ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ໂຄບາຢາຊິ ເຄັນອິຈິ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜຸນ ແລະ ມອບອຸປະກອນ ປ້ອງກັນຄວາມສະຫງົບ ໃຫ້ແກ່ ລັດຖະບານ ລາວ ເຊິ່ງຕາງໜ້າຮັບໂດຍ ທ່ານ ວິໄລ ຫຼ້າຄໍາຟອງ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ. ເຊິ່ງອຸປະກອນທີ່ມອບໃຫ້ມີທັງໝົດ 5 ຊະນິດ (ຈໍານວນ 72 ເຄື່ອງ) ໂດຍພາຍໃຕ້ “ໂຄງການຊ່ວຍເຫຼືອລ້າ ເພື່ອການພັດທະນາ ເສດຖະກິດ-ສັງຄົມ ໃນ ປະເທດລາວ (ຂະແໜງປ້ອງກັນຄວາມສະຫງົບ)” ເຊິ່ງພິທີມອບໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2022 ທີ່ກະຊວງປ້ອງກັນຄວາມສະຫງົບ.

ການຊ່ວຍເຫຼືອໃນຄັ້ງນີ້ ມີມູນຄ່າທັງໝົດ 200 ລ້ານເຢັນ (ປະມານ 1.77 ລ້ານໂດລາສະຫະລັດ) ແລະ ມີເປົ້າໝາຍ ສະໜັບສະໜຸນ ລັດຖະບານ ແລະ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ດ້ວຍການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ກຳລັງປ້ອງກັນຄວາມສະຫງົບ.

ກ່ອນໜ້ານີ້, ຍີ່ປຸ່ນ ກໍໄດ້ມອບລົດລາດຕະເວນຈຳນວນ 30 ຄັນ ໃຫ້ເເກ່ ສປປ ລາວ ແລະ ຄັ້ງນີ້ແມ່ນການມອບອຸປະກອນ ປ້ອງກັນຄວາມສະຫງົບ ຂອງໂຄງການ ເຊິ່ງປະກອບມີເຄື່ອງ X-Ray ກວດສໍາພາລະ, ເຄື່ອງກວດທ້ອງພື້ນລົດ ແລະ ອື່ນໆ. ໃນອານາຄົດລົດ SUV ທີ່ຢູ່ພາຍໃຕ້ໂຄງການດັ່ງກ່າວກໍມີແຜນຈະຖືກຈັດສົ່ງ ແລະ ມອບໃຫ້ ສປປ ລາວ ເຊັ່ນດຽວກັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້