ເພື່ອເປັນການຊ່ວຍໃຫ້ບັນດາ ສື່ມວນຊົນ ໄດ້ເຂົ້າໃຈເຖິງບົດບາດຂອງສື່ ໃນການຕ້ານການ ຄ້າມະນຸດ, ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການ ວິນຣອກ ສາກົນ (Winrock International) ຈຶ່ງໄດ້ຈັດກອງປະຊຸມ ພາຍໃຕ້ ໂຄງການ ຫຼຸດຜ່ອນຄວາມສ່ຽງ ຈາກການຄ້າມະນຸດໃນ ລາວ ໃຫ້ແກ່ຂະແໜງສື່ມວນຊົນ, ວັດທະນະທໍາ, ແລະ ການທ່ອງທ່ຽວ ໂດຍການສະໜັບສະໜູນຈາກ ອົງການພັດທະນາສາກົນ ຂອງ ສະຫະລັດ ອາເມຣິກາ ຫຼື USAID.
ໃຫ້ກຽດເປີດກອງປະຊຸມ ໂດຍ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ Michael Ronning, ຜູ້ຕາງໜ້າຈາກ ອົງການ USAID ປະຈຳ ສປປ ລາວ. ພ້ອມດ້ວຍບັນດາ ທ່ານ ຈາກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ແລະ ພາກສ່ວນກ່ຽວຂ້ອງໃນຂະແໜງສື່ມວນຊົນ ເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໃນກຸ່ມເປົ້າໝາຍ ໃນລາວ ໂດຍຜ່ານ ການປູກຈິດສຳນຶກ ກ່ຽວກັບ ການຄ້າມະນຸດ, ສະໜັບສະໜູນການເຂົ້າເຖິງ ການຝຶກອົບຮົມວິຊາຊີບ ແລະ ໂອກາດໃນການຈ້າງງານ, ແລະ ສົ່ງເສີມຄວາມສາມາດ ຂອງ ພາກສ່ວນກ່ຽວຂ້ອງໃນການຕ້ານ ການຄ້າມະນຸດ ໂດຍຜ່ານໂຄງການຫຼຸດຜ່ອນຄວາມສ່ຽງ ຈາກການຄ້າມະນຸດໃນ ລາວ.
ທ່ານ Michael Ronning, ຜູ້ຕາງໜ້າຈາກ ອົງການ USAID ປະຈຳ ສປປ ລາວ ກ່າວວ່າ “ສື່ມວນຊົນ ແມ່ນມີບົດບາດສໍາຄັນຫຼາຍ ໃນການເຂົ້າເຖິງ ກຸ່ມປະຊາກອນທີ່ມີຄວາມສ່ຽງ ແລະ ສົ່ງຕໍ່ຂໍ້ຄວາມທີ່ຖືກຕ້ອງ ກ່ຽວກັບການສະກັດກັ້ນການຄ້າມະນຸດ ແລະ ການປົກປ້ອງຜູ້ເຄາະ ຮ້າຍໃຫ້ແກ່ພວກເຂົາ”.
ເນື່ອງໃນໂອກາດຄົບຮອບ 5 ປີ ຂອງ ການຮ່ວມມືແບບຮອບດ້ານລະຫວ່າງ ສະຫະລັດ ອາເມຣິກາ-ລາວ, ເຊິ່ງໃນໄລຍະຜ່ານມາ ອາເມຣິກາ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການຕ້ານ ການຄ້າມະນຸດ ແລະ ຈະສືບຕໍ່ເພີ່ມທະວີການ ຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍໃນວຽກງານ ສະກັດກັ້ນການ ຄ້າມະນຸດ.
ຂໍ້ມູນຈາກ:ສື່ມວນຊົນໜຸ່ມລາວ Noum Lao Mass Media
Hits: 0