ເບິ່ງຄຳສັບ ເເລ້ວສະເເດງທ່າທາງ ໃຫ້ໝູ່ທວາຍ ສະຫຼັບກັນຈົນຄົບ, ມີເກມເຕັ້ນບັດສະຫຼົບ, ເກມເຕະບານ, ເກມດຶງເຊືອກ ລະຫວ່າງຜູ້ໃຫຍ່ປະສົມກັບເດັກ.

ຂໍ້ມູນຈາກ:ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້