ໃນວັນທີ 25 ມັງກອນ 2022 ທີ່ບ້ານຕານສຸມ ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດນຳໃຊ້ກົດລະບຽບຄຸ້ມຄອງເຂດສະຫງວນສັດນໍ້າ ແລະ ຊີວະນາໆພັນ ທຸກຊະນິດແບບມີສ່ວນຮ່ວມຂອງຊຸມຊົນໃນ 5 ບ້ານ ຂອງເມືອງຈໍາພອນ.

ການປະກາດນຳໃຊ້ກົດລະບຽບ ຄຸ້ມຄອງເຂດສະຫງວນສັດນໍ້າ ແລະ ຊີວະນາໆພັນ ໃນຄັ້ງນີ້ ແມ່ນມີ 5 ບ້ານຄື: ບ້ານດອນແດງ ແມ່ນວັງສະຫງວນ ວັງບໍຍິບ, ບ້ານນາຕ້າຍ ແມ່ນ ວັງມາດ,ວັງກຸດເຈກ, ບ້ານເຫຼົ່າໜາດ ວັງນາແຊງ, ບ້ານເຫຼົ່າຫົວຄຳ ວັງສະງັດ ແລະ ບ້ານຕານສຸມ ລວມມີເນື້ອທີ່ທັງໝົດ 146.7 ເຮັກຕາ.

ຈຸດປະສົງກໍ່ເພື່ອປົກປັກຮັກສາຄຸ້ມຄອງສັດນໍ້າ (ປາ,ແຂ້) ແລະ ສັດປ່າທຸກຊະນິດທີ່ອາໃສໃນເຂດຫວງຫ້າມໃຫ້ມີຄວາມຫຼາກຫຼາຍ ແລະ ມີຄວາມຍືນຍົງ ເພື່ອຮັບປະກັນຄວາມອຸດົມສົມບູນຂອງລະບົບນິເວດທາງທຳມະຊາດ ແລະ ຍັງອະນຸລັກຊະນິດປາທີ່ຫາຍາກຢູ່ໃນເຂດທ້ອງຖິ່ນເຊັ່ນ:ປາຄ້າວ,ປານາງຂາວ,ປາຕອງດາວ,ປາເພ້ຍດຳ,ປາໂດ,ປາກົດເຫຼືອງ,ເຕົ່າ,ປາຝາ,ແຂ້,ນົກ,ງູ,ແລະ ສັດນໍ້າອື່ນໆອີກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້