ຂໍຂອບໃຈນຳຜູ້ສະໜັບສະໜູນ

“ຕັບ” ເປັນໜຶ່ງໃນອະໄວຍະວະທີ່ສໍາຄັນຂອງຮ່າງກາຍຄົນເຮົາ ເພາະຕ້ອງເຮັດໜ້າທີ່ຫຼາຍຢ່າງໃນແຕ່ລະມື້ ໂດຍສະເພາະ ເຜົາຜານສານອາຫານ, ຄວບຄຸມການໃຊ້ສານອາຫານຕ່າງໆ ຕາມຄວາມຕ້ອງການຂອງຮ່າງກາຍ ເຊັ່ນ: ຄວບຄຸມນໍ້າຕານ ແລະ ໂປຣຕິນໃນຮ່າງກາຍ, ຄວບຄຸມນໍ້າດີ ເພື່ອໃຊ້ໃນການຍ່ອຍໄຂມັນ, ຄວບຄຸມສານອາຫານປະເພດໄຂມັນ ອີກທັງ ຍັງເປັນແຫຼ່ງເກັບວິຕາມິນ ແລະ ແຮ່ທາດຕ່າງໆ. ນອກຈາກນີ້ ໜ້າທີ່ ທີ່ສໍາຄັນທີ່ສຸດຂອງຕັບຄື ການກໍາຈັດຂອງເສຍ, ໂລຫະໜັກ, ຢາ ແລະ ສານຜິດຕ່າງໆອອກຈາກຮ່າງກາຍ.

ມື້ນີ້ເຮົາຈຶ່ງນໍາເອົາປະເພດອາຫານທີ່ຊ່ວຍບໍາລຸງຕັບ ແລະ ເຮັດໃຫ້ຕັບແຂງແຮງມາຝາກທຸກຄົນ ເຊິ່ງຈະມີອາຫານປະເພດໃດນັ້ນ ມາເບິ່ງກັນເລີຍ.

ກະລໍ່າປີ.
ອາຫານປະເພດທໍາອິດອີກຢ່າງໜຶ່ງ ທີ່ຊ່ວຍບໍາລຸງຕັບໃຫ້ແຂງແຮງ ໄດ້ເປັນຢ່າງດີນັ້ນກໍຄື ກະລໍ່າປີ ເພາະໃນກະລໍ່າປີ ມີສ່ວນຊ່ວຍເພີ່ມ ກລູຕ້າໄຣໂອນ ໃນຮ່າງກາຍ ຊ່ວຍລ້າງສານພິດ ບໍາລຸງຕັບໄດ້ເປັນຢ່າງດີ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໝາກລີ້ນຈີ່.
ລີ້ນຈີ່ ເປັນໝາກໄມ້ທີ່ອຸດົມໄປດ້ວຍ ໂປຣຕິນ, ໄຂມັນ, ກລູໂຄສ ແລະ ກົດຊິຕຣິກ ເຊິ່ງທາງການແພດແຜນຈີນ ເຂົາຍົກໃຫ້ ລິ້ນຈີ່ ເປັນໝາກໄມ້ບໍາລຸງຕັບ ເພາະສາມາດຊ່ວຍບັນເທົາອາການອັກເສບຂອງຕັບໄດ້ ແຕ່ບໍ່ເໝາະກັບຄົນທີ່ມີອາການຄໍເເຫ້ງ, ເຈັບຄໍ, ເຈັບກະເພາະ ເພາະອາດຈະເຮັດໃຫ້ອາການເຫຼົ່ານີ້ເປັນເເຮງຂຶ້ນກ່ອນເກົ່າ.

ຫົວກາຣົດ.

ເພາະໃນ ຫົວກາຣົດ ມີວິຕາມິນ ຫຼາກຫຼາຍຊະນິດ ທັງວິຕາມິນ A, ວິຕາມິນ B1, ວິຕາມິນ B2, ວິຕາມິນ C, ວິຕາມິນ D ແລະ ຍັງມີກົດໂຟລິກຟອສຟໍຣັລ, ໂຊດ້ຽມ, ໂພແທສຊ້ຽມ, ທາດເຫຼັກ, ສັງກະສີ ແລະ ທອງແດງ ເຊິ່ງທັງໝົດນີ້ ມີຄຸນສົມບັດ ຊ່ວຍບໍາລຸງຕັບ ແລະ ຍັງຊ່ວຍບໍາລຸງເລືອດ ແລະ ບັນເທົາອາການອາຫານບໍ່ຍ່ອຍໄດ້ອີກ.

ຜັກໃບຂຽວ.
ຜັກໃບຂຽວ ບໍ່ວ່າຈະເປັນຜັກກາດແລະ ຜັກໃບຂຽວອື່ນໆ ລ້ວນແລ້ວແຕ່ມີຄຸນສົມບັດ ທີ່ຊ່ວຍປ້ອງກັນການເກີດໂລຫະໜັກ ໃນຕັບໄດ້ດີ ເຊິ່ງຈະຊ່ວຍຂັບລ້າງສານເຄມີທີ່ສະສົມໃນຕັບໄດ້ເປັນຢ່າງດີ.

