ຂໍຂອບໃຈນຳຜູ້ສະໜັບສະໜູນ

ສູນການຄ້າພາກຊັນ ແລະ ທະນາຄານແຫ່ງ ສປ ຈີນ ໄດ້ຈັດພິທີເປີດການນຳໃຊ້ຖົງຜ້າ ໃນສູນການຄ້າພາກຊັນ ຂຶ້ນໃນວັນທີ 21 ມັງກອນ 2022 ທີ່ຜ່ານມາ ເພື່ອຊ່ວຍຫຼຸດຜ່ອນການນຳໃຊ້ຖົງຢາງພຣາສຕິກ ໃນນະຄອນຫຼວງວຽງຈັນ.

ການຈັດພິທີເປີດການນຳໃຊ້ຖົງຜ້າໃນຄັ້ງນີ້ ກໍເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ພ້ອມທັງເປັນການສືບຕໍ່ຈັດຕັ້ງແຜນໂຄງການ ວຽງຈັນສະອາດ ແລະ ເປັນການຫຼຸດຜ່ອນການນຳໃຊ້ຖົງຢາງພຣາສຕິກ, ເພື່ອເຮັດໃຫ້ການພັດທະນາໄປຕາມນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນໂດຍສະເພາະແມ່ນ ສ ສະອາດ ໃຫ້ປະກົດຜົນເປັນຈິງ.

ບັນຫາທີ່ທ້າທາຍໃນວຽກງານຄຸ້ມຄອງສິ່ງແວດລ້ອມ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາແມ່ນມີຫຼາຍ ໂດຍສະເພາະຈຳນວນປະຊາກອນໃນນະຄອນຫຼວງວຽງຈັນນັບມື້ນັບເພີ່ມຂຶ້ນ ແລະ ບັນດາຫ້າງຮ້ານ ຫົວໜ່ວຍທຸລະກິດກໍ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ຜູ້ປະກອບການສ່ວນໃຫຍ່ ແມ່ນບໍ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານປົກປັກຮັກສາສິ່ງແວດລ້ອມເທົ່າທີ່ຄວນ ໂດຍສະເພາະ ແມ່ນບັນຫາການຄຸ້ມຄອງຂີ້ເຫຍື້ອ, ຍັງມີບາງກຸ່ມຄົນຈຳນວນໜຶ່ງບໍ່ນຳໃຊ້ໜ່ວຍບໍລິການເກັບມ້ຽນຂີ້ເຫຍື້ອ (ລົດຂົນສົ່ງຂີ້ເຫຍື້ອ) ຂອງນະຄອນຫຼວງວຽງຈັນ ເຮັດໃຫ້ມີການລັກຖິ້ມຂີ້ເຫຍື້ອຊະຊາຍຕາມສະຖານທີ່ຕ່າງໆ ແລະ ມີການຈູດຂີ້ເຫຍື້ອ ຕາມອຳເພີໃຈ ເຮັດໃຫ້ເກີດມີບັນຫາມົນລະພິດທາງອາກາດ, ຄວາມບໍ່ຈົບງາມຂອງບ້ານເມືອງ ແລະ ບັນຫາອື່ນໆຕາມມາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ການນຳໃຊ້ຖົງຢາງພຣາສຕິກ ແມ່ນມີທັງຄຸນປະໂຫຍດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຕໍ່ລະບົບນິເວດ, ຕໍ່ສຸຂະພາບຂອງຄົນເຮົາ ແລະ ການທ່ອງທ່ຽວ, ຕໍ່ການພັດທະນາປະເທດຊາດ ເປັນຕົ້ນ ແມ່ນຖ້າເຮົາຈູດຂີ້ເຫຍື້ອຖົງຢາງພຣາສຕິກ ຈະເຮັດໃຫ້ມີຝຸ່ນລະອອງ, ມີກິ່ນຂິວ ຊິ່ງມີຜົນກະທົບຕໍ່ຄຸນນະພາບອາກາດ ສົ່ງຜົນກະທົບເຮັດໃຫ້ໂລກຮ້ອນ, ມີຜົນກະທົບຕໍ່ລະບົບຫາຍໃຈ ແລະ ກໍ່ໃຫ້ເກີດເປັນໂລກມະເຮັງ, ຖ້າພວກເຮົາກຳຈັດຂີ້ເຫຍື້ອພຣາສຕິກ ດ້ວຍວິທີຝັງດິນ ມັນກໍຈະສ້າງຜົນກະທົບຕໍ່ຄຸນນະພາບຂອງດິນ  ແລະ ແຫຼ່ງນ້ຳໃຕ້ດິນ, ຖ້າເຮົາກຳຈັດຂີ້ເຫຍື້ອພຣາສຕິກ ດ້ວຍວິທີເອົາໄປຖິ້ມໃນຮ່ອງລະບາຍນ້ຳໃຫ້ໄຫຼລົງແມ່ນ້ຳ ຫຼື ຄອງນ້ຳສາທາລະນະ ມັນກໍ່ຈະອັດຕັນການໄຫຼຂອງນ້ຳ, ເນົ່າເປື່ອຍ ແລະ ເກີດບັນຫາມົນລະພິດທາງນ້ຳ, ມີບັນຫາກິ່ນເໝັນ, ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.

ສະນັ້ນ, ຈຶ່ງໄດ້ມີໂຄງການໂຄສະນາປຸກລະດົມບັນດາຫ້າງຮ້ານ ຜູ້ປະກອບການ ແລະ ມວນຊົນທົ່ວສັງຄົມໃນນະຄອນຫຼວງວຽງຈັນ ໃຫ້ມີສ່ວນຮ່ວມໃນການຫຼຸດຜ່ອນການນຳໃຊ້ຖົງຢາງພຣາສຕິກ. ສູນການຄ້າພາກຊັນ ກໍ່ແມ່ນໜຶ່ງໃນຮ້ານຄ້າທີ່ເຂົ້າຮ່ວມໂຄງການ ວຽງຈັນສະອາດ ຫຼຸດຜ່ອນການນຳໃຊ້ຖົງຢາງພຣາສຕິກ.

ຂໍ້ມູນຈາກ:MONRE ກຊສ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້