ເຜົ່າກຶມມຸ ແມ່ນເຜົ່າໜຶ່ງໃນວົງຄະນາຍາດຂອງ ລາວ ທີ່ດຳລົງຊີວິດຢ່ັ່ງຢາຍກັນໄປນັບແຕ່ເໜືອ ເຖິງໃຕ້, ເຜົ່າກຶມມຸ ມີພາສາປາກເວົ້າເປັນຂອງຕົນເອງ, ພາສາກຶມມຸ ຖືກຈັດເຂົ້າໃນໝວດພາສາ ມອນ-ຂະແມ, ແຕ່ກໍມີການປາກເວົ້າທີ່ແຕກຕ່າງກັນເລັກໜ້ອຍ, ມີເອກະລັກທາງດ້ານ ສິລະປະ -ວັດທະນະທໍາ, ຂະນົບທຳນຽມການນຸ່ງຖື ທີ່ແຕກຕ່າງຈາກເຜົ່າອື່ນ ແລະ ມີບຸນປະເພນີ ທີ່ເປັນ ເອກະລັກ ຂອງ ເຜົ່າກຸມມຸ ນັ້ນຄື: “ບຸນເກີຼ”
“ບຸນເກີຼ” ກໍເປັນອີກໜຶ່ງປະເພນີບຸນປະຈຳປີຂອງ ເຜົ່າກຶມມຸ, ຕາມປົກກະຕິແລ້ວ ເຜົ່າກຶມມຸ ມັກ ຈະຈັດງານ ບຸນເກີຼ ຂຶ້ນໃນທ້າຍເດືອນ ມັງກອນ ຫຼື ຕົ້ນເດືອນ ກຸມພາ ຂອງທຸກໆ ປີ ພາຍຫຼັງ ເກັບກ່ຽວເຂົ້າໄຮ່, ເຂົ້ານາສຳເລັດແລ້ວ ເຂົ້າເຈົ້າກໍຈະມີການກະກຽມເຮັດບຸນດັ່ງກ່າວຂຶ້ນ ເພື່ອລະ ນຶກເຖິງບັນພະບູລຸດ.
ບຸນເກີຼ ເປັນງານບຸນປະເພດໜຶ່ງທີ່ນອນຢູ່ໃນ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ແລະ ກໍຍັງຄຽງຄູ່ກັບ ຊົນເຜົ່າກຶມມຸ ມາແຕ່ບູຮານ ເຊິ່ງເປັນບ່ອນເຕົ້າໂຮມ ແຫ່ງຄວາມສາມັກຄີ ເປັນປຶກແຜ່ນ ແລະ ເປັນເອກະລັກສະເພາະຂອງ ຊົນເຜົ່າກຶມມຸ ເຊິ່ງເຮັດໃຫ້ຄົນລຸ້ນໃໝ່ໄດ້ເຂົ້າໃຈໃນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມ, ອັນເປັນມິ່ງຂວັນຂອງ ເຜົ່າກຶມມຸ ໃຫ້ຄົງຢູ່ຕະຫຼອດໄປ.
ການຈັດບຸນປະເພນີດັ່ງກ່າວ ແມ່ນໄດ້ນຳເອົາຜະລິດຕະພັນກະສິກຳມາວາງສະແດງ ແລະ ຈັດ ເປັນອາຫານເພື່ອຮັບປະທານຕາມ ຮີດຄອງປະເພນີ ເຊັ່ນ ເຄື່ອງປູກຂອງຝັງ ເຂົ້າ, ໝາກອຶ, ໝາກ ໂຕ່ນ, ມັນ, ເຜືອກ, ເຫຼົ້າໄຫ, ເຄື່ອງນຸ່ງຫົ່ມເອ້ຢ້ອງ, ໃນນີ້ ມີການຝຶກແອບຂອງໜ່ວຍສິລະປະ ການສະແດງ, ເຄື່ອງດົນຕີ ແລະ ອື່ນໆ. ທີ່ເດັ່ນໄປກວ່ານັ້ນ ແມ່ນມີຄວາມອຸດົມສົມບູນ ທາງດ້ານ ສິລະປະ-ວັນນະຄະດີ, ແຕ່ລະແຊງ ຈະມີການຂັບລຳທີ່ແຕກຕ່າງກັນ ແລະ ເຄື່ອງດົນຕີທີ່ເຮັດ ດ້ວຍໄມ້ປ່ອງ, ນອກຈາກນັ້ນຍັງ ມີນິທານພື້ນເມືອງ, ຄຳຜະຫຍາ ແລະ ບົດຟ້ອນປະຈຳເຜົ່າ ເຊັ່ນ ການຟ້ອນດາບ, ຟ້ອນລາຍງ້າວ ແລະ ສະແດງບົດຟ້ອນສັກເຂົ້າໄຮ່ ໃຫ້ບັນດາແຂກທ່ີຖືກຮັບເຊີນ ໄດ້ມີຄວາມເບີກບານມ່ວນຊື່ນ.
ນອກຈາກນີ້, ເຜົ່າກຶມມຸ ຍັງເປັນເຜົ່າໜຶ່ງທີ່ນັບຖື ບັນພະບູລຸດ ຂອງຕົນຕະຫຼອດມາ ຢູ່ໃນເຮືອນ ຈະມີຮ້ານບູຊາຜີ, ເວລາທີ່ເຮັດພິທີກຳລ້ຽງຜີເຮືອນນັ້ນ ຈະລວມມີຜີພໍ່ແມ່, ຜີປູ່ຍ່າ, ຕາຍາຍ, ພ້ອມນັ້ນ ເຜົ່າກຶມມຸມັກຈະປຸກເຮືອນ ທີ່ເປັນເອກະລັກສະເພາະເຜົ່າ, ລວມທັງມີເຄື່ອງນຸ່ງປະຈຳ ເຜົ່າ ເປັນເອກະລັກສະເພາະທີ່ເຮັດດ້ວຍຝ້າຍ, ຍ້ອມນິນ, ແຕ່ ປັດຈຸບັນ ມີນຸ່ງສະເພາະໃນຍາມ ບຸນເທົ່ານັ້ນ.
ຂໍ້ມູນຈາກ:http://www.lao44.org
Hits: 25