ລັດຖະບານ ຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ 92.485 ໂດລາສະຫະລັດ ເພື່ອປັບປຸງ ແລະ ຍົກລະດັບ ພາກວິຊາ ພາສາຍີ່ປຸ່ນ, ມະຫາວິທະຍາໄລ ແຫ່ງຊາດລາວ ໂດຍຜ່ານ ໂຄງການຊ່ວຍເຫຼືອລ້າ ທາງດ້ານວັດທະນະທໍາ (GCGP).
ສຳລັບ ການຊ່ວຍເຫຼືອລ້າໃນໂຄງການ GCGP ດ້ານການສຶກສາ ໄດ້ລົງນາມຮ່ວມກັນລະຫວ່າງ ທ່ານ ໂຄບາຢາຊິ ເຄັນອິຈິ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ດຣ. ມາໄລຄຳ ໄຊຍະກອນ, ຮອງຫົວໜ້າ ພາກວິຊາ ພາສາຍີ່ປຸ່ນ ໃນວັນທີ 27 ມັງກອນ 2022.
ໃນສ່ວນຂອງ ພາກວິຊາ ພາສາຍີ່ປຸ່ນ ແມ່ນໄດ້ມີບົດບາດສໍາຄັນ ທາງດ້ານການສຶກສາໃນ ລາວ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງຂຶ້ນໃນປີ 2003. ເຊິ່່ງປັດຈຸບັນ, ພາກວິຊາດັ່ງກ່າວ ໄດ້ສະໜອງການສຶກສາ ພາສາຍີ່ປຸ່ນ ທີ່ມີຄຸນນະພາບສູງ ເຮັດໃຫ້ຄົນຈໍານວນຫຼວງຫຼາຍ ໄດ້ຮັບທັກສະທາງດ້ານພາສາທີ່ດີ ຈຳນວນຂອງຜູ້ສະໝັກເຂົ້າສຶກສາໃນພາກວິຊານີ້ ໄດ້ເພີ່ມຂຶ້ນໃນແຕ່ລະປີ.
ການຊ່ວຍເຫຼືອປັບປຸງສະພາບແວດລ້ອມການສຶກສາໃຫ້ ພາກວິຊາ ພາສາຍີ່ປຸ່ນ ຄັ້ງນີ້ ກໍເພື່ອໃຫ້ນັກສຶກສາ ສາມາດເຂົ້າສຶກສາໄດ້ຫຼາຍຂຶ້ນ ຈຶ່ງກາຍເປັນບັນຫາທີ່ຮີບດ່ວນ ແລະ ຜ່ານໂຄງການດັ່ງກ່າວ, ຈະໄດ້ນໍາໃຊ້ເຂົ້າໃນການກໍ່ສ້າງອາຄານ 2 ຊັ້ນ ທີ່ມີ 3 ຫ້ອງຮຽນ ທີ່ເຕັມໄປດ້ວຍອຸປະກອນ ການຮຽນ-ການສອນ ຢ່າງຄົບຖ້ວນ ເພື່ອໄວ້ອໍານວຍຄວາມສະດວກໃຫ້ແກ່ນັກສືກສາ ທີ່ຈະເຂົ້າມາຮຽນ ໃນພາກວິຊາ ພາສາຍີ່ປຸ່ນ ແລະ ຄາດວ່າຈະສາມາດ ເພີ່ມຈຳນວນນັກສຶກສາ ໃຫ້ເພີ່ມຂຶ້ນຈາກ 40 ຄົນ ເປັນ 70 ຄົນຕໍ່ປີ.
ທ່ານ ເອກອັກຄະຣາຊະທູດ ໂຄບາຢາຊິ ເຄັນອິຈິ ໄດ້ກ່າວວ່າ: ຂ້າພະເຈົ້າຫວັງວ່າ ໂຄງການນີ້ ຈະຊ່ວຍປັບປຸງສະພາບແວດລ້ອມດ້ານການສຶກສາ ທີ່ຈະຊ່ວຍຍົກລະດັບການສຶກສາ ແລະ ປະກອບສ່ວນເຂົ້າໃນການຝຶກອົບຮົມໃຫ້ນັກສຶກສາ ຜູ້ທີ່ມີຜົນງານດີເດັ່ນ ໃນການເປັນຂົວຕໍ່ ລະຫວ່າງ ປະເທດຍີ່ປຸ່ນ ແລະ ສປປ ລາວ ໃນອະນາຄົດ.
Hits: 0