“ການຍາດນໍ້າ” ຖືເປັນພິທີທີ່ສໍາຄັນທີ່ສຸດ ທີ່ຢູ່ຄຽງຄູ່ກັບຄົນລາວ ມາແຕ່ດົນນານ ເຊິ່ງເພິ່ນມັກ ຈະເຮັດຫຼັງຈາກເຮັດບຸນແລ້ວ ເພື່ອເປັນການອຸທິດ ສ່ວນບຸນກຸສົນທີ່ເຮົາໄດ້ສ້າງມາ ໃຫ້ແກ່ຜູ້ທີ່ ລ່ວງລັບ (ຕາຍ) ໄປແລ້ວ ເປັນຕົ້ນແມ່ນ ບັນພະບູລຸດ, ພໍ່ແມ່, ຍາດຕິພີ່່ນ້ອງ ລວມທັງເຈົ້າກໍາ ນາຍເວນ ແລະ ເທວະດາທີ່ຄຸ້ມຄອງເຮົາ. ໂດຍຄວາມເຊື້ອນີ້ມີມາແຕ່ສະໄໝບູຮານ ເຊິ່ງໃນສະໄໝພຸດທະການ ທີ່ພຣະພຸດທະເຈົ້າ ອອກ ເຜີຍແຜ່ພຸດທະສາສະໜາໃນ ຊ່ວງໄລຍະທຳອິດຍັງບໍ່ມີທຳນຽມການຢາດນ້ຳອຸທິດສ່ວນບຸນກຸສົນ ໃຫ້ແກ່ຜູ້ຕາຍ ຫຼື ບັນພະບູລຸດ.

ຈົນເມື່ອພະເຈົ້າພິມພິສານ ມະຫາຣາຊແຫ່ງ ແຄວ້ນມະຄົດ ທີ່ມີຄວາມສັດທາໃນພຸດທະສາສະ ໜາ ແລະ ໄດ້ຖວາຍສວນໄຜ່ໃຫ້ເປັນວິຫານທີ່ປະທັບຂອງ ພຣະພຸດທະເຈົ້າ “ພຸດທະ” ຫຼື ເຈົ້າຊາຍສີທັດທະ ນັ້ນເອງ.

ສວນໄຜ່ ແຫ່ງນັ້ນ ໄດ້ກາຍເປັນວັດແຫ່ງທໍາອິດ ໃນພຸດທະສາສະໜາ ມີຊື່ວ່າ “ວັດພຣະເວດວັນ” ແຕ່ການບຳເພັນກຸສົນອັນຍິ່ງໃຫຍ່ຂອງ ພະເຈົ້າພິມພິສານ ເທື່ອນີ້ ກໍຍັງບໍ່ໄດ້ອຸທິດສ່ວນບຸນກຸສົນ ໃຫ້ແກ່ຜູ້ຕາຍ ເນື່ອງຈາກຍັງບໍ່ມີທຳນຽມການປະຕິບັດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເມື່ອ ພະເຈົ້າພິມພິສານ ບັນທົມ ໃນຄືນນັ້ນກໍໄດ້ (ພຣະສຸບິນ) ຫຼັບຝັນ ເຫັນເປດຫຼາຍຕົວມາຂໍ ສ່ວນບຸນ ເມື່ອຮຸ່ງເຊົ້າຂຶ້ນມາ ພະເຈົ້າພິມພິສານ ຈຶ່ງໄດ້ນຳຄວາມໄປກາບທູນ ພຣະພຸດທະເຈົ້າ ພຣະພຸດທະເຈົ້າ ຈຶ່ງໄດ້ບອກໃຫ້ ພະເຈົ້າພິມພິສານ ຖວາຍທານແກ່ ພຣະສົງ ອີກຄັ້ງ ພ້ອມກັບ ຕັ້ງຈິດອະທິຖານຢາດນ້ຳອຸທິດສ່ວນບຸນກຸສົນ ໄປໃຫ້ແກ່ຜູ່ທີ່ລ່ວງລັບໄປແລ້ວ ພະເຈົ້າພິມພິສານ ກໍເຮັດຕາມຄຳແນະນຳ. ເມື່ອຕົກເດິກໃນຄືນນັ້ນ ພະເຈົ້າພິມພິສານ ໄດ້ຫຼັບຝັນອີກຄັ້ງ ແລະ ກໍເຫັນພວກເປດມາເຂົ້າຝັນ ອີກຄັ້ງ, ແຕ່ເທື່ອນີ້ພວກເປດມີສີໜ້າຍິ້ມແຍ້ມແຈ່ມໃສ ເໝືອນໄດ້ຮັບຜົນບຸນທີ່ຕົນສົ່ງໄປໃຫ້ ແລ້ວ ຕັ້ງແຕ່ນັ້ນມາ ຜູ້ຄົນຈຶ່ງນິຍົມພາກັນຢາດນໍ້າພາຍຫຼັງທີ່ເຮັດບຸນແລ້ວ ເພື່ອເປັນການອຸທິດ ສ່ວນບຸນນັ້ນເອງ.

ຄວາມໝາຍຄຳວ່າ “ຢາດນ້ຳ” ແມ່ນໝາຍເຖິງ ການແຜ່ສ່ວນກຸສົນ ດ້ວຍວິທີຫຼັ່ງນ້ຳ ການຢາດນ້ຳ ແຜ່ສ່ວນບຸນນັ້ນ ສະຫຼຸບແລ້ວມີ 4 ປະການຄື:

1. ຢາດນ້ຳ ຕັດຂາດຈາກກັນ.

2. ຢາດນ້ຳ ຍົກກຳມະສິດໃຫ້ກັນ.

3. ຢາດນ້ຳ ຕັ້ງຄວາມປາດຖະໜາ.

4. ຢາດນ້ຳ ເພື່ອແຜ່ສ່ວນກຸສົນ.

ສາເຫດທີ່ຕ້ອງໃຊ້ນໍ້າເປັນສື່ໃນການອຸທິດສ່ວນບຸນສ່ວນກຸສົນນັ້ນ, ເພາະມີຄວາມເຊື້ອວ່າ ເທວະທູດ ທັງຫຼາຍ ເຊັ່ນ: ພະເເມ່ທໍລະນີ, ພະແມ່ຄົງຄາ, ພະອັກຄະນີ ເປັນສື່ກາງທີ່ສາມາດ ສົ່ງຄໍາອະທິຖານຂອງເຮົາ ໄປໃຫ້ແກ່ ດວງວິນຍານບັນພະບູລຸດ ຂອງເຮົາໄດ້.

ຂໍ້ມູນຈາກ:https://laopost.com/

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້