ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເມືອງ ຍົມມະລາດ, ແຂວງ ຄໍາມ່ວນ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງປ່າໄມ້ ໃຫ້ແກ່ ປະຊາຊົນ 3 ບ້ານ ເຊິ່ງປະກອບມີ ບ້ານ ເຫຼົ່າ, ບ້ານ ສ້າງແກ້ວ ແລະ ບ້ານ ທາດ, ພາຍໃຕ້ການຮ່ວມມືກັນ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງ ຍົມມະລາດ ແລະ ບໍລິສັດ ໄຟຟ້ານໍ້າເທີນ 2.
ກອງປະຊຸມໄດ້ຮັບຟັງ ການເຜີຍແຜ່ເຊື່ອມຊຶມບັນດາກົດໝາຍ ແລະ ນິຕິກໍາ ໃນການປົກປັກ ຮັກສາສິ່ງແວດລ້ອມ, ການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ເຂດລຸ່ມເຂື່ອນເຮືອນຈັກເຂື່ອນ ໄຟຟ້ານໍ້າເທີນ 2 ໂດຍສຸມໃສ່ວຽກງານການຄຸ້ມຄອງຂີ້ເຫຍື້ອບໍ່ໃຫ້ຖິ້ມຊະຊາຍ, ວຽກງານການ ຄຸ້ມຄອງປ່າໄມ້ ແລະ ບັນດາຂໍ້ຫ້າມຕ່າງໆ ໃນການບຸກລຸກການຖາງປ່າເຮັດໄຮ່, ການຈູດປ່າ ທີ່ກໍ່ໃຫ້ເກີດບັນຫາໝອກຄວັນໃນລະດູແລ້ງ ໃນເຂດກັນຊົນໂຄງການ ເຂື່ອນໄຟຟ້ານໍ້າເທີນ 2 ແລະ ປ່າປ້ອງກັນ ນ້ຳຈະກໍ້ ໃນເຂດເຊື່ອມຕໍ່ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແລະ ວຽກ ງານການຄຸ້ມຄອງແຫຼ່ງນໍ້າທໍາມະຊາດ, ການຄຸ້ມຄອງການນໍາໃຊ້ທີ່ດິນໃນຂອບເຂດບ້ານຂອງ ຕົນ.
ເຊິ່ງກົດໝາຍ ແລະ ນິຕິກໍາ ທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: ກົດໝາຍສິ່ງແວດລ້ອມ, ກົດ ໝາຍນໍ້າ ແລະ ຊັບພະຍາກອນນໍ້າ, ກົດໝາຍປ່າໄມ້, ຂໍ້ກໍານົດຂອງທ່ານເຈົ້າເມືອງ ຍົມມະລາດ ວ່າດ້ວຍການຄຸ້ມຄອງ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດສວຍງາມຂອງຕົວເມືອງ ຍົມມະລາດ, ແຈ້ງການຂອງທ່ານເຈົ້າເມືອງ ວ່າດ້ວຍຂໍ້ຫ້າມຖາງປ່າ ແລະ ຈູດປ່າຊະຊາຍ, ລະບຽບການຄຸ້ມຄອງປ່າໄມ້ ແລະ ແຈ້ງການຂອງທ່ານເຈົ້າເມືອງໆ ຍົມມະລາດ ກ່ຽວກັບການເພີ່ມທະວີ ການຊຸກຍູ້ການຕິດຕາມກວດກາ ແລະ ແນະນໍາໃຫ້ອໍານາດການປົກ ຄອງບ້ານກ່ຽວກັບສິດ ແລະ ຂອບເຂດຂອງນາຍບ້ານ ໃນການຄຸ້ມຄອງການນໍາໃຊ້ທີ່ດິນ.
ພາຍຫຼັງທີ່ໄດ້ຮັບການເຊື່ອມຊຶມບັນດາກົດໝາຍ ແລະ ນິຕິກຳໃນການປົກປັກຮັກສາສິ່ງແວດ ລ້ອມແລ້ວ ໃຫ້ອຳນາດການປົກຄອງບ້ານທຸກຂັ້ນ ພ້ອມດ້ວຍປະຊາຊົນພາຍໃນບ້ານຂອງຕົນ ເປັນເຈົ້າການ ໃນການບັງຄັບໃຊ້ລະບຽບກົດໝາຍດັ່ງກ່າວ ຢ່າງເຂັ້ມງວດ. ຖ້າຫາກມີບຸກຄົນນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກຍັງມີການລະເມີດ ຝ່າຜືນ ແມ່ນຈະໄດ້ປະ ຕິບັດບັນດາມາດຕະການລົງໂທດທີ່ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ ທີ່ວາງໄວ້ ຢ່າງເຂັ້ມງວດ.
ຂໍ້ມູນຈາກ:Khammouane News
Hits: 0