ຂໍຂອບໃຈນຳຜູ້ສະໜັບສະໜູນ

“ແມງຂີ້ສູດ” ເປັນແມງໄມ້ຊະນິດໜຶ່ງທີ່ຄ້າຍຄືກັບເຜິ້ງ ແຕ່ບໍ່ມີເຫຼັກໄນ, ມັກຕອມເກສອນດອກ ໄມ້, ມັກເຮັດຮັງຢູ່ພື້ນດິນ, ຕາມຮູຂອງຕົ້ນໄມ້ ແລະ ສິ່ງຕ່າງໆທີ່ເປັນຮູ, ຮັງຂອງ ແມງຂີ້ສູດ ມີລັກ ສະນະຄືຂີ້ເຜິ້ງ, ໜຽວ ແລະ ມັນ; ຄົນບູຮານມີຄວາມເຊື່ອກັນວ່າ ເປັນສິ່ງທີ່ຊອກຫາຍາກ, ສັກ ສິດ ເພາະມີບັນດາຄູບາອາຈານທັງຫຼາຍ ນຳເອົາຮັງ ແມງຂີ້ສູດ ມາເຮັດມາສ້າງເປັນ ວັດຖຸມຸງຄຸນ ຕ່າງໆ ເມື່ອສ້າງ ແລະ ລົງພິທີແລ້ວ ຈຶ່ງເອົາຮັງຂີ້ສູດອັດຮູ. 

ພາບຈາກ: Houmphet MANISOUK

ນອກນັ້ນ, ຮັງຂີ້ສູດ ຍັງເປັນຢາແນວທີ່ດີ ທີ່ໃຊ້ຢາເຮືອ (ອັດບ່ອນຮົ່ວເຮືອ) ເພື່ອບໍ່ໃຫ້ນ້ຳເຂົ້າເຮືອ ແລະ ຍັງໃຊ້ເຂົ້າໃນການເຊື່ອມຈອດພາຊະນະສານໄມ້ໄຜ່ ເຊັ່ນ ຄຸຕັກນ້ຳ ເປັນຕົ້ນ…

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາບຈາກ: Houmphet MANISOUK

ສຳລັບ ແມງຂີ້ສູດ ແລ້ວ ເຖິງວ່າມັນຈະໂຕນ້ອຍ ແຕ່ມີຄຸນຄ່າມະຫາສານຕໍ່ສິ່ງແວດລ້ອມ, ອີກທັງ ຍັງເປັນຕົວສຳຄັນໃນການສ້າງວັດຕະຈັກຂອງການປະສົມເກສອນໃຫ້ກັບພືດພັນຕ່າງໆ ເພື່ອຂະ ຫຍາຍພັນ ແລະ ສ້າງຄວາມອຸດົມສົມບູນໃຫ້ກັບທຳມະຊາດ ເພື່ອໃຫ້ມະນຸດ ແລະ ສັດສາວ່າສິ່ງ ຕ່າງໆ ໃນໂລກແຫ່ງນີ້ໄດ້ເພິ່ງພາອາໄສ.

ທີ່ມາ: Art and Culture Lao

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້