ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄະນະຜູ້ແທນ ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ໃນສະຫະພາບເອີຣົບ ໄດ້ຈັດພິທີມອບປື້ມນິທານໃຫ້ເດັກນ້ອຍລາວ ໃນວັນທີ 25 ມັງກອນ 2022 ທີ່ຜ່ານມາ ທີ່ ຫໍສະໝຸດ ແຫ່ງຊາດ ເພື່ອແນໃສ່ການ ສ້າງຈິດສຳນຶກດ້ານ ສິ່ງແວດລ້ອມໃຫ້ແກ່ເດັກນ້ອຍ ແລະ ສົ່ງເສີມ ການແລກປ່ຽນວັດທະນະທຳເດັກນ້ອຍລາວ ໃຫ້ດີຂຶ້ນ, ພ້ອມທັງ ສົ່ງເສີມອະນາຄົດສີຂຽວ ແລະ ມີຄວາມຍືນຍົງ.

ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວໂດຍ ທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ນາງ ໄບບາ ຊາລີນາ, ຜູ້ຮັກສາການ ອຸປະທູດ ຂອງ ສະຫະພາບເອີຣົບ ປະຈຳ ສປປ ລາວ , ຜູ້ຕາງໜ້າ ບັນດາປະເທດສະມາຊິກ ສະຫະພາບເອີຣົບ ແລະ ຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫະພາບເອີຣົບ ແລະ ຄູ່ຮ່ວມພັດທະນາເອີຣົບ ໃນ ລາວ ໄດ້ຮ່ວມກັນຮັບຮອງເອົາໂຄງການ ແລະ ຂໍ້ລິເລີ່ມວ່າດ້ວຍການພັດທະນາ ປຶ້ມເດັກນ້ອຍຈຳນວນ 10 ເຫຼັ້ມຈາກ 10 ປະເທດ ສະມາຊິກຂອງ ສະຫະພາບເອີຣົບ ທີ່ໄດ້ແປເປັນພາສາລາວ ແລ້ວ 1,000 ສະບັບ ເພື່ອມອບໃຫ້ກັບເດັກນ້ອຍ ໃນໂຮງຮຽນຊົນນະບົດ ແລະ ຕົວເມືອງ ເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງ ເດັກນ້ອຍລາວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຊິ່ງປຶ້ມນິທານປະກອບພາບເຫຼົ່ານີ້ ແມ່ນອອກແບບມາສໍາລັບເດັກນ້ອຍ ອາຍຸລະຫວ່າງ 7-12 ປີ, ດ້ວຍຮູບແຕ້ມທີ່ໜ້າສົນໃຈ ແລະ ເນັ້ນໃສ່ບັນຫາສິ່ງແວດລ້ອມເປັນສ່ວນໃຫຍ່, ໂດຍປຶ້ມເຫຼົ່ານີ້ ຈະຖືກສະໜອງໃຫ້ແກ່ຫໍສະໝຸດແຫ່ງຊາດ ແລະ ຫໍສະໝຸດແຂວງຕ່າງໆໃນທົ່ວປະເທດ ໂດຍບໍ່ເສຍຄ່າ ແລະ ປຶ້ມດັ່ງກ່າວ ຍັງຈະຖືກແຈກຢາຍໃຫ້ໂຮງຮຽນໃນຕົວເມືອງ ແລະ ຊົນນະບົດ ທົ່ວປະເທດ.

ໂຄງການນີ້ ໄດ້ຮັບ ການສະໜັບສະໜູນຈາກ ບັນດາປະເທດສະຫະພາບເອີຣົບ ທັງ 10 ປະເທດ ຄື: ປະເທດອອສເຕເຣຍ, ໄຊປຣັສ, ເຢຍລະມັນ, ຮົງກາຣີ, ໄອແລນ, ອີຕາລີ, ລິທູເນຍ, ໂປແລນ, ປອກຕຸຍການ ແລະ ສະເປນ. ເພື່ອແນໃສ່ຍົກສູງຄວາມຮັບຮູ້ດ້ານສິ່ງແວດລ້ອມ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືດ້ານ ວັດທະນະທຳ ລະຫວ່າງ ເອີຣົບ ແລະ ລາວ.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້