ເພື່ອເປັນການສືບຕໍ່ອະນຸລັກ ແລະ ສົ່ງເສີມວັດທະນະທຳ, ຮີດຄອງການກິນຢູ່ແບບລາວໆ ໃຫ້ຄົງຢູ່ກັບສັງຄົມລາວເຮົາ, ທາງສະມາຄົມນັກທຸລະກິດແມ່ຍິງ ຈຶ່ງໄດ້ຈັດງານເທດສະການອາຫານລາວ ປະຈຳປີ 2022 ຂຶ້ນ ໃນລະຫວ່າງວັນທີ 25-29 ມັງກອນ 2022 ທີ່ ສວນເຈົ້າອານຸວົງ ພາຍໃຕ້ຄໍາຂວັນ: “ຕາມວິຖີຊີວິດ ປົກກະຕິບໃໝ່” Lao food festival New normal .
ໃຫ້ກຽດເປັນປະທານງານໃນຄັ້ງນີ້ ໂດຍ ທ່ານ ປ້າສີຈັນ ວິພາວັນ, ພັນລະຍາທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປ້ານາລີ ສີສຸລິດ, ພັນລະຍາທ່ານ ເລຂາທິການໃຫຍ່ສູນກາງພັກ, ທ່ານ ສວນສະຫວັນ ວິຍາເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍ ບັນດາທ່ານ ພັນລະຍາ ການນໍາຂັ້ນສູງ, ບັນດາທ່ານລັດທະມົນຕີ, ຮອງລັດຖະມົນຕີເພດຍິງ, ບັນດາທ່ານ ເອກອັກຄະລັດຖະທູດ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.
ການຈັດງານໃນປີນີ້ ກໍເພື່ອສ້າງແນວຄວາມຄິດ ກ່ຽວກັບການອະນຸລັກ ອາຫານ, ການກິນ, ການດຳລົງຊີວິດໃຫ້ເປັນແບບວັດທະນະທຳ, ຮີດຄອງ ປະເພນີຂອງຄົນລາວໃຫ້ສາມາດຢູ່ກັບສັງຄົມໃນສະພາບການ ວິຖີຊີວິດ ປົກກະຕິແບບໃໝ່ ໄດ້ຢ່າງປອດໄພ, ສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດທີປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ, ນະຄອນຫຼວງ ວຽງຈັນ ໄດ້ມາວາງສະແດງ ແລະ ສາມາດສັ່ງ ແລະ ຈັດສົ່ງສິນຄ້າໃຫ້ທົ່ວເຖິງໃນສັງຄົມ ໃນຍຸກປັດຈຸບັນໄດ້ຢ່າງຄ່ອງຕົວ, ປຸກ ລະດົມ ຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດ ທົ່ວປະເທດ, ຊຸກຍູ້ໃຫ້ຍິງໜຸ່ມທີ່ຢາກສ້າງຕົວເປັນນັກທຸລະກິດໃນອະນາຄົດໄດ້ນໍາເອົາຜະລິດຕະພັນທີ່ປອດສານພິດ ແລະ ປຸງແຕ່ງແບບປະດິດສ້າງຂອງເຂົາເຈົ້າມາວາງຂາຍໃນງານ ເພື່ອສົ່ງເສີມ ການທ່ອງທ່ຽວລາວ ໄປຄຽງຄູ່ກັບການຮັກສາສຸຂະພາບ ໃຫ້ຄົນເຮົາແຂງແຮງ ແລະ ໃຊ້ຊີວິດດີຂຶ້ນໄປ ເລື້ອຍໆ.
ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມ ນັກທຸລະກິດແມ່ຍິງລາວ, ກ່າວວ່າ ປັດຈຸບັນ ສັງຄົມກໍາລັງຫັນປ່ຽນໄປສູ່ວິຖີຊີວິດ ປົກກະຕິແບບໃໝ່ ເພື່ອປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ກ່ຽວກັບ ມາດຕາການປ້ອງກັນພະຍາດ ໂຄວິດ-19, ເພື່ອຮັກສາໄລຍະຫ່າງຂອງສັງຄົມ ໂດຍສະເພາະ ຢູ່ໃນ ນະຄອນຫຼວງ ວຽງຈັນ ເຊິ່ງທາງ ສະມາຄົມນັກທຸລະກິດແມ່ຍິງ ຈຶ່ງໄດ້ພະຍາຍາມຄັດຈ້ອນຈໍານວນຮ້ານຂາຍ ຈາກ 200 ຮ້ານ ໃຫ້ມີພຽງ 120 ຮ້ານ, ໃນນັ້ນ ມີຮ້ານອາຫານລາວ 107 ຮ້ານ, ສ່ວນຮ້ານຂາຍເຄື່ອງຫັດຖະກຳມີ 13 ຮ້ານ, ເຊິ່ງເປັນສິນຄ້າທີ່ເຮັດຈາກພາຍໃນປະເທດທັງໝົດ.
ກິດຈະກໍາພາຍໃນງານກໍຈະມີ ການຈັດຕັ້ງໂຄສະນາ ຜະລິດຕະພັນຂອງ ບໍລິສັດ ແລະ ພາກສ່ວນທີ່ສະໜັບສະໜູນຫຼັກຂອງງານ, ມີການກວດວັດແທກອຸນຫະພູມໃນງານທຸກໆວັນ, ມີເຈວລ້າງມືໃຫ້ຜູ້ເຂົ້າຮ່ວມງານ, ແຈກໜ້າກາກອະນາໄມປ້ອງກັນພະຍາດຟຣີ. ສໍາລັບໂຕະຕັ່ງໄວ້ບໍລິການແຂກຜູ້ເຂົ້າມາທ່ຽວງານນັ່ງກິນອາຫານນັ້ນ ແມ່ນຈະໄດ້ຈັດໄວ້ໃຫ້ຮັກສາໄລຍະຫ່າງຢ່າງເຂັ້ມງວດ, ມີການແຂ່ງຂັນເອົາທຶນຊ່ວຍເຫຼືອຈາກອົງການ Plan Lao ໃນໂຄງການສ້າງຄວາມເຂັ້ມແຂງໃຫ້ຍິງໜຸ່ມ ເພື່ອເລືອກເລືອກເອົາຜູ້ຊະນະເລີດຈໍານວນ 5 ຄົນ ແລະ ໃນມື້ສຸດທ້າຍຂອງງານຈະມີການແຂ່ງຂັນປຸງແຕ່ງລາບໝູ ຂອງ ແມ່ຍິງໜຸ່ມທີ່ມີພອນສະຫວັນໃນການປຸງແຕ່ອາຫານອີກດ້ວຍ.
Hits: 0