ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່ໂຮງໝໍ ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ ໄດ້ເປີດຂະບວນການສັກວັກຊິນ ກັນພະຍາດ ໂຄວິດ -19 ໃຫ້ແກ່ກຸ່ມເປົ້າໝາຍ ອາຍຸ 12-17 ຢູ່ພາຍໃນ ນະຄອນ ໄກສອນພົມວິຫານ ໃຫ້ບັນລຸ 80 % ຂຶ້ນໄປ.


ການສັກວັກຊີນ ໃຫ້ກຸ່ມເປົ້າໜາຍ 12-17 ປີ ແມ່ນເປັນກຸ່ມໃນໄວຮຽນ, ເຊິ່ງໄວໜຸ່ມເປັນກຸ່ມທີ່ເຄື່ອນໄຫວຫຼາຍໃນສັງຄົມ ແລະ ມີຄວາມສ່ຽງໃນການຕິດເຊື້ອມາສູ່ຄອບຄົວ, ໜູ່ເພື່ອນໃນໂຮງຮຽນ ແລະ ຖ້າກຸ່ມດັ່ງກ່າວນີ້ມາສັກຊີນຄົບກໍເຮັດໃຫ້ການເປີດ ການຮຽນ-ການສອນ ມີຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ໃນການນຳເຊື້ອມາສູ່ຄອບຄົວພໍ່ແມ່ ແລະ ຜູ້ປົກຄອງ.ດັ່ງນັ້ນ, ການສັກສັກຊີນປ້ອງກັນພະຍາດ ໂຄວິດ-19 ແມ່ນວີທີດຽວໃນ ປັດຈຸບັນ ທີ່ຈະເຮັດໃຫ້ພວກເຮົາສາມາດເປີດໂລກໄປມາຫາສູ່ກັນໄດ້ຢ່າງປອດໄພ.

ທ່ານ ແຖ່ນແກ້ວ ພົມບິດາ, ຮອງເຈົ້າ ນະຄອນ ໄກສອນພົມວິຫານ ກ່າວວ່າ ການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແມ່ນຈະຊ່ວຍໃຫ້ພວກເຮົາໄດ້ມີພູມຄຸ້ມກັນຕໍ່ສູ້ກັບຄວາມຮ້າຍແຮງຂອງພະຍາດ, ສາມາດຫຼຸດຜ່ອນການສົ່ງເຊື້ອ,ຫຼຸດຜ່ອນການເສຍຊີວິດຍ້ອນພະຍາດດັ່ງກ່າວ ໂດຍສະເພາະ ແມ່ນໃນກຸ່ມສ່ຽງຜູ້ອາຍຸສູງ, ຜູ້ມີພະຍາດປະຈຳຕົວ, ແມ່ມານ, ພະນັກງານລັດຖະກອນ ແລະ ຜູ້ໃຫ້ບໍລິການແນວໜ້າຂອງທຸກສຳນັກງານ, ສະຖານທີ່ບໍລິການດ້ານຕ່າງໆ ແກ່ປະຊາຊົນ; ສະນັ້ນ, ຖ້າຫາກທຸກຄົນໃນກຸ່ມເປົ້າໜາຍ ມາສັກວັກຊີນຄົບຖ້ວນຕາມການແນະນຳ ແມ່ນຈະເຮັດໃຫ້ພວກເຮົາສາມາດດຳລົງຊີວິດແບບໃໜ່ໄດ້ຢ່າງເປັນກະຕິ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ


ສຳລັບ ນະຄອນ ໄກສອນພົມວິຫານ ການສັກວັກຊີນກັນພະຍາດ ໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບວັກຊີນ ເຂັມທີ 1: 96.719 ຄົນ ເທົ່າກັບ 69,7%, ເຂັມທີ 2: 86.936 ຄົນ ເທົ່າກັບ 62,6%, ເຂັມທີ 3: 10.942 ຄົນ ເທົ່າກັບ 8,36%. ແລະ ສໍາລັບກຸ່ມເປົ້າໝາຍ ອາຍຸ 12 -17 ຈໍານວນ 12.475 ຄົນ, ເຂັມທີ 1 ສັກໄດ້ 9.095 ຄົນ ເທົ່າກັບ 72,90% ແລະ ເຂັມທີ 2 ສັກໄດ້ 1.536 ຄົນ ເທົ່າກັບ 12,31% ແລະ ຜູ້ທີ່ຍັງບໍ່ໄດ້ສັກຈັກເຂັມມີ 1.844 ຄົນ ເທົ່າກັບ 14,78%.

ຂໍ້ມູນຈາກ:ຫ້ອງການ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້