ເຂົ້າເຫຼືອ ຫຼື ເຂົ້າບູດ ຫຼາຍຄົນມັກຈະຖິ້ມ ຫຼື ເອົາໄປເປັນອາຫານສັດ ແຕ່ທຸກຄົນເຄີຍຮູ້ບໍ່ວ່າ ເຂົ້າບູດສາມາດນໍາມາເຮັດເປັນປຸ໋ຍນໍ້າ ບໍາລຸງພືດໄດ້ເປັນຢ່າງດີ.

ມື້ນີ້ເຮົາມີສູດປຸ໋ຍນໍ້າ ທີ່ເຮັດມາຈາກເຂົ້າບູດມາຝາກທຸກຄົນ.

ສ່ວນປະສົມທີ່ເຮົາຕ້ອງກຽມມີ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  1. ເຂົ້າເຫຼືອ ຫຼື ເຂົ້າບູດ 1 ຖ້ວຍ.
  2. ນໍ້າສະອາດ 500 ມິລີລິດ.
  3. ນໍ້າຕານຊາຍເເດງ 2 ບ່ວງເເກງ.
  4. ນົມສົ້ມປ໋ອງນ້ອຍ 2 ບ່ວງແກງ.

ວິທີເຮັດມີດັ່ງນີ້:

  1. ນໍາເຂົ້າບູດ ຫຼື ເຂົ້າທີ່ເຫຼືອມາປະສົມກັບນໍ້າສະອາດ ແລະ ຮ່າຍໃສ່ຕຸກນໍ້າ.
  2. ນໍາເອົານໍ້າຕານຊາຍເເດງ ແລະ ນົມສົ້ມ ຖອກລົງໃສ່.
  3. ປະສົມໃຫ້ເຂົ້າກັນດີ ແລ້ວປິດຝາ ນໍາໄປໝັກໄວ້ໃນບ່ອນທີ່ຮົ່ມ ປະມານ 5-7 ວັນ ໂດຍໄຂຝາຕຸກອອກໜ່ອຍໜຶ່ງ.
  4. ເມື່ອຄົບຕາມກໍານົດເວລາທີ່ກໍານົດໄວ້ ກໍສາມາດນໍາອອກມາໃຊ້ໄດ້ເລີຍ.

ອັດຕາສ່ວນ ແລະ ວິທີການນໍາໃຊ້

  1. ນໍາເອົາປຸ໋ຍນໍ້າທີ່ເຮັດຈາກເຂົ້າບູດ 250 ມິລິລິດ ມາປະສົມກັບນໍ້າ 20 ລິດ ໃຊ້ສໍາລັບຫົດພື້ນດິນກ່ອນປູກພືດ.
  2. ປະສົມປຸ໋ຍນໍ້າ ເຮັດຈາກເຂົ້າບູດ 2 ບ່ວງແກງ ຕໍ່ນໍ້າ 1 ລິດ ໃຊ້ສໍາລັບຫົດສ່ວນຂອງໃບ.
  3. ຄວນໃຊ້ ອາທິດລະ 1-2 ຄັ້ງ ແລະ ແນະນໍາໃຫ້ໃຊ້ໃນເວລາຕອນເຊົ້າຈະໄດ້ຜົນຮັບທີ່ດີ.

ປະໂຫຍດຂອງປຸ໋ຍນໍ້າທີ່ເຮັດຈາກເຂົ້າບູດມີຄື:

  1. ເມື່ຶອເຮົາໃຊ້ຫົດພື້ນດິນ ຈະຊ່ວຍເພີ່ມ ຈຸລິນຊີ ໃນດິນ ຊ່ວຍບໍາລຸງໃຫ້ຮາກຂອງພືດແຂງແຮງ ດູດຊຶມອາຫານໄດ້ດີຂຶ້ນ.
  2. ເມື່ອໃຊ້ຫົດໃນສ່ວນຕ່າງໆຂອງພືດ ຈະຊ່ວຍໃຫ້ໃບ, ດອກ, ລໍາຕົ້ນ ຂອງພືດແຂງແຮງ ແລະຈະເລີນເຕີບໂຕໄດ້ໄວ.

ສໍາລັບໃຜທີ່ຢາກລອງເຮັດປຸ໋ຍນໍ້າໝັກແບບງ່າຍ ແຕ່ໄດ້ຜົນຮັບທີ່ດີ ນອກຈາກຈະເຮັດໃຫ້ພືດຜັກຂອງທ່ານຈະເລີນເຕີບໂຕໄວ ແຖມຍັງປອດໄພຈາກສານເຄມີອີກດ້ວຍ ເເນະນໍາໃຫ້ລອງໃຊ້ສູດນີ້ເລີຍ.

ຂໍ້ມູນຈາກ:http://postnoname.com/spoiled-rice-is-used-to-make-fertilizer/

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້