ອາໂວກາໂດ້.
ອາໂວກາໂດ້ ເປັນສຸດຍອດໝາກໄມ້ເພື່ອສຸຂະພາບ ເພາະບໍ່ພຽງແຕ່ຈະຊ່ວຍໃນການຫຼຸດນໍ້າໜັກ ກໍາຈັດສານຜິດ ແລະ ບໍາລຸງຮ່າງກາຍ ແຕ່ອາໂວກາໂດ້ຍັງຊ່ວຍບໍາລຸງຕັບໄດ້ເປັນຢ່າງດີ ເພາະມີ ກລູຕ້າໄຣໂອນ ຢູ່ຫຼາຍ ແຖມມີກົດໄຂມັນ ໂອເມກ້າ 3 ເເລະ 6 ທີ່ຊ່ວຍໃນເລື່ອງຄວາມຈື່ຈໍາດີ ແລະ ເຮັດໃຫ້ຜິວດີ, ຫຸ່ນດີ ແລະ ຕັບດີ ອີກດ້ວຍ.

ຊາຂຽວ.
ມີສານຕ້ານອະນຸມູນອິດສະຫຼະຫຼາຍ ເຮັດໃຫ້ມີສ່ວນຊ່ວຍໃນການບໍາລຸງຕັບໄດ້ເປັນຢ່າງດີ ແລະ ປ້ອງກັນການເກີດໂຣກມະເຮັງຕັບໄດ້ອີກດ້ວຍ.

ເຫັດຕ່າງໆ.
ເຫັດມີສ່ວນຊ່ວຍໃນການບໍາລຸງຕັບໄດ້ ບໍ່ວ່າຈະເປັນເຫັດເຟືອງ, ເຫັດນາງຟ້າ,ເຫັດຫອມ, ເຫັດຫູໜູ ຫຼື ເຫັດຫຼິນຈື ເພາະເປັນອາຫານລໍາດັບຕົ້ນໆ ທີ່ຊ່ວຍບໍາລຸງຕັບໄດ້ເປັນຢ່າງດີ ຊ່ວຍຫຼຸດໄຂມັນທີ່ສະສົມໃນຕັບ ແລະ ກະເເສເລືອດຕໍ່ຕ້ານການເກີດໂຣກມະເຮັງ ແລະ ເພີ່ມປະລິມານຂອງເມັດເລືອດຂາວ.

ຊີ້ນປາ.
ຊີ້ນປາ ມີສານອາຫານບໍາລຸງຕັບຢູ່ຫຼາຍ ເປັນໂຕຊ່ວຍສໍາຄັນໃນການພື້ນຟູຕັບທີ່ເສຍຫາຍໃຫ້ກັບມາເຮັດວຽກໄດ້ເປັນປົກກະຕິ.

ຂີ້ມິ້ນ.
ຊ່ວຍລ້າງສານຜິດອອກຈາກຕັບ ເຮັດໃຫ້ຕັບທໍາງານຢ່າງມີປະສິດທິພາບ ແລະ ຕອບສະໜອງຕໍ່ສານຜິດໄດ້ດີຍິ່ງຂຶ້ນ.

ໝາກຂາມປ້ອມ.
ເປັນໝາກໄມ້ທີ່ຊ່ວຍບໍາລຸງຕັບ ທີ່ອຸດົມໄປດ້ວຍ ວິຕາມິນ C ຫຼາຍກວ່າ ແອັບເປີ້ນ ແລະ ຊ່ວຍປ້ອງກັນການເກີດພິດ ໂລຫະໜັກຕໍ່ຕັບ ແລະ ຊ່ວຍປ້ອງກັນການເກີດໂຣກມະເຮັງຕັບ ຊ່ວຍປິ່ນປົວການຕິດເຊື້ອໄວຣັສຕັບອັກເສບໄດ້ດີອີກດ້ວຍ.

ສຸດທ້າຍແລ້ວ ການບໍາລຸງຕັບ ໃຫ້ມີສຸຂະພາບດີນັ້ນ, ກໍຂຶ້ນຢູ່ກັບໂຕເຮົາເອງ ເພາະຖ້າເຮົາສາມາດເບິ່ງເເຍງໂຕເອງໄດ້ດີ, ໝັ່ນອອກກໍາລັງກາຍເປັນປະຈໍາ, ພັກຜ່ອນໃຫ້ພຽງພໍ ແລະ ທີ່ສໍາຄັນຄື ກິນອາຫານບໍາລຸງຕັບເຫຼົ່ານີ້ທຸກມື້ ຫຼື ຫຼາຍທີ່ສຸດເທົ່າທີ່ຈະກິນໄດ້ ຈະຊ່ວຍໃຫ້ຮ່າງກາຍຂອງເຮົາເຮັດວຽກຢ່າງມີປະສິດທິພາບຍິ່ງຂຶ້ນ.

ຂໍ້ມູນຈາກ:https://www.omgthailand.net/16-foods-to-nourish-liver/

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້