ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 22 ມັງກອນ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ອັດຕະປື ຈະສູ້ຊົນໃຫ້ລວມຍອດຜະລິຕະພັນພາຍໃນເພີ່ມຂື້ນສະເລ່ຍ 7,5-8% ຕໍ່ປີ

ໃນໄລຍະ 5 ປີ ນັບແຕ່ປີ 2021-2025, ແຂວງອັດຕະປື​ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື​ GDP ເພີ່ມຂຶ້ນສະເລ່ຍ 7,5-8% ຕໍ່ປີ, ດ້ວຍການສ້າງມູນຄ່າເພີ່ມ ໃຫ້ໄດ້ 4.201,86 ຕື້ກີບ, ຄາດຄະເນພົນລະເມືອງ ມີ 177.819 ຄົນ

ສະເລ່ຍລວມ ຍອດຜະລິດຕະພັນພາຍໃນຕໍ່ຫົວຄົນ ປະມານ 23,62 ລ້ານກີບ ຫລື ເທົ່າກັບ 2.698 ໂດລາສະຫະລັດ/ ຄົນ, ອັດຕາແລກປ່ຽນ 8.758 ກີບ/1ໂດລາ, ທຽບໃສ່ປີ 2020 ເພີ່ມຂຶ້ນ 687 ໂດລາ.​..ອ່ານຕໍ່

ຍົກລະດັບຄວາມຮູ້ວຽກງານສະກັດກັ້ນ ແລະ ປ້ອງກັັນຕ້ານການຄ້າມະນຸດ

ການຝຶກອົບຮົມໃນຄັ້ງນີ້, ນັກສຳມະນາກອນ ໄດ້ຮັບຟັງການເຜີຍແຜ່ສະພາບການພວກກຸ່ມຄົນບໍ່ດີຈຳນວນໜຶ່ງ ຍັງສືບຕໍ່ເຄື່ອນໄຫວບໍ່ດີ ແລະ ກະທຳຜິດກົດໝາຍບ້ານເມືອງ ໂດຍສະເພາະແມ່ນຂະບວນການຄ້າມະນຸດ ທີ່ເກີດຂຶ້ນໃນແຂວງຕ່າງໆຂອງປະເທດ

ລັດຖະບານ ກໍໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າຊຸກຍູ້ ແລະ ສະໜັບສະໜູນໂຄສະນາວຽກງານຕ້ານການຄ້າມະນຸດ ທີ່ເກີດຂຶ້ນຢູ່ບັນດາແຂວງ ທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ, ເພື່ອສ້າງຄວາມເຂົ້າໃຈໃຫ້ ສັງຄົມ, ປະຊາຊົນລາວບັນດາເຜົ່າ, ເຂດຫ່າງໄກສອກຫຼີກ…ອ່ານຕໍ່

ໄຊຍະບູລີ ພ້ອມເປີດເສັ້ນທາງທ່ອງທ່ຽວສີຂຽວປະມານກາງປີ 2022

ອໍານາດການປົກຄອງ ແຂວງໄຊຍະບູລີ ກຽມເປີດເສັ້ນທາງທ່ອງທ່ຽວສີຂຽວ ໃນໄລຍະເດືອນເມສາ-ມິຖຸນາ ປີ 2022 ຕາມທິດຂອງລັດຖະບານ ເພື່ຶອສ້າງລາຍໄດ້ຈາກການທ່ອງທ່ຽວໃຫ້ປະຊາຊົນຊາວແຂວງໄຊຍະບູລີ ແລະ ນັກທຸລະກິດຜູ້ປະກອບການດ້ານຕ່າງໆ ພາຍໃນແຂວງ

ແຂວງໄຊຍະບູລີ ແມ່ນໄດ້ກໍານົດເຂດ ແລະ ເສັ້ນທາງທ່ອງທ່ຽວສີຂຽວ ໃນໄລຍະເດືອນເມສາ-ມິຖຸນາ, ໂດຍກໍານົດເອົາເມືອງໄຊຍະບູລີ ກໍານົດເສັ້ນທາງ ຫຼວງພະບາງ–ໄຊຍະບູລີ ແລະ ນະຄອນຫຼວງ–ໄຊຍະບູລີ, ທ່ຽວຊົມແຫຼ່ງທ່ອງທ່ຽວແມ່ນສູນອະນຸລັກຊ້າງອ່າງນໍ້າຕຽນ, ສູນອະນຸລັກ ແລະ ຂະຫຍາຍພັນຊ້າງພູແຄນ ແລະ ມູນນິທິອະນຸລັກສັດ ແລະ ສິ່ງແວດລ້ອມລາວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...